spot_img
Homeຂ່າວທ້ອງຖິ່ນສປປ ລາວ ກຽມຈັດຫຼາຍກິດຈະກໍາຮ່ວມສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຄົບຮອບ 36 ປີ

ສປປ ລາວ ກຽມຈັດຫຼາຍກິດຈະກໍາຮ່ວມສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຄົບຮອບ 36 ປີ

Published on

ກົມເອີຣົບ-ອາເມຣິກາ ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ໃນນາມຜູ້ປະສານງານແຫ່ງຊາດ ປະຈໍາອົງການຝຣັງໂກໂຟນີສາກົນ ຮ່ວມກັບ ສະຖານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ.ລາວ ແລະ ອົງການຈັດຕັ້ງທາງສັງຄົມ ກຽມຈັດງານສະເຫຼີມສະຫຼອງ ວັນຝຣັງໂກໂຟນີສາກົນ ປະຈໍາປີ 2016 ດ້ວຍຫຼາກຫຼາຍກິດຈະກໍາ ເຊິ່ງພິທີທາງການຈະຈັດຂຶ້ນໃນວັນທີ 18 ມີນາ 2016 ທີ່ຈະມາເຖິງນີ້ ຢູ່ຫ້ອງປະຊຸມໃຫຽ່ຂອງມະຫາວິທະຍາໄລສະຫວັນນະເຂດ ແຂວງສະຫວັນນະເຂດ.

ພິທີຖະແຫຼງຂ່າວກ່ຽວກັບການຈັດກິດຈະກໍາເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2016 ຈັດຂຶ້ນໃນຕອນບ່າຍວັນທີ 11 ມີນາ 2016 ທີ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ໂດຍການຖະແຫຼງຂອງທ່ານ ຂວັນຕາ ຜາລີວົງ ຫົວໜ້າກົມເອີຣົບ-ອາເມຣິກາ ກະຊວງການຕ່າງປະເທດ ທັງເປັນຜູ້ປະສານງານແຫ່ງຊາດ ປະຈໍາອົງການຝຣັງໂກໂຟນີສາກົນ ທ່ານນາງ ໂກລດິນ ເລີດູ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າຈາກສະຖານທູດທີ່ໃຊ້ພາສາຝຣັ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມເອີຣົບ-ອາເມຣິກາ ກ່າວວ່າ ອົງການຝຣັງໂກໂຟນີສາກົນ ຫຼື OIF ເປັນອົງການຈັດຕັ້ງສາກົນ ສໍາລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອວັນທີ 20 ມີນາ 1970 ໂດຍມີຈຸດປະສົງຕົ້ນຕໍເພື່ອເສີມສ້າງຄວາມສາມັກຄີ ການຮ່ວມມື ແລະ ການປົກປ້ອງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ອົງການດັ່ງກ່າວປະຕິບັດວຽກງານຕາມ 4 ພາລະໜ້າທີ່ໃຫຽ່ທີ່ສໍາຄັນຄື (1) ສົ່ງເສີມພາສາຝຣັ່ງ ແລະ ຄວາມຫຼາກຫຼາຍດ້ານວັດທະນະທໍາ ແລະ ທາງດ້ານພາສາ (2) ສົ່ງເສີມສັນຕິພາບ ປະຊາທິປະໄຕ ແລະ ສິດທິມະນຸດ (3) ສະໜັບສະໜູນການສຶກສາ ການເຝິກອົບຮົມ ການສິດສອນຊັ້ນສູງ ແລະ ການຄົ້ນຄວ້າ ແລະ (4) ພັດທະນາການຮ່ວມມືແບບຍືນຍົງ.
ປັດຈຸບັນ ອົງການດັ່ງກ່າວ ມີສະມາຊິກ 80 ປະເທດ ໃນນັ້ນ 47 ປະເທດທີ່ເປັນສະມາຊິກສົມບູນ ແລະ 23 ປະເທດສັງເກດການ ສໍາລັບ ສປປ.ລາວ ແມ່ນໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວເມື່ອວັນທີ 22 ພະຈິກ 1991 ເຊິ່ງອົງການ OIF ກໍໄດ້ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໃນຫຼາຍດ້ານ ໂດຍສະເພາະໃນການຍົກລະດັບຄວາມຮູ້ ຄວາມສາມາດຂອງບຸກຄະລາກອນລາວ ໃນຂະແໜງການສຶກສາ ສາທາລະນະສຸກ ແລະ ວັດທະນະທໍາ ໃນຖານະທີ່ເປັນສະມາຊິກຂອງອົງການ OIF ໄດ້ປະກອບສ່ວນສໍາຄັນໃຫ້ແກ່ວຽກງານຕ່າງໆກໍຄື ການເຂົ້າຮ່ວມກອງປະຊຸມສໍາຄັນຂອງອົງການດັ່ງກ່າວ ນອກຈາກນີ້ ສປປ.ລາວ ກໍຄືບັນດາປະເທດສະມາຊິກອື່ນໆ ກໍໄດ້ຈັດພິທີທາງການ ແລະ ກິດຈະກໍາສໍາຄັນຕ່າງໆ ເພື່ອຮ່ວມສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ເຊິ່ງຈັດຂຶ້ນທຸກໆປີ ແລະ ປີນີ້ຄົບຮອບ 36 ປີ ແນໃສ່ເພື່ອສົ່ງເສີມວຽກງານຝຣັງໂກໂຟນີ.
ໃນປີນີ້ ກະຊວງການຕ່າງປະເທດ ໂດຍການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ຈະຈັດໃຫ້ມີພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ໃນວັນທີ 18 ມີນາ 2016 ເຊິ່ງພິທີທາງການຈະດໍາເນີນໄປພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີທີ່ຮັບຜິດຊອບວຽກງານຝຣັງໂກໂຟນີ ປະຈໍາ ສປປ.ລາວ ທຸຕານຸທູດບັນດາປະເທດທີ່ກ່ຽວຂ້ອງ ຫົວໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ອື່ນໆ ຕະຫຼອດເຖິງຄູ ອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງ ພາຍໃນແຂວງສະຫວັນນະເຂດເຂົ້າຮ່ວມ ຄຽງຄູ່ກັນນີ້ ສະຖາບັນການສຶກສາທີ່ມີການຮຽນ-ການສອນພາສາຝຣັ່ງຢູ່ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ ກໍຍັງຈະຈັດກິດຈະກໍາຕ່າງໆເພື່ອຮ່ວມສະເຫຼີມສະຫຼອງວັນດັ່ງກ່າວໃນຂອບເຂດຂອງຕົນ ໃນໄລຍະເດືອນມີນາ 2016 ເຊັ່ນ ການແຂ່ງຂັນນັກຮຽນເກັ່ງ ການແຂ່ງຂັນກີລາ ການແຂ່ງຂັນສິລະປະວັນນະຄະດີ ແລະ ອື່ນໆ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...