spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງ ເຂື່ອນ​ໄຊ​ຍະ​ບູ ມີ​ຄວາມ​ຄືບ​ໜ້າ ຫລາຍ​ກວ່າ 60%!

ໂຄງການກໍ່ສ້າງ ເຂື່ອນ​ໄຊ​ຍະ​ບູ ມີ​ຄວາມ​ຄືບ​ໜ້າ ຫລາຍ​ກວ່າ 60%!

Published on

ໃນ​ໂອກາດ​ທີ່ຄະນະ​ຜູ້​ແທນສາກົນ​ ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມດ້ານ​ພະລັງງານ ທີ່​ນະຄອນຫລວງ​ວຽງ​ຈັນ ​ແລະ ​ໄດ້ເດີນທາງ​ໄປ​ຢ້ຽມຢາມ​ ເບິ່ງ​ການ​ກໍ່ສ້າງ​ເຂື່​ອນ​​ໄຟຟ້າ​ພະລັງງານ​ນໍ້າໄຊ​ຍະ​ບູລີ ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານຮອງຜູ້​ອໍານວຍ​ການ ບໍລິສັດ ໄຊຍະບູລີ ພາວເວີ ໄດ້ລາຍງານ​ໃຫ້​ຮູ້​ວ່າ: ມາ​ຮອດປັດຈຸບັນ ​ການ​ກໍ່ສ້າງ​ໂຄງການດັ່ງກ່າວ ​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ 60%, ​ໂດຍ​ໜ້າ​ວຽກ​ທີ່​ສໍາເລັດ​ປະກອບມີ:ການ​ກໍ່ສ້າງ​ຕົວເຂື່ອນ​ຝັ່ງເບື້ອງ​ຂວາ ແລະ ພວມດຳເນີນການກໍ່ສ້າງ ​ເຮືອນຈັກຕົວ​ເຂື່ອນ​ຝັ່ງເບື້ອງ​ຊ້າຍ.

​ໂຄງການ​ດັ່ງກ່າວ ມີ​ລັກສະນະ​ຄືຝາຍ​ນ້ຳ​ໄຫລຜ່ານ​ ທີ່​ບໍ່​ມີ​ການເກັບ​ກັກ​ນ້ຳ, ເຊິ່ງໄດ້ໃຊ້ເທັກໂນໂລຊີທີ່ທັນສະໄໝ, ໄດ້ມີການອອກແບບປະຕູນ້ຳ ເພື່ອໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກສະບາຍຕາມລະດູການ, ມີຊ່ອງທາງແລ່ນເຮືອ ກວ້າງ 12 ແມັດ, ຍາວ 700 ແມັດ ສາມາດຮອງຮັບເຮືອຂົນສົ່ງສິນຄ້າຂະໜາດໃຫຍ່ ເຖິງ 500 ໂຕນ,​ ເຂື່ອນ​ແຫ່ງ​ນີ້ ມີ​ກໍາລັງ​ຕິດ​ຕັ້ງ​ທັງ​ໝົ​ດ 1.285 ​ເມ​ກາ​ວັດ ​ແລະ ຈະມີ​ມູນ​ຄ່າການລົງທຶນຫລາຍ​ກວ່າ 3 ຕື້​ໂດລາ​ສະຫະລັດ,​ ໂດຍຈະສົ່ງກະແສໄຟຟ້າຂາຍໃຫ້ປະ​ເທດໄທ ຈໍານວນ 1.225 ເມກາວັດ ແລະ 60 ເມ​ກາ​ວັດ ຈະນຳໃຊ້ຢູ່ພາຍໃນປະ​ເທດ, ປັດຈຸ​ບັນມີພະນັກງານ-ກໍາມະກອນ ເຮັດວຽກຫລາຍ​ກວ່າ 8 ພັນຄົນ, ໃນນັ້ນປະມານ 60% ​ແມ່ນ​ແຮງ​ງານ​ລາວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...