spot_img
Homeຂ່າວທ້ອງຖິ່ນງານປະກວດຄວາມສາມາດ Green Talent 2016

ງານປະກວດຄວາມສາມາດ Green Talent 2016

Published on

ສະໂມສອນ ເທຄວັນໂດ້ ຕະວັນ ແລະ ສູນພັດທະນາຊົນນະບົດ ຮ່ວມກັບ ບັນດາອົງການຈັດຕັ້ງພາກສັງຄົມ ທີ່ເຮັດວຽກດ້ານການພັດທະນາໄວຫນຸ່ມ ແລະ ສິ່ງແວດລ້ອມ ໄດ້ພ້ອມກັນຈັດລະດົມເຫື່ອແຮງ ແລະ ທຶນ ໃນການຈັດງານ “ໄວຫນຸ່ມ ແລະ ກິລາ ເພື່ອສິ່ງແວດລ້ອມ” ໂດຍແມ່ນສະຫະພັນເທຄວັນໂດ້ລາວ ເປັນປະທານການຈັດງານໃນຄັ້ງນີ້.
ເຊິ່ງກິດຈະກຳພາຍໃນການກໍມີຫລາກຫລາຍເປັນຕົ້ນແມ່ນ – ການແຂ່ງຂັນກິລາເທຄວັນໂດ້ – ການວາງສະແດງ – ການສົນທະນາແລກປ່ຽນ – ການຖາມ-ຕອບ ນອກຈາກນັ້ນຍັງມີການປະກວດຄວາມສາມາດພິເສດທີ່ເປີດໂອກາດໃຫ້ທຸກເພດທຸກໄວ ຈະມາດ່ຽວ ຫລື ມາເປັນທີມກໍໄດ້ ຈະເປັນລະຄອນ, ຮ້ອງເພັງ, ບົດຄວາມ, ບົດຟ້ອນ, ການເຕັ້ນ ແລະ ອື່ນໆ ເລີ່ມວັນທີ: 19 ມີນາ 2016 ທີ່ ສູນກິລາບູໂດ້ ນະຄອນຫຼວງວຽງຈັນ.

ລົງທະບຽນແຂ່ງຂັນໄດ້ທີ ທ້າວ ພອນສະຫວັນ ຈິນດາມະນີ +856-20 55988518

ຫາກທ່ານໃດສົນໃຈຟ້າວມາສະໜັກກັນໄວໆເດີ້

 

ແຫລ່ງຂ່າວຈາກ:

LAO YOUTH RADIO STATION, FM 90.0 MHZ

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...