spot_img
Homeຂ່າວທ້ອງຖິ່ນໂຮງງານຢູ່ ບໍລິຄຳໄຊ ຫຼຸດລົງເກືອບ 20 %

ໂຮງງານຢູ່ ບໍລິຄຳໄຊ ຫຼຸດລົງເກືອບ 20 %

Published on

ປະ­ຈຸ​ບັນ​ທົ່ວ ແຂວງ​ບໍ​ລິ​ຄຳໄຊ ມີ​ໂຮງ­ງານ​ອຸດ­ສາ­ຫະ­ກຳ ແລະຫັດ­ຖະ­ກຳ​ປຸງ​ແຕ່ງ​ທັງ​ໝົດ 1.954  ແຫ່ງ, ໃນ​ນັ້ນມີ​ໂຮງ­ງານ​ຂະ­ໜາດ ນ້ອຍ​ກວມ​ເອົາ 95,03%, ໂຮງງານ​ຂະ­ໜາດ

ກາງ 2,76% ແລະໂຮງ­ງານ​ຂະ­ໜາດ​ໃຫຍ່ 2,20% ທຽບ­ໃສ່​ສົກ​ປີ­ຜ່ານ­ມາ​ເຫັນ​ວ່າ​ຈຳ ນວນ​ໂຮງ­ງານ​ຫຼຸດ​ລົງ​ເກືອບ 20% ຍ້ອນ​ໂຮງ­ງານ​ເຕົາ​ບົ່ມ​ຢາ­ສູບ​ໄດ້ ຢຸດ​ເຊົາ​ເປັນ​ຈຳ­ນວນ​ຫຼາຍ​ສາ­ເຫດ ຂອງ​ການ​ຢຸດ​ເຊົາ​ແມ່ນ​ຍ້ອນ​ບໍ​ລິ ສັດ​ຢາ­ສູບ​ລາວ ໄດ້​ແຈກ​ຍາຍ​ໂກຕ້າ​ໃຫ້​ກັບ​ຫຼາຍ​ເມືອງ​ເຮັດ​ໃຫ້​ຊາວ ສວນ​ຈຳ­ນວນ​ໜຶ່ງ​ຫັນ​ໄປ​ປູກ​ພືດ ຊະ­ນິດ​ອື່ນໆ​ທົດ​ແທນ.

ອີງ​ຕາມ​ການ​ລາຍ​ງານ​ຂອງ ພະ​ແນກ​ອຸດ­ສາ­ຫະ­ກຳ​ການ​ຄ້າ ແຂວງ​ບໍ​ລິ​ຄຳ​ໄຊ ໃຫ້​ຮູ້​ວ່າ: ໃນ​ໄລຍະ 1 ປີ­ຜ່ານ­ມາ​ພະ​ແນກ​ອຸດ​ສາ ຫະ​ກຳ​ການ​ຄ້າ ໄດ້​ເອົາ­ໃຈ­ໃສ່​ລົງ ເຄື່ອນ​ໄຫວ​ສົ່ງ­ເສີມ​ໃຫ້​ນັກ­ທຸ­ລະ­ກິດ​ເຂົ້າ​ມາ​ລົງ­ທຶນ​ໃສ່​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ດ້ວຍ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ເອ­ກະ­ສານ, ຂັ້ນ​ຕອນ​ການ​ອະ­ນຸ­ມັດ, ແລະ​ນຳ​ສະ­ເໜີ​ຂັ້ນ​ເທິງ​ພ້ອມ​ນັ້ນ​ຍັງ​ໄດ້​ເອົາໃຈ​ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ບັນ­ດາ​ໂຮງ ງານ​ປຸງ​ແຕ່ງ​ໃຫ້​ດຳ­ເນີນ​ການ ເຄື່ອນ​ໄຫວ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ໃຫ້​ມີ​ຄວາມ​ພຽງ­ພໍ ແລະ​ມີ​ຄຸນ​ນະ​ພາບ​ເພື່ອ​ຮອງ​ຮັບ​ຕະ­ຫຼາດ​ພາຍ​ໃນ ແລະ​ການ​ສົ່ງ​ອອກ.

ການ​ຜະ­ລິດ​ອຸດ­ສາ­ຫະ­ກຳ​ປຸງ ແຕ່ງ​ສືບ­ຕໍ່​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່ ເນື່ອງ ຊຶ່ງ​ສະ­ແດງ​ອອກ​ໃນ​ການ ຜະ­ລິດ​ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໄດ້ 832,34 ຕື້​ກີບ​ທຽບ​ໃສ​ປີ​ຜ່ານ ປະ ຕິ​ບັດ​ໄດ້ 119,92% ຍ້ອນ​ພັກ-ລັໄດ້​ມີ​ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ລົງ ທຶນ​ຕໍ່​ພາກ​ທຸ­ລະ​ກິດ ເປັນ­ຕົ້ນ​ແມ່ນ ນະ­ໂຍ­ບາຍ​ຕໍ່​ການ​ສົ່ງ​ອອກ​ໄມ້​ແປ ຮູບ​ເນື່ອງ ຈາກ​ເກີດ​ມີ​ໜໍ່​ແໜງ​ທາງ ດ້ານ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ ກະ­ສິ­ກຳ​ເຊັ່ນ: ໂຮງ­ງານ​ຜະ­ລິດ ແປ້ງ​ມັນ­ຕົ້ນ​ມີ​ຕົວ​ເລກ​ຜະ­ລິດ​ໄດ້ ເຖິງ 25 ຕື້​ກີບ, ອຸດ­ສາ­ຫະ­ກຳ​ປຸງ ແຕ່ງ­ອາ­ຫານ ແລະ​ເຄື່ອງ​ດື່ມ​ສາ­ມາດ​ຜະ­ລິດ​ອອກ​ມາ​ຈຳ­ໜ່າຍ​ໄດ້ ໃນ​ມູນ​ຄ່າ 505 ຕື້​ກີບ.

ທົ່ວ​ແຂວງ​ບໍ​ລິ​ຄຳ​ໄຊ  ມີ​ໂຮງງານ​ອຸດ­ສາ­ຫະ­ກຳ ແລະ​ຫັດ­ຖະ  ກຳ​ປຸງ​ແຕ່ງ​ທັງ​ໝົດ 1.954 ໂຮງງານ ໃນ​ນັ້ນ ມີ​ໂຮງ­ງານ​ຂະ­ໜາດ ນ້ອຍ 1.857 ໂຮງ­ງານ, ກວມ​ເອົາ 95,03%, ໂຮງ­ງານ​ຂະ­ໜາດ​ກາງ  54 ໂຮງ­ງານ, ກວມ 2,76%,ໂຮງ­ງານ​ຂະ­ໜາດ​ໃຫຍ່ 43 ໂຮງ ງານ, ເອົາ​ກວມ 2,20% ທຽບ­ໃສ່ ສົກ​ປີ­ຜ່ານ­ມາ​ເຫັນ​ວ່າ​ຈຳ­ນວນ​ໂຮງ ງານ​ຫຼຸດ​ລົງ 18,01% ຍ້ອນ​ໂຮງ ງານ​ເຕົາ​ບົ່ມ​ຢາ­ສູບ​ຢຸດ​ເຊົາ​ເປັນ ຈຳ­ນວນ​ຫຼາຍ ເນື່ອງ​ຈາກ​ບໍ­ລິ­ສັດ​ຢາ­ສູບ​ໄດ້​ແຈກ​ຢາຍ​ໂຄ​ຕ້າ​ໄປ​ໃຫ້​ຫຼາຍ​ເມືອງ  ແລະ​ຊາວ​ສວນ​ຈຳ ນວນ​ໜຶ່ງ​ໄດ້​ຫັນ​ໄປ​ປູກ​ພືດ​ຊະ­ນິດ​ອື່ນໆ​ທົດ​ແທນ​ເພື່ອ​ເປັນ​ຄ້າ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...