spot_img
Homeຂ່າວພາຍ​ໃນລາວ​ຢືນຢັນ! ​ພົບຜູ້ຕິດເຊື້ອຊິກ້າ ເປັນຂໍ້ມູນເກົ່າ ປັດຈຸບັນບໍ່ມີກໍລະນີຕິດເຊື້ອ ແຕ່ຢ່າງໃດ!

ລາວ​ຢືນຢັນ! ​ພົບຜູ້ຕິດເຊື້ອຊິກ້າ ເປັນຂໍ້ມູນເກົ່າ ປັດຈຸບັນບໍ່ມີກໍລະນີຕິດເຊື້ອ ແຕ່ຢ່າງໃດ!

Published on

ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເຊົ້າວັນ​ທີ 10 ມີນາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ, ຜູ້ຕາງໜ້າ​ກະຊວງ​ສາທາລະນະ​ສຸກ ​ໄດ້​ອອກ​ມາ​ຢືນຢັນ​ວ່າ: ​ໃນ​ຜ່ານ​ມາ ລາວ​ຍັງ​ບໍ່​ມີ​ຜູ້​ຕິດ​ເຊື້ອພະຍາດ ZIKA ​ໃນ​ກໍລະນີ​ໃດໆ. ​ເຖິງ​ວ່າ​ເປັນ​ພະຍາດ​ທີ່​ຮ້າຍ​ແຮງ​ ພວມ​ແຜ່​ລະຫຍາ​ຍ​ເປັນ​ວົງກວ້າງ​ໃນ​ຂອບ​ເຂດ​ທົ່ວ​ໂລກ ຈົນ​ເຮັດ​ໃຫ້​ອົງການ​ສາທາລະນະ​ສຸກ​ໂລກ (WHO) ອອກ​ມາ​ເຕືອນ​ໄພ​ອັນຕະລາຍ​ຕໍ່​ພະຍາດ​ດັ່ງກ່າວ.

ທ່ານ ບຸນ​ຫລາຍ ພົມມະ​ສັກ ຫົວໜ້າ​ກົມ​ພະຍາດ​ຕິດ​​ແປດ ກະຊວງ​ສາທາລະນະ​ສຸກ ຖະ​ແຫລ​ງ​ໃນ​ກອງ​ປະຊຸມ​ຂ່າວ​ດັ່ງກ່າວ​ວ່າ: ລາວ​ປະຕິ​ເສດ​ໃນ​ການ​ກ່າວ​ຫາ​ວ່າ​ ລາວ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອພະຍາດ ZIKA ​ແລະ ຂໍ​
ຢືນຢັນ​ວ່າ ​ນັບ​ແຕ່​ຕົ້ນປີ 2016 ມາ​ນີ້ ຢູ່​ລາວ​ຍັງ​ບໍ່​ກວດ​ພົບ​ເຫັນ ​ຜູ້​ຕິດ​ເຊື້ອພະຍາດ​ດັ່ງກ່າວ​ແຕ່​ຢ່າງ​ໃດ, ສ່ວນ​ການ​ຢືນຢັນ​ຂອງ​ອົງການ WHO ວ່າ​ລາວ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອ ZIKA ນັ້ນ​ແມ່ນ​ຂໍ້​ມູນ​ເກົ່າ. ຕາມ​ການ​ເປີດ​ເຜີຍ​ຂອງກະຊວງ​ສາທາລະນະ​ສຸກ ​ແລະ ສະ​ຖາ​ບັນ Pasteur ລາວ ​ເມື່ອ​ຜ່ານ​ມາ ຕາມ​ກໍລະນີ​ກວດ​ເລືອດ​ຂອງ​ຜູ້​ຕິດ​ເຊື້ອພະຍາດ​ໄຂ້​ເລືອດ​ອອກ ​ທີ່​ມາ​ຈາກ​ຍຸງ​ລາຍ​ໃນ​ລະຫວ່າງ​ປີ 2012-2015 ພົບ​ວ່າ​ຢູ່​ນະຄອນຫລວງ​ວຽງ​ຈັນ​ ມີ​ຜູ້​ຕິດ​ເຊື້ອ​ໄວຣັສ ZIKA ຈຳນວນ 19 ຄົນ, ​ໃນ​ນັ້ນ​ເປັນຊາຍ 13 ຄົນ ​ແລະ ​ເປັນ​ຍິງ 6 ຄົນ, ​ແຕ່​ສະ​ເພາະ​ຜູ້​ຕິດ​ເຊື້ອທີ່​ເປັນ​ເພດ​ຍິງ​ໃນ​ເວລາ​ນັ້ນ​ ແມ່ນ​ບໍ່​ມີ​ໃຜ​ຖືພາ ​ແລະ ຈຳນວນ​ຜູ້​ຕິດ​ເຊື້ອທັງ​ໝົດ​ ລ້ວນ​ແຕ່​ມີ​ສຸກຂະພາບ​ແຂງ​ແຮງ​ດີ ​ແລະ ກໍ​ບໍ່​ມີ​ໃຜ​ໄດ້​ໄປ​ບັນດາ​ປະ​ເທດ ​ທີ່​ມີ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວ.

ທ່ານ ບຸນ​ຫລາຍ ກ່າວ​ວ່າ: ​ແຕ່​ເຖິງ​ຢ່າງ​ໃດ, ລັດຖະບານ​ລາວ​ກໍ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ຕໍ່​ການ​ຕ້ານ ​ແລະ ສະກັດ​ກັ້ນການລະບາດ​ຂອງ​ພະຍາດ​ຕິດ​ແປດ​ຮ້າຍ​ແຮງ​ດັ່ງກ່າວ ​ໂດຍ​ໄດ້​ຈັດຕັ້ງໜ່ວຍ​ງານ​ຮັບຜິດຊອບ​ສະ​ເພາະ, ​ໃນ​ນັ້ນກໍ​ມີ​ໜ່ວຍ​ງານ​ສະກັດ​ກັ້ນ​ໄວຣັສ ZIKA ນຳ​ດ້ວຍ ​ແລະ ​ໃນ​ໄລຍະ​ນີ້ ກະຊວງ​ສາທາລະນະ​ສຸກ​ລາວ​ ກໍ​ໄດ້​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ໂຄສະນາ​ເຕືອນ​ສະຕິ​ຂອງ​ປະຊາຊົນ ​ໃນ​ການ​ສະກັດ​ກັ້ນ ​ແລະ ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ​ເຊິ່ງ​ເປັນ​ຕົວ​ນຳ​ເຊື້ອຂອງ​ພະຍາດ​ດັ່ງກ່າວ. ພ້ອມ​ນັ້ນກໍ​ໄດ້​ປະສານ​ສົມທົບ​ກັບ​ ຂະ​ແໜງ​ຄົມມະນາຄົມ ​ແລະ ພະນັກງານ​ຜູ້​ເຮັດ​ວຽກ​ຢູ່​ດ່ານ​ຊາຍ​ແດນ ​ໃຫ້​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ ​ແລະ ວິທີ​ການ​ຕ່າງໆ​ ໃນ​ການ​ສະກັດ​ກັ້ນພະຍາດ​ຕິດ​​ແປດ​ດັ່ງກ່າວ​ໃຫ້​ມີ​ປະສິດທິ​ຜົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...