Homeລວມກົດຫມາຍລາວອາຍຸຄວາມໃນການຮ້ອງຟອງຄະດີອາຍາ

ອາຍຸຄວາມໃນການຮ້ອງຟອງຄະດີອາຍາ

Published on

 ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ ຟ້ອງ​ຄະ­ດີ​ທາງ​ອາ­ຍາ​ແມ່ນ​ຫຍັງ? ມື້­ນີ້​ຜູ້​ຂຽນ​ຈະ​ຂໍ​ອະ­ທິ­ບາຍ ແລະ​ລົງເລິກ​ກ່ຽວ​ກັບ​ອາ­ຍຸ​ຄວາມ​ໃນ​ການ ຮ້ອງ​ຟ້ອງ​ທາງ​ອາ­ຍາ,

ໃນ​ທຸກ​ຄະດີ​ອາ­ຍາ​ບໍ່​ວ່າ​ຈະ​ເປັນ​ຄະ­ດີ​ໜັກ ຫຼື ເບົາ​ກໍ​ຕາມ​ຕ່າງ​ກໍ​ມີ​ອາ­ຍຸ​ຄວາມ​ໃນການ​ຮ້ອງ​ຟ້ອງ ທັງ​ນັ້ນ ອາ­ຍຸ​ຄວາມໃນ​ການ​ຮ້ອງ​ຟ້ອງ​ແມ່ນ​ເວ­ລາ​ທີ່ໂຈດ​ກ່າວ​ຟ້ອງ ຫຼື ຜູ້​ເສຍ​ຫາຍ​ສາມາດ​ແຈ້ງ​ຄວາມ​ເພື່ອ​ໃຫ້​ເຈົ້າ​ໜ້າ­ທີ່ຕຳ­ຫຼວດ​ດຳ­ເນີນ​ຄະ­ດີ​ກັບ​ຜູ້​ກະ­ທຳຜິດ​ໄດ້, ແຕ່​ຖ້າ​ຫາ​ກວ່າ​ໂຈດ ຫຼື ຜູ້ເສຍ​ຫາຍ​ບໍ່​ແຈ້ງ ຫຼື ບໍ່​ດຳ­ເນີນ​ການໃນ​ທາງ​ກົດ­ໝາຍ​ກັບ​ຜູ້​ກະ­ທຳ​ຜິດ ໃນ​ໄລ­ຍະ​ເວ­ລາ​ທີ່​ກຳ­ນົດ​ໄວ້ ໂທດ​ທີ່ ຜູ້​ກະ­ທຳ​ຜິດ​ທີ່​ໄດ້​ກະ­ທຳ​ໄວ້​ກໍ​ຈະຕົກ​ໄປ.

ອີງ​ຕາມ​ກົດ­ໝາຍ​ອາ­ຍາ​ລາວ ແລ້ວ ໄດ້​ກຳ­ນົດ​ລະ­ດັບ​ປະ­ເພດ​ຂອງ ການ​ກະ­ທຳ​ຜິດ​ອອກ​ເປັນ 3 ລະ­ດັບດ້ວຍ​ກັນ ຊຶ່ງ​ໃນ​ແຕ່​ລະ​ລະດັບ​ກໍ​ມີ ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ​ທີ່ແຕກ​ຕ່າງ​ກັນ​ອອກ​ໄປ​ຄື

1. ການກະ­ທຳ​ຜິດ​ໃນ​ສະ­ຖານ​ລະ​ຫຸ​ໂທດ ຫຼື ໂທດ​ເບົາ ຊຶ່ງ​ສະ­ຖານ​ການ​ກະ­ທຳຜິດ​ດັ່ງ­ກ່າວ​ກົດ­ໝາຍ​ແມ່ນ​ກຳ­ນົດ ໂທດ​ຕຳ​ນິ​ວິ­ຈານ​ ຕໍ່­ໜ້າ​ມະ­ຫາ­ຊົນ ຫຼື ໂທດ​ປັບ​ໃໝ ຊຶ່ງ​ໃນ​ການ​ກະ­ທຳຜິດ​ລະ­ດັບ​ນີ້​ແມ່ນ​ມີ​ອາ­ຍຸ​ຄວາມ​ໃນການ​ຮ້ອງ​ຟ້ອງ​ໜຶ່ງ​ປີ, ຍົກ​ຕົວ­ຢ່າງ ການ​ເປັນ​ແພດ​ເຖື່ອນ​ທີ່​ລະ­ບຸ​ວ່າ “ບຸກ­ຄົນ​ຜູ້​ໃດ​ທີ່​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ປິ່ນ­ປົວ​ຢ່າງ​ເປັນ​ທາງ​ການ​ຫາກ​ໄດ້ປິ່ນ­ປົວ​ຄົນ​ເຈັບ ເພື່ອຫາ​ລາຍ​ໄດ້​ຈະຖືກ​ປັບ​ໃໝ​ແຕ່ 1 ແສນ​ກີບŒ 5 ແສນກີບ” ຊຶ່ງ​ໃນ​ຕົວ­ຢ່າງ​ດັ່ງ­ກ່າວ​ນີ້ ຖ້າ ພົບ​ເຫັນ​ການ​ກະ­ທຳ​ຜິດ ຫຼື ຮ່ອງຮອຍ​ຂອງ​ການ​ກະ­ທຳ​ຜິດ ແມ່ນ​ຈະມີ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ 1 ປີ ນັບ​ແຕ່​ມື້​ທີ່​ໄດ້​ມີ​ການ​ກະ­ທຳ​ຜິດ.

  1. ການ​ກະ­ທຳ​ຜິດ​ໃນ​ສະ­ຖານ ໂທ­ສາ­ນຸ­ໂທດ ແມ່ນ​ການ​ກະ­ທຳ​ໃນລະ­ດັບ​ປານ​ກາງ ຊຶ່ງ​ກົດ­ໝາຍ​ໄດ້ກຳ­ນົດ​ໂທດ​ຕັ້ງ­ແຕ່​ໂທດ​ດັດ​ສ້າງ ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ຫຼື ໂທດຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 3 ເດືອນ​ຫາ 10 ປີ ແລະ​ໂທດ​ປັບ​ໃໝ ສຳ­ລັບການ​ກະ­ທຳ​ຜິດ​ໃນ​ລະ­ດັບ​ດັ່ງ­ກ່າວ ນີ້​ມີ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງແຕ່ 7 ປີ ຍົກ​ຕົວ­ຢ່າງ ໃນ​ມາດ​ຕະ 126 ຂອງ​ກົດ­ໝາຍ​ອາ­ຍາ​ວ່າ​ດ້ວຍ ການ​ທຳ​ມິດ​ສະ​ຈານ ຫຼື ການ​ທີ່​ຜົວ ຫຼື ເມຍ​ມີ​ຊູ້​ນັ້ນຕາມ​ກົດ­ໝາຍ​ລາວ ແລ້ວ​ການ​ກະ­ທຳ​ຜິດ​ດັ່ງ­ກ່າວ​ຈະ ຖືກ​ລົງ­ໂທດ​ຕັດ​ອິດສະ­ຫຼະ­ພາບ​ແຕ່ 3 ເດືອນ​ຫາ 1 ປີ ຫຼື ດັດ​ສ້າງ​ໂດຍ ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ​ຈະ​ຖືກ ປັບ​ໃໝ​ແຕ່ 5 ແສນ​ກີບ Œ5 ລ້ານ​ກີບ ການ​ກະ­ທຳ​ຜິດ​ໃນ​ກໍ­ລະ­ນີ​ດັ່ງ­ກ່າວ ນີ້​ແມ່ນ​ມີ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງຟ້ອງ, ເຊັ່ນ: ຫາກ​ຜົວ ຫຼື ເມຍ​ຈະຟ້ອງ ຫຼື ດຳ­ເນີນ​ຄະ­ດີ​ຄວາມ​ກັບ​ອີກຝ່າຍ​ໜຶ່ງ​ນັ້ນ, ຜົວ ຫຼື ເມຍ ຝ່າຍ​ທີ່ເສຍ​ຫາຍ​ສາ­ມາດ​ຟ້ອງ ຫຼື ມີ​ເວ­ລາໃນ​ການ​ຟ້ອງ​ດົນ​ເຖິງ 7 ປີ ຍິ່ງ​ໄປກວ່າ​ນີ້ ການ​ທຳ​ມິດ​ສະ​ຈານ​ແມ່ນ ການ​ກະ­ທຳ​ຜິດ​ທີ່​ຖ້າ​ຫາກ​ໄດ້​ມີ.

ການຮ້ອງຟ້ອງ ເພື່ອໃຫ້ເຈົ້າໜ້າທີ່ຕຳຫຼວດດຳເນີນຄະດີແລ້ວຜົວ ຫຼື ເມຍຜູ້ທີ່ເສຍຫາຍບໍ່ສາມາດຖອນຄຳຮ້ອງຟ້ອງ ດັ່ງກ່າວ ຫຼື ຮຽກຮ້ອງໃຫ້ມີການຢຸດເຊົາການດຳເນີນຄະດີໄດ້ເນື່ອງຈາກໃນກໍລະນີ ດັ່ງກ່າວຖືເປັນກໍລະນີທີ່ໄອຍະການເປັນໂຈດ ຫຼື ເວົ້າອີກຢ່າງໜຶ່ງກໍຄື ລັດຈະເຂົ້າມາທຳໜ້າທີ່ເປັນໂຈດ ບໍ່ແມ່ນບຸກຄົນທຳມະດາດັ່ງນັ້ນ ບຸກຄົນທຳມະດາບໍ່ສາມາດສັ່ງໃຫ້ຢຸດເຊົາການດຳເນີນຄະດີໄດ້ນອກ ຈາກນີ້ ກໍຍັງມີຫຼາຍກໍລະນີທີ່ມີຫຼາຍຄົນເຂົ້າໃຈຜິດຕໍ່ກົດໝາຍເຊັ່ນເຂົ້າໃຈຜິດວ່າຫາກເຮັດບົດບັນທຶກຂັ້ນບ້ານ ຫຼື ຂັ້ນພື້ນຖານແລ້ວຈະຖືໄດ້ວ່າເປັນການສິ້ນສຸດຂະບວນການທາງກົດໝາຍໄດ້ ຫຼື ຫາກໄດ້ເຮັດບົດບັນທຶກວ່າບໍ່ເອົາເລື່ອງບໍ່ເອົາຄວາມນຳອີກຢ່າງໜຶ່ງແລ້ວກໍຈະມີຜົນສັກສິດທີ່ໃຊ້ໄດ້ໃນທາງກົດໝາຍໂລດແຕ່ໃນຄວາມຈິງແລ້ວ ກົດໝາຍບໍ່ໄດ້ຮັບຮູ້ການໄກ່ເກ່ຍ ດັ່ງກ່າວແຕ່ຢ່າງໃດຫາກຝ່າຍທີ່ຕົກລົງວ່າຈະບໍ່ເອົາເລື່ອງ ຫຼື ບໍ່ດຳເນີນຄະດີນັ້ນຫາກໄດ້ມີການປ່ຽນໃຈແລ້ວ ແລະການກະທຳຜິດດັ່ງກ່າວຍັງຢູ່ໃນອາຍຸຄວາມໃນການຮ້ອງຟ້ອງແລ້ວຝ່າຍນັ້ນກໍຍັງສາ ມາດຮ້ອງຟ້ອງ ຫຼື ແຈ້ງຄວາມຕໍ່ ເຈົ້າໜ້າທີ່ຕຳຫຼວດໃຫ້ດຳເນີນຄະດີຕາມກົດໝາຍເພື່ອເອົາຜິດກັບອີກຝ່າຍໜຶ່ງໄດ້ທຸກເມື່ອພາຍໃນກຳນົດອາຍຸຄວາມທີ່ຍັງເຫຼືອແຕ່ຢ່າງໃດກໍຕາມການກະທຳຜິດທີ່ລະບຸໄວ້ໃນມາດຕາ 25 ຂອງກົດໝາຍອາ ຍາເຊັ່ນການກະທຳຜິດ ຊຶ່ງຈຳເປັນ ຕ້ອງມີຄຳຮ້ອງຟ້ອງຂອງຜູ້ຖືກເສຍຫາຍເຊັ່ນການທຳຮ້າຍຮ່າງກາຍລະຫວ່າງຍາດໃກ້ຊິດທີ່ບໍ່ມີບາດເຈັບສາຫັດ ຫຼື ບໍ່ເສຍອົງຄະ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການໝິ່ນປະມາດຊາກສົບ ຫຼື ຊື່ສຽງຂອງຜູ້ຕາຍ, ການກະທຳຜິດຕໍ່ກຳມະສິດສ່ວນຕົວຂອງ ຍາດໃກ້ຊິດການລ່ວງລະເມີດເຄຫາສະຖານ ແລະການລ່ວງລະເມີດຄວາມລັບສ່ວນຕົວໃນກໍລະນີຕາມມາດຕາ 25 ນີ້ຖືວ່າບຸກຄົນທຳມະດາສາມາດຮ້ອງຟ້ອງ  ແລະເມື່ອມີການຮ້ອງຟ້ອງແລ້ວກໍສາມາດ ຖອນຄຳຮ້ອງຟ້ອງໄດ້ ຫຼື ຂໍໃຫ້ຢຸດເຊົາການດຳເນີນຄະດີໄດ້.

ສ່ວນການກະທຳຜິດໃນສະຖານຄະລຸໂທດແມ່ນປະເພດການກະທຳຜິດທີ່ມີໂທດໜັກທີ່ສຸດຄື ໂທດຕັ້ງແຕ່ໂທດຕັດອິດສະຫຼະພາບແຕ່ 5 ປີຂຶ້ນໄປຫາຕະຫຼອດຊີວິດພ້ອມ ທັງໂທດປັບໃໝ ແລະໂທດປະຫານ ຊີວິດການກະທຳຜິດໃນລະດັບນີ້ ແມ່ນມີອາຍຸຄວາມໃນການຮ້ອງຟ້ອງ 15 ປີ ຍົກຕົວຢ່າງ ການຄາຕະກຳທີ່ມີໂທດຕັດອິດສະຫຼະພາບແຕ່ 15 ປີ ຂຶ້ນໄປການລະເມີດຄວາມປອດໄພທາງອາກາດ, ສະໜາມບິນ, ທ່າກຳປັ່ນທີ່ມີໂທດຕັດອິດສະ ຫຼະພາບແຕ່ 10  ປີ ຂຶ້ນໄປ ຫຼື ການຈັບເປັນຕົວປະກັນທີ່ມີໂທດຕັດອິດສະຫຼະພາບແຕ່ 10 ປີ ຂຶ້ນໄປ ແລະການກະທຳຜິດອື່ນໆທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາລາວ, ດັ່ງນັ້ນ ການກະທຳຜິດດັ່ງກ່າວເຫຼົ່ານີ້ຖືວ່າເປັນການກະທຳຜິດທີ່ໂຫດຮ້າຍປ່າເຖື່ອນມີຄວາມສູນເສຍ ແລະສົ່ງຜົນກະທົບຕໍ່ບຸກຄົນ ແລະສັງຄົມເປັນຈຳນວນຫຼວງຫຼາຍດັ່ງນັ້ນ ຈິ່ງມີອາຍຸຄວາມໃນການຮ້ອງຟ້ອງທີ່ຍາວນານ.

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...