Homeມູມໄອທີລາວລືສະໜັ່ນ "ໂນເກຍ" ກຳລັງຜະລິດ Nokia C9 ສະເປັກແຈ່ມ ຕົວເຄື່ອງໂລຫະ ແລັມ 4GB ກ້ອງ 21 ລ້ານພິເຊລ ລືສະໜັ່ນ “ໂນເກຍ” ກຳລັງຜະລິດ Nokia C9 ສະເປັກແຈ່ມ ຕົວເຄື່ອງໂລຫະ ແລັມ 4GB ກ້ອງ 21 ລ້ານພິເຊລ ມູມໄອທີລາວ Published on 13/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 2835 ລືສະໜັ່ນ! “ໂນເກຍ” ກຳລັງຜະລິດສະມາດໂຟນ Nokia C9 ສະເປັກແຈ່ມ ຕົວເຄື່ອງໂລຫະ ແລັມ 4GB ກ້ອງ 21 ລ້ານພິເຊລ ມີຂ່າວຢ່າງຕໍ່ເນື່ອງວ່າບໍລິສັດມືຖືໃນຕຳນານຢ່າງ “ໂນເກຍ” ກຳລັງກຽມຕົວກັບມາຄອງຕຳແໜ່ງວົງການມືຖືອີກຄັ້ງ ເຊິ່ງກ່ອນໜ້ານີ້ກໍ່ມີຂ່າວລື Nokia C1 ທີ່ຈະມາພ້ອມລະບົບປະຕິບັດການ “ແອນດຣອຍ ແລະ ວິນໂດທ໌” ແຕ່ລ່າສຸດກໍ່ໄດ້ມີຂ່າວກ່ຽວກັບສະມາດໂຟນອີກລຸ້ນທີ່ມີຊື່ວ່າ Nokia C9 ຈາກເວັບໄຊຂ່າວໄອທີຂອງຈີນ. ລາຍງານລະບຸວ່າ Nokia C9 ຈະມາພ້ອມໂລຫະ ຊີພີຢູ Qualcomm Snapdragon 820 64-bit Quad-core ແລັມ 4GB ພື້ນທີ່ຄວາມຈຳ 32GB/64GB/128GB, ກ້ອງຫຼັງ 21 ລ້ານພິກເຊລ, ກ້ອງໜ້າ 8 ລ້ານພິກເຊລ. ລາຄາປະມານ 16,200 ບາດ ແຕ່ຍັງບໍ່ໄດ້ມີການລະບຸວ່າຈະເປັນລະບົບປະຕິບັດການໃດ ທັງນີ້ຂໍ້ມູນທັງໝົດຍັງເປັນຂ່າວລືເທົ່ານັ້ນ ຊາວໄອທີຍັງຕ້ອງຕິດຕາມຕໍ່ໄປໃນຊ່ວງທ້າຍປີນີ້ ຫາກມີຄວາມຄືບໜ້າແນວໃດທາງລາວໂພສຕ໌ຈະນຳມາອັບເດດໃຫ້ແຟນໆໄອທີຮູ້ແນ່ນອນ ແຕ່ຕອນນີ້ເຮົາມາເບິ່ງຮູບລັກຂອງມັນກ່ອນວ່າຈະໜ້າສົນໃຈຂະໜາດໃດ. https://youtu.be/nKshupjJoxo TagsNokia C9 ບົດຄວາມຫຼ້າສຸດ ຂ່າວພາຍໃນ ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ... 21/08/2026 ຂ່າວພາຍໃນ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ. ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ... 21/08/2026 ຂ່າວພາຍໃນ ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ. ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,... 20/08/2026 ຂ່າວພາຍໃນ ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ. ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ... 19/08/2026