Homeຂ່າວເຫດການລົດບັນທຸກຢຽບຄົນຂີ່ລົດຈັກເສຍຊີວິດຄາທີ 1 ສົບ

ລົດບັນທຸກຢຽບຄົນຂີ່ລົດຈັກເສຍຊີວິດຄາທີ 1 ສົບ

Published on

nb

ໃນຕອນເຊົ້າຂອງວັນທີ 14 / 03 / 2016 ເວລາປະມານ 07:25 ນາທີ ໄດ້ເກີດອຸບັດຕິເຫດສຸດສະເທືອນໃຈ ລົດບັນທຸກຢຽບຄົນຂີ່ລົດຈັກເສຍຊີວິດຄາທີ 1 ສົບ. ຢູ່ທີ່ບ້ານ ດົງຄຳຊ້າງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

 

ຫຼັງຈາກທີ່ອາສາສະໝັກໜ່ວຍກູ້ໄພມູນນິທິ 1623 ຈຸດໜອງໄຮໄດ້ລົງໄປກວດສອບສະພາບບາດແຜພົບວ່າ ຜູ້ຕາຍຫົວໝຸ່ນ, ແຂນຊ້າຍຫັກ ແລະ ນິ້ວມືທັງ 5 ຫັກ (ຫມ่ຸນ)

ຈາກການບອກເລົ່າຂອງຜູ້ເຫັນເຫດການໄດ້ບອກວ່າ ລົດຈັກ ແລະ ລົດບັນທຸກນັ້ນມາແຕ່ທິດທາງດຽວກັນ ມາແຕ່ທາງຕະຫຼາດດົງຄຳຊ້າງ ມຸ່ງໜ້າໄປທາງໂຮງຮຽນການເງິນ ເມື່ອມາເຖິງຈຸດເກີດເຫດບໍລິເວນໜ້າຫ້ອງການດົງຄຳຊ້າງ ລົດທັງ 2 ຄັນເກີດການເກາະກັນແລ້ວລົດຈັກກໍ່ລົ້ມລົງ ແຕ່ໂຊກບໍ່ດີຄົນຂັບລົດຈັກນັ້ນໄດ້ລົ້ມລົງທາງຕີນລົດບັນທຸກເຮັດໃຫ້ຖືກຢຽບບໍລິເວນຫົວ ເຮັດໃຫ້ຜູ້ເຄາະຮ້າຍເສຍຊີວິດຄາທີ

nb1

ທາງທີມງານລາວໂພສຕ໌ ຂໍສະແດງຄວາມເສຍໃຈກັບການສູນເສຍໃນຄັ້ງນີ້ດ້ວຍ

ອີກຄັ້ງກັບການສູນເສຍທີ່ບໍ່ມີໃຜຢາກໃຫ້ເກີດຂື້ນການສັນຈອນຕາມທ້ອງຖະໜົນທຸຄົນຄວນມີສະຕິລະມັດລະວັງຕົວ ໃຫ້ກຽດກັນ ແລະ ເຄົາລົບກົດຈາລະຈອນ ທີ່ສຳຄັນບໍ່ຄວນຂີ່ລົດໃຫ້ຮຽງຂ້າງກັບລົດບັນທຸກໃຫຍ່ ຫາກເກີດຜິດພາດພຽງໜ້ອຍດຽວນັ້ນກໍ່ໝາຍເຖິງຊີວິດຂອງທ່ານໄດ້

ຂໍຂອບໃຈພາບຈາກໜ່ວຍກູ້ໄພມູນນິທິ 1623 ຈຸດໜອງໄຮ

ຂໍຂອບໃຈ ຂໍມູນຈາກ ອາສາສະໝັກ @Anoukong Keoounheuan

ຂໍຂອບໃຈແຫລ່ງຂ່າວຈາກເພສ: ນາທີຊີວິດ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...