Homeຂ່າວການພັດທະນາກຽມ​ສະ­ຫຼອງ​ວັນ​ຝຣັ່ງໂກ​ໂຟ​ນີ​ສາ­ກົນ

ກຽມ​ສະ­ຫຼອງ​ວັນ​ຝຣັ່ງໂກ​ໂຟ​ນີ​ສາ­ກົນ

Published on

   ທ້າຍ​ອາ­ທິດ​ຜ່ານ​ມາ​ທີ່​ສະ​ມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ໄດ້​ຈັດ​ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ຈັດ​ພິ­ທີ­ການ ແລະ​ ກິດ­ຈະ­ກຳເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຝຣັ່ງ​ໂກ​ໂຟ​ນີ​ສາ­ກົນ 20 ມີ­ນາ ປະ­ຈຳ​ປີ 2016, ໂດຍ​ການ​ຖະ­ແຫຼງ​ຂອງ ທ່ານ ຂວັນ​ຕາ ຜາ​ລີ​ວົງ ຫົວ­ໜ້າ​ກົມ​ເອີ​ຣົບŒອາ­ເມ­ລິ­ກາ, ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ​ທັງ​ເປັນ​ຜູ​ປະ­ສານ​ງານ​ແຫ່ງ​ຊາດປະ­ຈຳ​ອົງ­ການ​ຝຣັ່ງ​ໂກ​ໂຟ​ນີ​ສາ­ກົນ, ໃຫ້ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ນາງ Claudine LEDOUX ເອກ​ອັກ​ຄະ​ລັກ​ຖະທູດ​ຝຣັ່ງ ປະ­ຈຳ ລາວ, ທ່ານ ສົມ​ສະໜຸກ ມີ​ໄຊ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກຂ່າວ​ລາວ, ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກສະ­ຖານ­ທູດ​ຝຣັ່ງ ແລະ​ຫົວ­ໜ້າ​ຫ້ອງ­ການມະ­ຫາ­ວິ­ທະ­ຍາ­ໄລ​ຝຣັ່ງ​ໂກ​ໂຟ​ນີ (AUF)ເຂົ້າ​ຮ່ວມ.

    ທ່ານ ຂວັນ​ຕາ ຜາ​ລີ​ວົງ ໄດ້​ສະ­ເໜີໃຫ້​ຊາບ​ໂດຍ​ຫຍໍ້​ວ່າ: ອົງ­ການ​ຝຣັ່ງ​ໂກ ໂຟ​ນີ​ສາ­ກົນ​ແມ່ນ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ສຳ­ລັບ​ບັນ­ດາ​ປະ­ເທດ​ທີ່​ໃຊ້​ພາ­ສາ​ຝຣັ່ງ ຊຶ່ງ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ໃນ​ວັນ​ທີ 20 ມີ­ນາ 1970 ໂດຍ​ມີ​ຈຸດ­ປະ­ສົງ​ຕົ້ນ­ຕໍເພື່ອສ້າງ​ຄວາມ​ສາ­ມັກ­ຄີ, ການ​ຮ່ວມ​ມື ແລະ ການ​ປົກ​ປ້ອງ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະ­ນະ​ທຳ.

ປະ­ຈຸ​ບັນ​ອົງ­ການ​ດັ່ງ­ກ່າວມີ​ສະ​ມາຊິກ​ທັງ​ໝົດ 80 ປະ­ເທດ​ໃນ​ນັ້ນມີ 57 ປະ­ເທດ​ທີ່​ເປັນ​ສະ­ມາ­ຊິກ​ສົມ­ບູນ ແລະ 23 ປະ­ເທດ​ສັງ­ເກດ​ການ ສປປ ລາວ ໄດ້​ເຂົ້າ​ເປັນ​ສະ­ມາ­ຊິກ​ສົມ­ບູນ​ຂອງ​ອົງ­ການ​ດັ່ງ­ກ່າວໃນ​ວັນ​ທີ 22 ພະ­ຈິກ 1991, ອົງ­ການ​ດັ່ງ­ກ່າວ​ໄດ້​ໃຫ້­ການ​ຮ່ວມ​ມື ແລະ ການ​ຊ່ວຍ­ເຫຼືອ​ແກ່​ລາວ​ໃນ​ຫຼາຍໆ​ດ້ານໂດຍ​ສະ­ເພາະ​ໃນ​ການ​ຍົກ​ລະ­ດັບ​ຄວາມຮູ້​ຄວາມ​ສາ­ມາດ​ຂອງ​ບຸກ​ຂະ​ລາ​ກອນໃນ​ຂະ­ແໜງ­ການ​ສຶກ​ສາ, ສາ­ທາ­ລະ­ນະສຸກ ແລະ​ວັດ­ທະ­ນະ­ທຳ.

ໃນ​ຖາ­ນະ​ທີ່​ເປັນ​ສະ­ມາ­ຊິກ ສປປ ລາວແມ່ນ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ໃຫ້​ແກ່ ວຽກ​ງານ​ຕ່າງໆ​ກໍ​ຄື ການ​ເຂົ້າ​ຮ່ວມ​ກອງ ປະ­ຊຸມ​ສຳ­ຄັນ​ຂອງ​ອົງ­ການ​ດັ່ງ­ກ່າວ, ນອກ­ຈາກ​ນີ້ ສປປ ລາວ ກໍ​ຄື​ບັນ­ດາ​ປະເທດ​ສະ­ມາ­ຊິກ​ອື່ນໆ​ແມ່ນ​ໄດ້​ຈັດ​ພິ­ທີ​ທາງການ ແລະ​ກິດ­ຈະ­ກຳ​ຕ່າງໆ​ເພື່ອ​ສະ­ເຫຼີມ ສະ­ຫຼອງ​ວັນ​ຝຣັ່ງ​ໂກ​ໂຟ​ນີ​ສາ­ກົນ 20 ມີນາ ໃນ​ໄລ­ຍະ​ເດືອນ​ມີ­ນາ​ຂອງ​ທຸກໆ​ປີ.

ສະ­ເພາະ​ປີ​ນີ້ ກະ­ຊວງ​ການ​ຕ່າງ​ປະ ເທດ ໂດຍ​ຮ່ວມ​ກັບ​ພາກ­ສ່ວນ​ຕ່າງໆ​ທີ່ ກ່ຽວ­ຂ້ອງ​ແມ່ນ​ຈະ​ຈັດ​ໃຫ້​ມີ​ພິ­ທີ​ທາງ​ການເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຝຣັ່ງ​ໂກ​ໂຟ​ນີ​ສາ­ກົນ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 18 ມີ­ນາ 2016 ຢູ່​ຫ້ອງ​ປະ­ຊຸມ​ໃຫຍ່​ຂອງ​ມະ­ຫາ ວິ­ທະ­ຍາ­ໄລ​ສະ­ຫວັນ​ນະ​ເຂດ (ແຂວງສະ­ຫວັນ​ນະ​ເຂດ) ພາຍ​ໃຕ້​ການ​ເປັນ​ປະ ທານ​ຂອງ ທ່ານ ລັດ­ຖະ­ມົນ­ຕີ​ທີ່​ຮັບ​ຜິດ ຊອບ​ວຽກ​ງານ​ຝຣັງ​ໂກ​ໂຟ​ນີ, ພ້ອມ​ດ້ວຍການ​ນຳ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ສາ​ທາລະ­ນະ​ລັດ​ຝຣັ່ງປະ­ຈຳ​ລາວ, ທູ​ຕະ­ນຸ​ທູດຂອງ​ບັນ­ດາ​ປະ­ເທດ​ທີ່​ກ່ຽວ­ຂ້ອງ, ຫົວ ໜ້າ​ຫ້ອງ­ການ​ວິ­ທະ­ຍາ­ໄລ​ຝຣັ່ງ​ໂກ​ໂຟ​ນີ, ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ປະ­ຈຳ ລາວ​ຕະ­ຫຼອດ​ເຖິງ​ບັນ­ດາ​ຄູ​ອາ­ຈານ ແລະ ນັກ­ຮຽນŒນັກ​ສຶກ​ສາ​ພາ­ສາ​ຝຣັ່ງ​ພາຍ​ໃນແຂວງ​ເຂົ້າ​ຮ່ວມ.

ພ້ອມ​ດຽວ​ກັນ​ນັ້ນ​ບັນ­ດາ​ສະ​ຖາ​ບັນ ການ​ສຶກ​ສາ​ທີ່​ມີ​ການ​ຮຽນŒການ​ສອນພາ­ສາ​ຝຣັ່ງຢູ່​ໃນ​ນະ­ຄອນ­ຫຼວງ, ແຂວງ ຫຼວງ​ພະ​ບາງ ແລະ​ແຂວງ​ຈຳ­ປາ​ສັກ​ກໍ​ຍັງຈະ​ມີ​ກິດ­ຈະ­ກຳ​ຕ່າງໆ ເພື່ອ​ສະ­ເຫຼີມ​ສະ ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ໃນ​ຂອບ​ເຂດ ຂອງ​ຕົນ​ໃນ​ໄລ­ຍະ​ເດືອນ​ມີ­ນາ ປີ 2016 ເຊັ່ນ: ການ​ແຂງ​ຂົນ​ນັກ­ຮຽນ​ເກັ່ງ, ການແຂ່ງ­ຂັນ​ກີ­ລາ ແລະ​ການ­ສະ­ແດງ​ສິ­ລະ ປະ​ວັນ­ນະ­ຄະ­ດີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...