Homeຂ່າວການພັດທະນາລັດ ຈະ​ນຳ​ໃຊ້​ລະ­ບົບ​ໂປຣ​ແກຣມ​ຄຸ້ມ​ຄອງ, ຕິດ­ຕາມ​ການ​ກໍ່­ສ້າງ ແລະ​ ສ້ອມ­ແປງ​ຂົວ-ທາງ

ລັດ ຈະ​ນຳ​ໃຊ້​ລະ­ບົບ​ໂປຣ​ແກຣມ​ຄຸ້ມ​ຄອງ, ຕິດ­ຕາມ​ການ​ກໍ່­ສ້າງ ແລະ​ ສ້ອມ­ແປງ​ຂົວ-ທາງ

Published on

ເນື່ອງ​ຈາກ​ໄລ­ຍະ​ຜ່ານ​ມາ​ການ​ກໍ່ສ້າງ ແລະ​ສ້ອມ­ແປງ​ຂົວ​ທາງ​ໃນ​ທົ່ວ​ປະເທດ​ຍັງ​ບໍ່​ທັນ​ໄດ້​ຕາມ​ລະ­ດັບ​ມາດ­ຖານ ຊຶ່ງ​ເມື່ອ​ກໍ່­ສ້າງ​ສຳ­ເລັດ​ໄດ້​ບໍ່​ພໍ​ເທົ່າ­ໃດ​ປີ​ກໍ​ເປ່​ເພ ເຮັດ​ໃຫ້­ການ​ສັນ­ຈອນ​ໄປ-ມາ ຫຍຸ້ງ­ຍາກ​ສັບ­ສົນ​ຈາກ​ສະ­ພາບ​ຄື​ດັ່ງ­ກ່າວ ເພື່ອ​ເປັນ​ການ​ແກ້​ໄຂ​ບັນ­ຫາ​ໃຫ້​ຖືກ​ຈຸດ​ທັງ​ໄລ­ຍະ​ຍາວ ຂະ­ນະ​ນີ້​ລັດ​ກຽມ​ຈະ​ນຳໃຊ້​ລະ­ບົບ​ໂປຣ​ແກຣມ ເພື່ອ​ຄຸ້ມ​ຄອງ, ຕິດຕາມ​ການ​ກໍ່­ສ້າງ ແລະ​ສ້ອມ­ແປງ​ຂົວ-ທາງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ປະ­ຈຸບັນ​ຢູ່​ໃນ​ຂັ້ນ​ຕອນ​ທົດ​ລອງ​ປະ­ຕິ­ບັດ​ຫາກ​ໄດ້­ຜົນ​ທາງ​ບວກ​ກໍ​ຈະ​ປະ­ກາດ​ໃຊ້​ຢ່າງເປັນ​ທາງ​ການ.

ທ່ານ ປໍ​ທອງ ໂງ່ນ​ພະ­ຈັນ ຮອງ​ຫົວໜ້າ​ກົມ​ຂົວ​ທາງ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ເສດ​ຖະກິດ-ສັງ­ຄົມ ເມື່ອ​ວັນ​ທີ 9 ມີ­ນາ​ນີ້​ວ່າ: ໂປຣ​ແກຣມ​ຕິດ­ຕາມ​ການ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວ​ທາງ​ເວ­ລາ​ນີ້​ແມ່ນ​ຢູ່​ໃນ​ຂັ້ນຕອນ​ການ​ທົດ​ລອງ​ນຳ​ໃຊ້​ໃນ​ທົ່ວ​ປະ­ເທດ ຫຼັງ​ຈາກ​ນັ້ນ​ຈະ​ໄດ້​ມີ​ການ​ປະ​ເມີນ​ຜົນຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໃຊ້ ຖ້າຫາກ​ໄດ້​ຮັບ​ຜົນ​ຕາມ​ຄາດ­ໝາຍ​ກໍ​ຈະ​ປະກາດ​ໃຫ້​ບັນ­ດາ​ແຂວງ​ໃນ​ທົ່ວ​ປະ­ເທດ​ນຳໃຊ້​ລະ­ບົບ​ໂປຣ​ແກຣມ​ດັ່ງ­ກ່າວ​ຢ່າງ​ເປັນທາງ​ການ.

ຊຶ່ງ​ໂປຣ​ແກຣມ​ຕິດ­ຕາມ​ການ​ກໍ່­ສ້າງ ແລະ​ສ້ອງ​ແປງ​ຂົວ​ທາງ (IRAM) ແມ່ນ ໄດ້​ເລີ່ມ​ອອກ​ແບບ​ພັດ­ທະ­ນາ​ມາ​ແຕ່​ຕົ້ນ​ປີ 2014 ດ້ວຍ​ການ​ຮ່ວມ​ມື​ຂອງ​ພະ​ແນກການ​ຂ່າວ ແລະ​ເຕັກ​ໂນ​ໂລ​ຊີ​ການ​ສື່­ສານກັບ​ບໍ­ລິ­ສັດ​ທີ່​ປຶກ­ສາ​ລາວ​ຟິ​ນິກ​ຈຳ­ກັດ ຊຶ່ງ​ຈະ​ເປັນ​ເຄື່ອງ­ມື​ທີ່​ດີໃນ​ການ​ຄຸ້ມ​ຄອງ ແລະ​ຕິດ­ຕາມ​ປະ­ຫວັດການ​ກໍ່­ສ້າງ ແລະ​ສ້ອມ­ແປງ​ຂົວ​ທາງ​ສຳລັບ​ທາງ​ຫຼວງ​ແຫ່ງ​ຊາດ, ທາງ​ຫຼວງ​ທ້ອງຖິ່ນ ນັບ​ແຕ່​ການ​ລົງ​ເກັບ​ກຳ​ຂໍ້​ມູນ​ມາ​ສ້າງບໍ​ລິ​ມາດ​ວຽກ​ໄປ​ຈົນ​ຮອດ​ເວ­ລາ​ສຳ­ເລັດ ໂຄງ­ການ.

ໝາຍ​ຄວາມ​ວ່າ​ໂປຣ​ແກຣມ​ນີ້​ສາມາດ​ບັນ­ທຶກ​ປະ­ຫວັດ​ການ​ກໍ່­ສ້າງ ຫຼື ສ້ອມແປງ​ຂົວ​ທາງ, ບັນ­ທຶກ​ຄວາມ​ຄືບ​ໜ້າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ແລະ​ນຳໃຊ້​ງົບ­ປະ­ມານ​ແຕ່​ລະ​ໄລ­ຍະ, ບັນ­ທຶກ​ປະຫວັດ​ຜູ້​ຮັບ​ເໝົາ, ບັນ­ທຶກ​ສະ­ຖິ­ຕິ​ຕາ​ໜ່າງເສັ້ນ­ທາງ, ສະ­ຖິ­ຕິ​ການ​ຈະ­ລາ­ຈອນ ແລະ ອື່ນໆ.

ໂດຍ​ໃນ​ໄລ­ຍະ​ຜ່ານ​ມາ­ຄະ​ນະ​ນຳ​ກະຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ (ຍທຂ) ໄດ້​ຖື​ສຳ­ຄັນ​ໃນ​ການ​ຫັນ​ທິດ​ເປັນ​ທັນ​ສະໄໝ ແລະ​ສົ່ງ­ເສີມ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານວຽກ​ງານ​ລັດ ໃນ​ຂະ­ແໜງ ຍທຂ ໃຫ້​ເປັນລະ­ບົບ​ລວມ​ສູນ, ຍທຂ ໄດ້​ເອົາ­ໃຈ­ໃສ່ວາງ​ແຜນ​ພັດ­ທະ­ນາ​ລະ­ບົບ ໄອ​ຊີ​ທີ​ໃນ​ຂະແໜງ​ການ​ຢ່າງ​ເປັນ​ລະ­ບົບ​ໃນ​ນີ້​ໂປຣແກຣມ​ຕິດ­ຕາມ​ການ​ກໍ່­ສ້າງ ແລະ​ສ້ອມແປງ​ຂົວ​ທາງ (IRAM) ກໍ​ແມ່ນ​ໜຶ່ງ​ໃນ ບັນ­ດາ​ໂປຣ​ແກຣມ​ທີ່​ຫ້ອງ­ການ​ກະ­ຊວງ ຍທຂ ໄດ້​ສ້າງ​ຂຶ້ນ ເພື່ອ​ນຳ​ໃຊ້​ເຂົ້າ​ໃນວຽກ​ງານ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ​ໃນ​ຂະແໜງ​ຂອງ​ຕົນ​ໃຫ້​ມີ​ຄວາມ​ທັນ​ສະ­ໄໝ ເປັນ­ຕົ້ນ​ໂປຣ​ແກຣມ​ຕິດ­ຕາມ​ການ​ລົງທະ­ບຽນ​ເອ­ກະ­ສານ, ໂປຣ​ແກຣມ​ຄຸ້ມຄອງ​ຕິດ­ຕາມ​ປະ­ຫວັດ​ພະ­ນັກ­ງານ​ລັດ​ຖະກອນ ແລະ​ໂປ​ຮ​ແກຣມ​ຄຸ້ມ​ຄອງ​ຊັບ​ສິນ.

ແນວ­ໃດ​ກໍ​ດີ ຂໍ້​ມູນ​ຈາກ​ກົມ​ຂົວ​ທາງຍັງ​ໃຫ້​ຮູ້​ອີ​ກວ່າ: ສະ­ຖິ­ຕິ​ຂົວ​ທາງ​ໃນ​ທົ່ວປະ­ເທດ​ປີ 2013 ເສັ້ນ­ທາງ​ມີ​ຄວາມ​ຍາວທັງ​ໝົດ 45.825 ກິ­ໂລ­ແມັດ ໃນ​ນັ້ນ ທາງ ຫຼວງ​ແຫ່ງ​ຊາດ​ຍາວ 7.377 ກິ­ໂລ­ແມັດ, ທາງ​ຫຼວງ​ແຂວງ 8.209 ກິ​ໂລ, ທາງ​ຫຼວງເມືອງ 5.624 ກິ​ໂລ, ທາງ​ເທ­ສະ​ບານ 2.215 ກິ​ໂລ, ທາງ​ຊົນ­ນະ­ບົດ 20.257 ກິ​ໂລ ແລະ​ທາງ​ສະ­ເພາະ 2.122 ກິ​ໂລ ແມັດ, ສ່ວນ​ຂົວ​ມີ​ທັງ​ໝົດ 1.907 ແຫ່ງຍາວ 120 ກວ່າ​ກິ­ໂລ­ແມັດ ປະ­ກອບ​ມີ​ຂົວຕາມ​ທາງ​ຫຼວງ​ແຫ່ງ​ຊາດ 997 ແຫ່ງ ຍາວ 66,22 ກິ­ໂລ­ແມັດ, ຂົວ​ຕາມ​ທາງຫຼວງ​ແຂວງ 558 ແຫ່ງ ຍາວ 46,62 ກິໂລ​ແມັດ, ຂົວ​ຕາມ​ທາງ​ຫຼວງ​ເມືອງ 188 ແຫ່ງ​ຍາວ 3,46 ກິ​ໂລ, ຂົວ​ຕາມ​ທາງ​ຊົນນະ​ບົດ 142 ແຫ່ງ​ຍາວ 3,85 ກິ­ໂລ­ແມັດ, ຂົວ​ຕາມ​ທາງ​ເທ­ສະ​ບານ 20 ແຫ່ງ ຍາວ 360 ແມັດ ແລະ​ຂົວ​ຕາມ​ທາງ​ສະ­ເພາະ​ມີ 2 ແຫ່ງ ຍາວ 75 ແມັດ ໂດຍ​ມາ​ຮອດ ຂະນະ​ນີ້​ຄາດ​ວ່າ​ບັນ­ດາ​ຂົວ ແລະ​ເສັ້ນ­ທາງ​ກໍ​ຈະ​ມີ​ຕົວ​ເລກ​ເພີ່ມ​ຂຶ້ນ​ຢ່າງ​ແນ່­ນອນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...