spot_img
Homeຂ່າວເຫດການຜູ້ສະໝັກ ສສຊ ເຂດ 12 ແຂວງຄຳມ່ວນ ສືບຕໍ່ໂຄສະນາຫາສຽງ ຢູ່ບັນດາເມືອງ-ກຸ່ມບ້ານ ໃນທົ່ວແຂວງ

ຜູ້ສະໝັກ ສສຊ ເຂດ 12 ແຂວງຄຳມ່ວນ ສືບຕໍ່ໂຄສະນາຫາສຽງ ຢູ່ບັນດາເມືອງ-ກຸ່ມບ້ານ ໃນທົ່ວແຂວງ

Published on

ຂປລ. ການລົງເຄື່ອນໄຫວ ພົບປະຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ແມ່ນໄດ້ເລີ່ມລົງເຄື່ອນໄຫວ ຢູ່ບັນດາເມືອງ ແລະ ຈຸດຕ່າງໆທົ່ວແຂວງ ແຕ່ວັນທີ 25 ກຸມພາ 2016 ມາຮອດປະຈຸບັນ ສຳເລັດແລ້ວ 8 ຕົວເມືອງ ຄື: ເມືອງຫີນບຸນ, ຄູນຄຳ, ນາກາຍ, ຍົມມະລາດ, ບົວລະພາ, ໄຊບົວທອງ, ມະຫາໄຊ ແລະ ເມືອງເຊບັ້ງໄຟ ສຳເລັດແລ້ວ 63 ຈຸດ, ໃນ 92 ຈຸດ ຕາມແຜນການທົ່ວແຂວງ ​ເຊິ່ງນຳ​ໂດຍ ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ກຳມະການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ.

ສະເພາະເມືອງມະຫາໄຊ ແມ່ນໄດ້ເລີ່ມເຄື່ອນໄຫວ ໃນວັນທີ 9-11 ມີນາ ປະກອບມີ 8 ຈຸດ ຄື: ຈຸດໂພນເມືອງ, ປ່າໜາມ, ບ້ານໃໝ່, ຄຳເຟືອງ, ນາແຄ, ໂພນສະອາດ, ນາທານ, ແລະ ຈຸດນາດູ່. ໂດຍໄດ້ຮັບການຕ້ອນຮັບ ຈາກຄະນະນຳຂັ້ນເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຢ່າງອົບອຸ່ນ. ເມືອງມະຫາໄຊ ມີພົນລະເມືອງທັງໝົດ 36.077 ຄົນ, ຍິງ 18.182 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ ທັງໝົດ 18.779 ຄົນ, ຍິງ 9.801 ຄົນ. ປະກອບມີ 49 ໜ່ວຍປ່ອນບັດ. ສຳລັບເມືອງເຊບັ້ງໄຟ ເຄື່ອນໄຫວໃນວັນທີ 12-14 ມີນາ, ມີ 11 ຈຸດ ຄື: ຈຸດບ້ານສ້ອມ, ທ່າຄໍ້, ບ້ານສັງ, ຍາງໃຫຍ່, ນາຄອມ, ໂນນກະແຕ້, ນາຊອຍ, ນາທານ, ບ້ານຕຶງ, ເທດສະບານເມືອງ ແລະ ຈຸດຫາດຄຳຮຽງ. ເຊິ່ງໃນທົ່ວເມືອງມີພົນລະເມືອງ ທັງໝົດ 31.131 ຄົນ, ຍິງ 15.508 ຄົນ, ຜູ້ມີສິດປ່ອນບັດທັງໝົດ 14.858 ຄົນ, ຍິງ 7.719 ຄົນ, ມີໜ່ວຍປ່ອນບັດ 19 ໜ່ວຍ.

ໃນການລົງພົບປະຫາສຽງໃນຄັ້ງນີ້, ບັນດາພໍ່ແມ່ປະຊາຊົນ ທີ່ເຂົ້າຮ່ວມ ໄດ້ຮັບຟັງການສະເໜີຊື່, ປະຫວັດການເຄື່ອນໄຫວ ຂອງຜູ້ສະໝັກ ໃນໄລຍະຜ່ານມາ, ພ້ອມທັງໄດ້ຮັບຟັງ ການປະກອບຄຳຄິດຄຳເຫັນ ຂອງບັນດາຜູ້ລົງສະໝັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍ, ຄວາມສຳຄັນ ຂອງລັດຖະທຳມະນູນແຫ່ງ ສປປ ລາວ, ກົດໝາຍວ່າດ້ວຍ ການເລືອກຕັ້ງ, ກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ປະຊາຊົນ ບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນເລືອກເອົາຜູ້ແທນ ທີ່ມີມາດຖານຄົບຖ້ວນສົມບູນ ແລະ ຮັບປະກັນ ຕາມເປົ້າໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ການດຳເນີນ ການປ່ອນບັດ ໃນວັນທີ 20 ມີນາ ທີ່ຈະມາເຖິງນີ້ ໄດ້ດຳເນີນໄປ ຢ່າງມີປະຊາທິປະໄຕ.

ພ້ອມນີ້, ບັນດາຜູ້ລົງສະໝັກ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ມີສິດປ່ອນບັດ ໃຫ້ໄປໃຊ້ສິດຂອງຕົນເອງ ຢ່າງເຕັມສ່ວນ ເລືອກເອົາຕົວແທນທີ່ ຈະເປັນຜູ້ຕາງໜ້າ ນຳເອົາບັນຫາຕ່າງໆ ຂອງຕົນທີ່ເຫັນວ່າຍັງມີຄວາມຫຍຸ້ງຍາກ ຕໍ່ການດຳລົງຊີວິດແກ້ໄຂ ຄວາມທຸກຍາກ ແລະ ການສ້າງສາ ພັດທະນາບ້ານເມືອງ ນຳໄປສະເໜີຕໍ່ ສະພາແຫ່ງຊາດ ແລະ ນຳເອົາຜົນປະໂຫຍດ ມາໃຫ້ແກ່ປະຊາຊົນ. ພ້ອມທັງຮັບປະກັນ ເຮັດໃຫ້ບັ້ນດຳເນີນ ການປ່ອນບັດເລືອກຕັ້ງໃນຊຸດນີ້ ດຳເນີນໄປຢ່າງມີປະສິດທິພາບ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...