spot_img
Homeຂ່າວເຫດການປະຊາຊົນສະເໜີໃຫ້ ຜູ້ຮັບສະໝັກເລືອກຕັ້ງ ຊ່ວຍແກ້ໄຂບັນຫາພື້ນຖານໂຄງລ່າງ!

ປະຊາຊົນສະເໜີໃຫ້ ຜູ້ຮັບສະໝັກເລືອກຕັ້ງ ຊ່ວຍແກ້ໄຂບັນຫາພື້ນຖານໂຄງລ່າງ!

Published on

ຂປລ. ຂະບວນການພົບປະໂຄສະນາ ຫາສຽງຂອງຜູ້ສະໜັກ ສສຊ ຊຸດທີ VIII ເຂດ 9 ແຂວງຊຽງຂວາງ, ເຂດ 12 ແຂວງຄໍາມ່ວນ ແລະ ເຂດ 14 ແຂວງສາລະວັນ ໄດ້ສືບຕໍ່ພົບປະ ໂຄສະນາຫາສຽງຢູ່ບັນດາເມືອງຕ່າງໆ ພາຍໃນແຂວງ ເພື່ອແນໃສ່ໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ມີ​ຜົນສຳ​ເລັດ​ ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂອກາດດັ່ງກ່າວ ພໍ່ແມ່ປະຊາຊົນແຕ່ລະກຸ່ມບ້ານ ທີ່ ສສຊ ລົງຫາສຽງກໍໄດ້ສະເໜີ ຄວາມຄິດເຫັນ ແລະ ຂໍໃຫ້ຜູ້ແທນ ທີ່ໄດ້ຮັບເລືອກຕັ້ງ ເປັນຜູ້ແທນ ໄດ້ເອົາໄປຄົ້ນຄວ້າພິຈາລະນາ ໂດຍສະເພາະ ການພັດທະນາພື້ນຖານ ໂຄງລ່າງຂອງເມືອງ, ຂອງບ້ານທີ່ມີ ຄວາມຈໍາເປັນເຊັ່ນ: ໂຮງຮຽນ, ຊົນລະປະທານ, ເສັ້ນທາງເຂົ້າບ້ານ ທີ່ສາມາດທ່ຽວໄດ້ 2 ລະດູ ເພື່ອເປັນການແກ້ໄຂ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.

​ໃນ​ນັ້ນເຂດ​ເລືອກ​ຕັ້ງ​ທີ 9 ​ແຂວງ​ຊຽງ​ຂວາງ​​ ບັນດາ ສສຊ ໄດ້​ສືບຕໍ່ລົງ​ໂຄສະນາ​ຫາ​ສຽງ  ຢູ່ ​ເມືອງໜອງ​ແຮດ ​ເຊິ່ງ​ເປັນ​ເມືອງ​ທີ 6 ຂອງ​ແຂວງ ​ເຊິ່ງລວມມີ​ທັງ​ໝົດ 6 ຈຸດ​ ຄື: ກຸ່ມ​ຄັງ​ພະ​ນຽນ, ສຳນັກງານ​ຂອງ​ເມືອງ, ກຸ່ມ​ບໍ​ກໍ​ບໍ​ເຍຍ, ກຸ່ມ​ຫ້ວຍ​ລີ​ມ, ກຸ່ມ​ພູ​ຫົວຊ້າງ ​ແລະ ກຸ່ມ​ພະ​ແຄະ. ​ໃນ​ການ​ລົງ​ໄປ​ແຕ່ລະ​ຈຸດ ຄະນະ​ຜູ້​ແທນ​ແມ່ນ​ໄດ້​ຮັບ ​ການ​ຕ້ອນຮັບ​ຈາກ​ ຄະນະ​ພັກ-ອຳນາດ​ການ​ປົກຄອງ ​ແລະ ມວນ​ຊົນ​ ໃນ​ເຂດ​ດັ່ງກ່າວ​ ຢ່າງ​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ອົບ​ອຸ່ນ​. ຜູ້​ຮັບ​ສະໝັກ​ຮັບເລືອກ​ຕັ້ງ​ ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​ເຂດ​ເລືອ​ຕັ້ງ​ທີ 9 ​ແຂວງ​ຊຽງ​ຂວາງ ມີ​ທັງ​ໝົດ 9 ທ່ານ, ຍິງ 2 ທ່ານ, ​ເລືອກ​ເອົາ 6 ທ່ານ.

ສ່ວນການເຄື່ອນໄຫວຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ເຂດທີ 12 ແຂວງຄຳມ່ວນ ສືບຕໍ່ເຄື່ອນໄຫວທີ່ເມືອງໄຊບົວທອງ ເຊິ່ງເປັນເມືອງທີ 6 ແລະ ຈຸດທີ 45 ໃນຈຳນວນ 92 ຈຸດຂອງແຂວງຄຳມ່ວນ ເຊິ່ງມີພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ ນັບແຕ່ອາຍຸ 18 ປີຂຶ້ນໄປ ເຂົ້າຮ່ວມ ຢ່າງຫລວງຫລາຍ. ທົ່ວແຂວງຄຳມ່ວນ ໄດ້ກຳນົດຈຸດເຄື່ອນໄຫວ ຫາສຽງທັງໝົດຈຳນວນ 92 ຈຸດ, ມີໜ່ວຍປ່ອນບັດເລືອກຕັ້ງ ສສຊ ທັງໝົດ 342 ໜ່ວຍ, ມີຜູ້ລົງສະໝັກຈຳນວນ 11 ທ່ານ ເລືອກເອົາ 8 ທ່ານ. ສະເພາະເມືອງໄຊບົວທອງ ແມ່ນໄດ້ກຳນົດເອົາ 10 ຈຸດ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງ ລົງເຄື່ອນໄຫວຫາສຽງ ຄື: ຈຸດບ້ານນານ້ອຍ, ຈຸດຊອກທາງ, ຈຸດໂພນນາດີ, ຈຸດນາໂມ້, ຈຸດປ່າກ້ວຍ-ໜອງບອນ, ຈຸດນາພ້າວ, ຈຸດສະໂມສອນເມືອງ, ຈຸດນາກະດອມ, ຈຸດແກ້ງຈອນ ແລະ ຈຸດບ້ານຜາໂຄ້ງ ແລະ ເປັນຈຸດທີ 45 ທີ່ຄະນະທີມງານ ຫາສຽງລົງເຄື່ອນໄຫວ. ເມືອງໄຊບົວທອງ ມີຜູ້ມີສິດ ປ່ອນບັດເລືອກຕັ້ງ ຈຳນວນ 13.210 ຄົນ, ຍິງ 6.781 ຄົນ, ມີ 23 ໜ່ວຍ ປ່ອນບັດເລືອກຕັ້ງ.

ພ້ອມ​ນີ້, ຄະນະຜູ້ສະໜັກ ສສຊ ຊຸດທີ VIII ເຂດ 14 ແຂວງສາລະວັນ ຈຳນວນ 11 ທ່ານ ໄດ້ສືບ ຕໍ່ລົງພົບປະຫາສຽງ ນໍາປະຊາຊົນຢູ່ ເມືອງລະຄອນເພັງ, ທົ່ວເມືອງ ປະກອບມີ 75 ບ້ານ, ມີ 47 ໜ່ວຍປ່ອນບັດ, ມີພົນລະເມືອງ 48 ພັນກວ່າຄົນ, ຍິງ 24 ພັນກວ່າຄົນ ໃນນັ້ນ ຜູ້ມີສິດບ່ອນບັດ 29 ພັນກວ່າຄົນ, ຍິງ 14 ພັນກວ່າຄົນ. ການລົງພົບປະຫາສຽງ ຢູ່ເມືອງລະຄອນເພັງ ໃນຄັ້ງນີ້ ຜູ້ສະໜັກ 11 ທ່ານ ໄດ້ລົງເຄື່ອນໄຫວພົບປະຫາສຽງ ນໍາປະຊາຊົນ ມີ 8 ຈຸດ ຄື: ເທດສະບານເມືອງ, ບ້ານພູຖໍ້າພວງ, ບ້ານປາກຕະພານ, ບ້ານໜອງແສງ, ບ້ານຫລັກເກົ້າສິບ, ບ້ານດ່ານນາເລົາ, ບ້ານໂພນສູງ ແລະ ບ້ານບຸດຕະພານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...