spot_img
Homeຂ່າວການພັດທະນາສຳ­ເລັດ​ການ​ ປະ­ຕິ­ບັດ​ໂຄງ­ການ ພັດ­ທະ­ນາ​ແຂວງ​ ຄຳ​ມ່ວນ

ສຳ­ເລັດ​ການ​ ປະ­ຕິ­ບັດ​ໂຄງ­ການ ພັດ­ທະ­ນາ​ແຂວງ​ ຄຳ​ມ່ວນ

Published on

ວັນ​ທີ 10 ມີ­ນາ 2016 ພະ​ແນກຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ ແວດ​ລ້ອມ​ແຂວງ​ເຊ​ກອງ​ໄດ້​ຈັດ​ກອງ​ປະ ຊຸມ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ກອງ​ທຶນ​ພັດທະ​ນາ​ບ້ານໂດຍ​ມີ​

ທ່ານ ບຸນ​ລິດ ສັກບົວ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ ແຂວງ​ເຊ​ກອງ, ມີ​ພະ​ແນກ​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ ແຂວງ ຈຳ­ປາ​ສັກ, ອັດ​ຕະ​ປືແລະ​ບັນ­ດາ​ເມືອງ​ເປົ້າ​ໝາຍ​ຂອງ​ໂຄງ ການ​ອະ­ນຸ​ຮັກ​ຊີ­ວະ​ນາໆພັນ​ຕາມ​ແລວ ເຊື່ອມ​ຕໍ່ ຫຼື BCC ເຂົ້າ​ຮ່ວມ.

ທ່ານ ສັນ­ຕິ ດວງ​ຈັນ ຊ່ຽວ­ຊານ ດ້ານ​ປ້ອງ​ກັນ​ສັງ­ຄົມ​ປະ­ຈຳ​ໂຄງ­ການ​ອະ ນຸ​ຮັກ​ຊີ­ວະ​ນາໆພັນ​ຕາມ​ແລວ​ເຊື່ອມ​ຕໍ່ ຫຼື BCC ເປີດ­ເຜີຍ​ກ່າວ​ຮູ້​ວ່າ: ກອງ​ທຶນພັດ­ທະ­ນາ​ບ້ານ​ແມ່ນ​ກອງ​ທຶນ​ຕອບ​ສະ­ໜອງ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງ​ລັດ­ຖະ­ບານ​ເປັນ­ຕົ້ນ: ການສ້າງ​ແຫຼ່ງ​ການ​ເງິນ​ທີ່​ໃຫ້​ຜົນ​ປະ­ໂຫຍດໂດຍ​ກົງ​ໃຫ້​ແກ່​ປະ­ຊາ­ຊົນ​ທີ່​ດຳ­ລົງ​ຊີ­ວິດໃນ​ເຂດ​ເຊື່ອມ​ຕໍ່​ຊີ­ວະ​ນາໆພັນ​ສາ­ມາດ ເຂົ້າ​ເຖິງ ແລະ​ຊົມ­ໃຊ້​ທຶນ​ໂດຍ​ຜ່ານ​ກົນ ໄກ​ກອງ​ທຶນ​ພັດ­ທະ­ນາ​ບ້ານ,ນິ­ຕິ­ບຸກ­ຄົນ, ຄົວ​ເຮືອນ ແລະ​ກຸ່ມ​ຜູ້​ຊົມ­ໃຊ້​ສາ­ມາດ​ກູ້ຢືມ​ເຮັດ​ກິດ­ຈະ­ກຳ​ທີ່​ເຂົາ­ເຈົ້າ​ເລືອກ​ເອົາເອງ ເພື່ອ​ພັດ­ທະ­ນາ​ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ໃຫ້​ໄດ້​ເທື່ອລະ​ກ້າວ.

ໂຄງ­ການ​ນີ້​ແມ່ນ​ໂຄງ­ການ​ໜຶ່ງ​ທີ່ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ລ້າ​ຈາກ​ທະ­ນາ­ຄານພັດ­ທະ­ນາ​ອາ­ຊີ ຫຼື ADB ເພື່ອ​ຈັດ​ຕັ້ງປະ­ຕິ­ບັດ​ຢູ​ໃນ 5 ເມືອງ ຂອງ 3 ແຂວງ ພາກ​ໃຕ້​ປະ­ກອບ​ມີ​ແຂວງ​ຈຳ­ປາ​ສັກ, ເຊ​ກອງ ແລະ​ແຂວງ​ອັດ​ຕະ​ປືໃນ​ນັ້ນແຂວງ​ເຊ​ກອງ​ມີ​ເມືອງ​ເປົ້າ​ໝາຍ​ຢູ່ 2 ເມືອງ​ຄື: ເມືອງ​ດາກ​ຈຶງມີ 14 ບ້ານປ່ອຍ​ເງິນ​ກູ້​ທັງ​ໝົດ 386 ລ້ານ​ກີບ ແລະ ເມືອງ​ກະ­ລຶມມີ 10 ບ້ານ, ປ່ອຍ​ເງິນ​ກູ້ 320 ລ້ານ​ກີບຊຶ່ງ​ຈຳ­ນວນ 24 ບ້ານ​ໃນ 2 ເມືອງ​ດັ່ງ­ກ່າວ​ແມ່ນ​ນອນ​ໃນ​ເຂດ​ແລວເຊື່ອມ​ຕໍ່​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ເຊ​ຊັບ ແລະ​ປ່າ​ສະ­ຫງວນ​ດົງ​ອຳ​ພາມເພື່ອ​ໃຫ້ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ປົກ​ປັກຮັກ­ສາ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ.

 

ແຫລ່ງຂ່າວຈາກ: ໜັງສືພິມເສດຖະກິດ – ສັງຄົມ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...