Home​ຂ່າວທ່ອງທ່ຽວພະທາດພູຟ້າ ແຫລ່ງທ່ອງທ່ຽວທີ່ສັກສິດລືຊື່ຂອງ ແຂວງ ຜົ້ງສາລີ

ພະທາດພູຟ້າ ແຫລ່ງທ່ອງທ່ຽວທີ່ສັກສິດລືຊື່ຂອງ ແຂວງ ຜົ້ງສາລີ

Published on

ຜົ້ງສາລີເປັນແຂວງທີ່ຢູ່ສູງທີ່ສຸດໃນແຜນທີ່ປະເທດລາວ ມີຊາຍແດນຕິດກັບປະເທດຈີນ ມີອາກາດທີ່ຍາມໜາວກໍ່ໜາວທີ່ສຸດນ້ຳໝອກຕົກໜາແຖບຈະບໍ່ເຫັນຮອດຕາເວັນເສັ້ນທາງເພາະນ້ຳໝອກປົກຄຸມທົ່ວທັງແຂວງ ຍາມລະດູຮ້ອນກໍ່ເຢັນສະບາຍ ອາກາດສົດຊື່ນບໍ່ມີຄັວນພິດຈາກທໍ່ລົດ, ຈາກໂຮງງານ ບໍ່ມີກິ່ນເໝັນນ້ຳເສຍ, ສະອາດ, ສະຫງົບ ເໝາະແກ່ການພັກຜ່ອນສຸຂະພາບກາຍ ແລະ ຜ່ອຍຄາຍຈິດໃຈ ແລະ ມື້ນີ້ທີມງານລາວໂພສຕ໌ມີໜຶ່ງສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສຳຄັນຂອງແຂວງຜົ້ງສາລີ ຈົນມີຄຳທີ່ກ່າວວ່າ “ຖ້າໃຜມາຮອດແຂວງຜົ້ງສາລີແລ້ວບໍ່ມາທ່ຽວທີ່ ພະທາດພູຟ້າ ແມ່ນເໝືອນກັບບໍ່ໄດ້ມາຮອດແຂວງຜົ້ງສາລີ”

SAM_2655

ພູຟ້າແຂວງຜົ້ງສາລີ ເປັນສະຖານທີ່ທ່ຽວຫຼັກຂອງແຂວງຜົງສາລີ ທີ່ມີພະທາດພູຟ້າຕັ້ງຢູ່ເທິງຈອມພູ ການເດີນທາງຂຶ້ນພູຟ້າເປັນທາງຊັນ ແລະ ສູງແຕ່ສາມາດໃຊ້ລົດຂີ່ຂຶ້ນໄປໄດ້ ຫຼື ສາມາດຍ່າງໄປຕາມຂັ້ນໄດຄອນກີດໄດ້ ດ້ານເທິງພູຟ້າສາມາດເບິ່ງເຫັນທິວທັດເມືອງແຂວງຜົ້ງສາລີໄດ້ສຸດສາຍຕາໃນວັນທີ່ທ້ອງຟ້າປອດໂປ່ງ, ດ້ານເທິງມີພະທາດພູຟ້າເຊິ່ງເປັນສະຖານທີ່ສັກສິດ ແລະ ເປັນທີ່ເຄົາລົບນັບຖືຂອງຜູ່ຄົນທີ່ເດີນທາງໄປມາກໍ່ຈະບໍ່ພາດທີ່ຈະມາກາບພູຟ້າເພື່ອຂໍພອນໃຫ້ເດີນທາງປອດໄພ.
 ພູຟ້າມີຄວາມສູງຈາກລະດັບໜ້າດິນຂຶ້ນໄປປະມານ 1,790 ແມັດ. ເຊິ່ງຕັ້ງຢູ່ໃຈກາງເມືອງຜົ້ງສາລີ ແຂວງຜົ້ງສາລີ

355978ea5

ໝາຍເຫດ: ວິດີໂອທີ່ທ່ານເຫັນນີ້ແມ່ນໃຫ້ສຽງເປັນພາສາໄທ ຈຸດປະສົງແມ່ນໃຫ້ທ່ານເຂົ້າໃຈເນື້ອໃນລາຍລະອຽດຂອງການທ່ອງທ່ຽວພະທາດພູຟ້າໄດ້ງ່າຍຂຶ້ນ.

 

ຂໍ້ມູນຈາກ: ເວັບໄຊ໌ ຮັອດເຊຍ.ຄອມ

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...