Homeຂ່າວຕ່າງປະເທດຄູ່ຮັກໄວລຸ້ນຈີນຂາຍລູກສາວ ອາຍຸພຽງ 18ມື້ ເພື່ອເອົາເງິນໄປຊື້ໂທລະສັບ-ລົດຈັກ

ຄູ່ຮັກໄວລຸ້ນຈີນຂາຍລູກສາວ ອາຍຸພຽງ 18ມື້ ເພື່ອເອົາເງິນໄປຊື້ໂທລະສັບ-ລົດຈັກ

Published on

ຊາຍອາຍຸ 19 ປີຈາກມົນທົນຝູຈ້ຽນ ຢູ່ລະຫວ່າງການຄວບຄຸມໂຕເພື່ອພິຈາລະນາຄະດີອາດຊະຍາກຳ ຫຼັງຈາກພົບວ່າພວກເຂົາຮ່ວມກັນຈົງໃຈຂາຍລູກສາວອາຍຸ 18 ມື້ດ້ວຍຈຳນວນເງິນ 23,000 ຢວນ

ມີລາຍງານວ່າທັງຄູ່ເລີ້ມຄົບຫາກັນໃນປີ 2013 ແຕ່ບໍ່ໄດ້ມີການແຕ່ງດອງຫຼືຈົດທະບຽນໃດໆ ເນື່ອງຈາກກົດໝາຍຂອງປະເທດຈີນຖືວ່າພວກເຂົາຍັງອາຍຸນ້ອຍເກີນໄປ ແຕ່ຝ່າຍຍິງໄດ້ຖືພາແລະໃຫ້ກຳເນີດເດັກເພດຍິງໃນວັນທີ 28 ສິງຫາ 2014

ພວກເຂົາທັງຄິດວ່າການມີລູກນັ້ນເປັນພາລະທີ່ຍິ່ງໃຫຍ່ສຳລັບຄອບຄົວ ແລະຕັດສິນໃຈວ່າຈະຂາຍລູກໃຫ້ກັບຜູ້ທີ່ຕ້ອງການ ເຖິງແມ້ວ່າຕອນທຳອິດຝ່າຍຍິງຈະບໍ່ເຫັນດີກໍ່ຕາມ ຫຼັງຈາກຂາຍລູກແລ້ວພວກເຂົາກໍ່ໄດ້ນຳເງິນໄປຊື້ລົດຈັກ ແລະໂທລະສັບມືຖືລາຄາແພງ ທັງນີ້ຝ່າຍຍິງຄິດທີ່ຈະເລີກກັບຝ່າຍຊາຍ ແຕ່ເຂົາຂູ່ນາງວ່າຈະນຳເລື່ອງລາວທັງໝົດ ໄປບອກກັບເຈົ້າໜ້າທີ່ຕຳຫຼວດ ນາງຈຶ່ງຈຳໃຈຕ້ອງຄົບກັບເຂົາຕໍ່ ຈົນຮອດເດືອນມິຖຸນາປີທີ່ຜ່ານມາ ນາງຈຶ່ງຕັດສິນໃຈເຂົ້າແຈ້ງກັບຕຳຫຼວດທ້ອງຖິ່ນດ້ວຍຕົນເອງ ໂດຍອ້າງກັບຕຳຫຼວດວ່າ “ຂ້ອຍຂາຍລູກໂຕເອງ ຄູ່ຮັກຫຼາຍໆຄູ່ໃນບ້ານເກີດຂອງຂ້ອຍກໍ່ຂາຍລູກຂອງພວກເຂົາຄືກັນ ດັ່ງນັ້ນຂ້ອຍຈຶ່ງບໍ່ຮູ້ວ່າມັນເປັນເລື່ອງຜິດກົດໝາຍ”

ສານຕັດສິນຕິດຄຸກຝ່າຍຊາຍເປັນເວລາ 3 ປີສ່ວນຝ່າຍຍິງນັ້ນຕິດຄຸກ 2 ປີຂໍ້ຫາຄ້າມະນຸດ

 

ແຫລ່ງຂ່າວຈາກ http://www.news.com.la/

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...