ມອບ-ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ

ພິທີມອບ – ຮັບໃບຢັ້ງ ຢືນໜ່ວຍພັກເຂັ້ມແຂງ – ຮູ້ນຳ ພາຮອບດ້ານຂອງລັດວິສາຫະ ກິດຖືຮຸ້ນລາວ (ລຮລ) ຄັ້ງທີ 8 ປະຈຳປີ 2015 ໄດ້ຈັດຂຶ້ນໃນ ວັນທີ 10 ມີນານີ້ທີ່ສຳນັກງານ ລຮລ, ໃຫ້ກຽດມອບໃບຢັ້ງຢືນ ໃນຄັ້ງນີ້ແມ່ນ ສະຫາຍ ດຣ. ຄຳມະນີ ອິນທິລາດ ກຳມະ ການສູນກາງພັກ ເລຂາຄະນະ ພັກກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີບັນດາການນຳ ຂອງຄະນະພັກຮາກຖານ, ຄະ ນະ ໜ່ວຍພັກອ້ອມຂ້າງອົງຄະ ນະພັກກະຊວງພະລັງງານ ແລະ ບໍ່ແຮ່ ແລະ 3 ອົງການຈັດ ຕັ້ງມະຫາຊົນຂອງກະຊວງ ພ້ອມດ້ວຍສະມາຊິກພັກທັງ ໝົດຂອງ ລຮລ ເຂົ້າຮ່ວມ.
ໜ່ວຍພັກ ລຮລ ໄດ້ຮັບ ການສ້າງຕັ້ງໃນວັນທີ 5/12/​2005 ຊຶ່ງເປັນໜ່ວຍພັກເອກະ ລາດໜຶ່ງທີ່ຂຶ້ນກັບອົງຄະນະ ພັກກະຊວງພະລັງງານ ແລະ ບໍ່ ແຮ່. ພາຍຫຼັງໄດ້ຮັບການສ້າງ ຕັ້ງໜ່ວຍພັກ ລຮລ ກໍໄດ້ສູ້ຊົນ ຈັດຕັ້ງນຳພາສະມາຊິກພັກ – ພະນັກງານໃນການປະຕິບັດ ໜ້າທີ່ວຽກງານແຕ່ລະດ້ານ ຕາມພາລະບົດບາດໜ້າທີ່ຮັບ ຜິດຊອບຂອງຕົນຢ່າງຮອບ ດ້ານຈົນໄດ້ຮັບຜົນສຳເລັດ ແລະ ມີຜົນງານພົ້ນເດັ່ນເປັນ ກ້າວໆມາ ເຮັດໃຫ້ໜ່ວຍພັກ ລຮລ ມີຄວາມເຕີບໃຫຍ່ເຂັ້ມ ແຂງທັງທາງດ້ານປະລິມານ ແລະ ຄຸນນະພາບ, ສະນັ້ນໜ່ວຍ ພັກຈຶ່ງໄດ້ຮັບນາມມະຍົດເປັນ ໜ່ວຍພັກເຂັ້ມແຂງ – ຮູ້ນຳ ພາຮອບດ້ານ 8 ສະໄໝຕິດຕໍ່ ກັນ ນັບແຕ່ປີ 2008 -​2015 ໃນວັນທີ 23/2/2016 ຊຶ່ງກົງ ກັບວັນສ້າງຕັ້ງ ລຮລ ຄົບຮອບ 11 ປີ ຄືວັນທີ 23/2/​2005.
ໃນພິທີອັນສະຫງ່າລາສີ ນີ້ສະຫາຍ ດຣ. ສົມບຸນ ມະໂນ ລົມ ຄະນະພັກກະຊວງພະລັງ ງານ ແລະ ບໍ່ແຮ່ ເລຂາໜ່ວຍ ພັກ ຜູ້ອຳນວຍການ ລຮລ ໄດ້ ລາຍງານກ່ຽວກັບການຈັດຕັ້ງ ປະຕິບັດແຜນການກໍ່ສ້າງ ໜ່ວຍພັກແຂງ – ຮູ້ນຳພາຮອບ ດ້ານຂອງໜ່ວຍພັກປະຈຳປີ 2015 ແລະ ທິດທາງແຜນ ການກໍ່ສ້າງເປັນໜ່ວຍພັກແຂງ – ຮູ້ນຳພາຮອບດ້ານປະຈຳປີ 2016, ຊຶ່ງສະຫາຍ ໄດ້ກ່າວວ່າ: ໃນປີ 2015 ຜ່ານມາໜ່ວຍພັກ ລຮລ ໄດ້ສູ້ຊົນຮັກສາມູນເຊື້ອ ການເປັນໜ່ວຍພັກແຂງຮູ້ນຳ ພາຮອບດ້ານ ໂດຍໄດ້ເອົາໃຈ ໃສ່ຊີ້ນຳໆພາດ້ານການເມືອງ ແນວຄິດໃຫ້ແກ່ສະມາຊິກພັກ – ພະນັກງານພາຍໃນ ລຮລ.
ຄະນະໜ່ວຍພັກໄດ້ເອົາ ໃຈໃສ່ໃນການຊີ້ນຳ – ນຳພາ ວຽກງານວິຊາສະເພາະຂອງ ລຮລ ຢ່າງຕັ້ງໜ້າ, ໄດ້ຊຸກຍູ້ພະ ນັກງານທຸກຄົນໃຫ້ທຸ້ມເທສະຕິ ປັນຍາ ແລະ ເຫື່ອແຮງເຂົ້າໃນ ການປະຕິບັດວຽກ ງານວິຊາ ສະເພາະທີ່ໄດ້ຮັບມອບໝາຍ ໃຫ້ສຳເລັດຕາມແຜນການທີ່ ວາງໄວ້. ພິເສດໃນປີ 2015 ລຮລ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ໃນການພັດທະນາທຸລະ ກິດຂອງຕົນຕະຫຼອດໄລຍະ 10 ປີ 2005 – 2015), ໄດ້ຮັບ ໃບຢັ້ງຢືນການບໍລິຫານຈັດການ ຕາມມາດຕະຖານສາກົນ ISO (Quality Management System) ຈາກບໍລິສັດ ໂກຼ ບານກຣຸບ (Global GROUP) ປະເທດອັງກິດ ແລະ ບັນລຸ ການລະດົມທຶນຈາກກອງທຶນ ຮ່ວມມືເພື່ອການພັດທະນາ (EDCF) ສ.ເກົາຫຼີ ເພື່ອມາປະ ກອບເປັນທຶນຮຸ້ນຂອງຕົນໃນ ໂຄງການເຊປຽນ – ເຊນ້ຳນ້ອຍ ໃນມູນຄ່າ 80.8 ລ້ານໂດລາ ສະຫະລັດ. ໃນປີ 2015 ລຮລ ມີລາຍຮັບທັງໝົດເກືອບ 15.5 ລ້ານໂດລາສະຫະລັດ. ໃນນັ້ນ, ລາຍຮັບຫຼັກຍັງແມ່ນເງິນປັນ ຜົນຈາກໂຄງການນ້ຳເທີນ 2 ຊຶ່ງມີຈຳນວນ 14.25 ລ້ານໂດ ລາສະຫະລັດ. ລຮລ ໄດ້ປະຕິ ບັດພັນທະຕ່າງໆໃຫ້ລັດຖະ ບານຈຳນວນ 3.6 ລ້ານໂດລາ ສະຫະລັດ. ພ້ອມກັນນັ້ນ, ລຮລ ຊຳລະໜີ້ເງິນກູ້ທັງຕົ້ນທຶນ ແລະ ດອກເບັ້ຍໃຫ້ແກ່ກະຊວງການ ເງິນຕາມສັນຍາກູ້ຢືມຕໍ່ໃນໂຄງ ການນ້ຳເທີນ 2 ຈຳນວນ 4.95 ລ້ານໂດລາສະຫະລັດ, ຖອນ ເງິນກູ້ເພື່ອມາຖອກທຶນຮຸ້ນ ແລະ ຈ່າຍດອກເບ້ຍພ້ອມ ດ້ວຍຄ່າທຳນຽມຕ່າງໆໃນໂຄງ ການໄຟຟ້າຄວາມຮ້ອນຫົງສາ, ໂຄງການເຊປຽນ – ເຊນ້ຳນ້ອຍ ແລະ ໂຄງການນ້ຳງຽບ 1 ຈຳ ນວນທັງໝົດ 138.52 ລ້ານໂດ ລາສະຫະລັດ ກວມເອົາ 25.81% ຂອງເງິນລົງທຶນທັງ ໝົດໃນ 4 ໂຄງການ ຈຳນວນ 536.64 ລ້ານໂດລາສະຫະລັດ.
ໃນປີ 2015 ໂຄງການນ້ຳ ເທີນ 2 ສາມາດຜະລິດໄຟຟ້າ ໄດ້ 5,617 ກິກາວັດໂມງ (GWh). ໃນນັ້ນ, ຂາຍໃຫ້ການ ຜະລິດໄຟຟ້າແຫ່ງປະເທດໄທ (EGAT) ຈຳນວນ 5,315 GWh ຕົກເປັນເງິນຈຳນວນ 228.15 ລ້ານໂດລາສະຫະ ລັດ, ຂາຍໃຫ້ ຟຟລ ຈຳນວນ 302 GWh ຕົກເປັນເງິນຈຳ ນວນ 11.83 ລ້ານໂດລາສະ ຫະລັດ. ໂຄງການໄຟຟ້າຄວາມ ຮ້ອນຫົງສາ ຊຶ່ງປະກອບມີເຄື່ອງ ຈັກຜະລິດໄຟຟ້າ 3 ໜ່ວຍລວມ ກຳລັງຕິດຕັ້ງ 1,878 ເມກາວັດ (MW) ແມ່ນຢູ່ໃນຂັ້ນຕອນສຸດ ທ້າຍຂອງການກໍ່ສ້າງ ຊຶ່ງມາ ຮອດປະຈຸບັນປະຕິບັດໄດ້ ແລ້ວ 99.38%. ພິເສດໃນວັນ ທີ 09/12/2015 ຜ່ານມາບໍລິ ສັດໄຟຟ້າຫົງສາ ໄດ້ຈັດພິທີ ເປີດການນຳໃຊ້ໂຮງໄຟຟ້າ ຄວາມຮ້ອນຫົງສາຢ່າງເປັນ ທາງການ, ມາຮອດທ້າຍປີ 2015 ໂຄງການສາມາດຜະ ລິດໄຟຟ້າໄດ້ 2,347 GWh ແລະ ນຳໃຊ້ຖ່ານຫີນຈຳນວນ 3,886,166 ໂຕນ. ໂຄງການ ໄຟຟ້າເຊປຽນ – ເຊນ້ຳນ້ອຍ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງ ການນັບແຕ່ເດືອນ 02/2014 ເປັນຕົ້ນມາ ແລະ ຮອດທ້າຍ ປີ 2015 ປະຕິບັດໄດ້ແລ້ວ 36%. ໂຄງການໄຟຟ້ານ້ຳງຽບ 1 ເລີ່ມການກໍ່ສ້າງຢ່າງເປັນ ທາງການໃນເດືອນ 09/2014 ແລະ ມາຮອດທ້າຍປີ 2015 ປະຕິບັດໄດ້ແລ້ວ 32%. ນອກ ຈາກ 4 ໂຄງການທີ່ໄດ້ກ່າວມາ ນີ້ແລ້ວ ລຮລ ຍັງໄດ້ດຳເນີນທຸ ລະກິດຂີ້ເທົ່າລອຍໃນໂຄງ ການໄຟຟ້າຄວາມຮ້ອນຫົງສາ ຊຶ່ງການກະກຽມວຽກງານດ້ານ ຕ່າງໆເພື່ອຮອງຮັບການຊື້ – ຂາຍຂີ້ເທົ່າລອຍແມ່ນໄດ້ເຮັດ ສຳເລັດແລ້ວ 100%. ນອກ ຈາກນັ້ນ ລຮລ ຍັງໄດ້ເອົາໃຈ ໃສ່ໃນການປະກອບສ່ວນອຸປະ ຖຳວຽກງານສຳຄັນຕ່າງໆຂອງ ພັກ – ລັດ ແລະ ຊຸກຍູ້ຊ່ວຍເຫຼືອ ສັງຄົມຕາມຄວາມເໝາະສົມ, ລວມທັງໝົດມີຈຳນວນ 57 ຄັ້ງ ຕົກເປັນເງິນ 546.140.000 ກີບ.
ສຳລັບປີ 2016 ໜ່ວຍ ພັກ ລຮລ ຈະໄດ້ສືບຕໍ່ສູ້ຊົນປະ ຕິບັດແຜນກໍ່ສ້າງໜ່ວຍພັກແຂງ -ຮູ້ນຳພາຮອບດ້ານຄັ້ງທີ 9 ແລະ ສືບຕໍ່ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຄວາມ ສາມາດສູງຂຶ້ນເພື່ອ ຮັບປະກັນ ການຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງໜ່ວຍພັກກໍຄື ການດຳເນີນທຸລະກິດຂອງ ລຮລ ໃຫ້ໄດ້ຮັບຜົນສຳເລັດ ຕາມແຜນການທີ່ວາງໄວ້.

 

ແຫລ່ງຂ່າວຈາກ: http://www.pasaxon.org.la