Homeຂ່າວເຫດການເທສະການ ອາຫານຝຣັ່ງຈະຈັດຂຶ້ນມໍ່ໆນີ້

ເທສະການ ອາຫານຝຣັ່ງຈະຈັດຂຶ້ນມໍ່ໆນີ້

Published on

   ເມື່ອ​ວັນ​ທີ 14 ມີ­ນາ 2016 ຜ່ານມາ​ຢູ່​ທີ່​ເຮືອນ​ພັກ​ທູດ​ຝຣັ່ງ​ໄດ້​ມີ​ງານ​ຖະ ແຫຼງ​ຂ່າວ​ກ່ຽວ​ກັບ​ເທ​ສະ­ການ​ອາ­ຫານ ຝຣັ່ງ​ໂດຍ​ໃຫ້​ກຽດ​ເປັນ​ປະ­ທານ​ຂອງ ທ່ານ ນາງ ໂກຣ​ດິນ ເລີ​ດູ ເອກ​ອັກ​ຄະ​ລັດຖະ​ທູດ​ຝຣັ່ງ ແລະ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

   ທ່ານ ນາງ ໂກຣ​ດິນ ເລີ​ດູ ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ປະ­ສົບ​ຜົນ­ສຳ­ເລັດ​ສູງ​ໃນ​ການຈັດ​ເທ​ສະ­ການ​ອາ­ຫານ​ຝຣັ່ງ​ເທື່ອ​ທີ ໜຶ່ງ​ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ​ພັດ­ທະ­ນາ​ສາ­ກົນ​ແຫ່ງ​ສາ​ທາ​ລະນະ​ລັດ​ຝຣັ່ງ​ຈິ່ງ​ໄດ້​ຕັດ­ສິນ​ໃຈ​ຈັດ​ເທ ສະ­ການ​ດັ່ງ­ກ່າວ​ນີ້​ອີກ​ໃນ​ວັນ​ທີ 21 ມີນາ 2016 ທີ່​ຈະ​ເຖິງ​ມໍ່ໆ​ນີ້, ໂດຍ​ປີ​ນີ້ແມ່ນ​ມີ​ພໍ່­ຄົວ​ຫຼາຍ​ກ່ວ​າ 1,6 ພັນ ຄົນ​ໃນ​ທົ່ວ​ໂລກ​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ການ​ປຸງແຕ່ງ­ອາ­ຫານ​ຝຣັ່ງ​ທີ່​ດີ­ເລີດ ແລະ​ການແບ່ງ­ປັນ​ແລກ­ປ່ຽນ​ຄຸນ­ຄ່າ​ການ​ປຸງ​ແຕ່ງ­ອາ­ຫານ, ຊຶ່ງ​ຈຸດ­ປະ­ສົງ​ໃນ​ການ​ຈັດ​ງານດັ່ງ­ກ່າວ​ນີ້​ກໍ​ເພື່ອ​ຊ່ວຍ​ເຜີຍ­ແຜ່​ສິ­ລະ​ປະການ​ດຳ­ລົງ​ຊິ­ວິດ​ແບບ​ຝຣັ່ງ.

ສຳ­ລັບ​ປີ​ນີ້​ກະ­ຊວງ​ການ​ຕ່າງ­ປະ­ເທດຂອງ​ຝຣັ່ງ​ແມ່ນ​ຕ້ອງ­ການ​ສົ່ງ­ເສີມ “ການ​ບໍ­ລິ­ໂພກ​ທີ່​ດີ” ແລະ​ການ​ເຄົາ­ລົບ ສິ່ງ­ແວ­ດລ້ອມ ແລະ​ສົ່ງ­ເສີມ​ໃຫ້​ບັນ­ດາຮ້ານ​ອາ­ຫານ​ຕ່າງໆ​ນຳ​ໃຊ້​ໄຂ­ມັນ, ນ້ຳຕານ ແລະ​ເກືອ​ໜ້ອຍ​ລົງ ແລະ​ເນັ້ນ​ໃຫ້ຄວາມ​ສຳ­ຄັນ​ປະ­ເພດ​ຜັກ ແລະ​ອາ­ຫານປະ­ເພດ​ເມັດ.

ສຳ­ລັບ ສປປ ລາວ ກໍ​ໄດ້​ເຂົ້າ​ຮ່ວມງານ​ດັ່ງ­ກ່າວ​ນີ້​ອີກ​ຊຶ່ງ​ຈະ​ໄດ້​ຈັດ​ຂື້ນ​ໃນ 5 ສະ­ຖານ­ທີ່​ຄືນະ­ຄອນ­ຫຼວງ​ວຽງ​ຈັນ ຮ້ານ​ອາ­ຫານ LAdresse, ໂຮງ­ແຮມ ອັນ​ຊາ​ຣາ, ເຮືອນ​ພັກ​ເອກ​ອັກ​ຄະ​ລັດ​ຖະທູດ​ຝຣັ່ງ, ແຂວງ​ຫຼວງ​ພະ​ບາງ​ທີ່​ຮ້ານ ອາ­ຫານ Governors Grill ແລະHotel de la paix (ກຸ່ມ​ທຸ­ລະ​ກິດ ACCORD ຂອງ​ຝຣັ່ງ).

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...