Homeເກັບຕົກ-ເລື່ອງແປກຊາວບ້ານຮືຮາ! ໄກ່ມີ 4 ຂາທີ່ຈີນ.

ຊາວບ້ານຮືຮາ! ໄກ່ມີ 4 ຂາທີ່ຈີນ.

Published on

ເມື່ອວັນທີ 9 ມີນາ 2016 ເວັບໄຊເດລີເມວ ເຜີຍລາຍງານຈາກປະເທດຈີນວ່າ ເຈົ້າຂອງຟາມໄກ່ໃນໝູ່ບ້ານແຫ່ງໜຶ່ງໃນເມືອງເຫີດຈີ ມົນທົນຊານຕົງ ພົບໄກ່ປະຫຼາດ ມີ 4 ຂາ ແຕ່ຍັງຍ່າງ ແລະ ແລ່ນໄດ້.

ken1

 

ken4

ຈູ ແລະ ພໍ່ຂອງນາງເຜີຍວ່າ ໄກ່ປະຫຼາດຕົວນີ້ໄດ້ພົບໃນຟາມຂອງພວກເຂົາເຊິ່ງມີໄກ່ຫຼາຍກ່ວາ 10,000 ໂຕ ແຕ່ໂຕນີ້ເປັນໂຕດຽວທີ່ປະຫຼາດຕ່າງຈາກບັນດາເພື່ອນໆຂອງມັນ ເມື່ອຊາວບ້ານຮູ້ຂ່າວກໍ່ພາກັນແຕກຕື່ນ ແລະ ແຮ່ມາເບິ່ງໄກ່ຂອງລາວ ພ້ອມທັງຖ່າຍຮູບເກັບໄວ້ ເຮັດໃຫ້ໄກ່ມີອາການຕື່ນຕົກໃຈຫຼາຍ.

ດ້ານຜູ້ຊ່ຽວຊານດ້ານການລ້ຽງສັດເມືອງເຫີເຈີ ໄດ້ກ່າວວ່າ ໄກ່ປະຫຼາດ 4 ຂາຕົວນີ້ ເກີດຈາກການຜິດປົກກະຕິຂອງໂຄງສ້າງຮ່າງກາຍ ເຊິ່ງມີຜົນໃຫ້ມັນໃຊ້ຊີວິດໄດ້ຢ່າງຍາກລຳບາກ ແຕ່ມັນຍັງສາມາດກິນອາຫານໄດ້ເມື່ອເວລາໃຫ້ອາຫານ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...