spot_img
Homeນານາສາລະ3 ວິທີຫຸງເຂົ້າບໍ່ໃຫ້ບູດ ແຖມເຂົ້າຫອມນຸ່ມໜ້າຮັບປະທານ

3 ວິທີຫຸງເຂົ້າບໍ່ໃຫ້ບູດ ແຖມເຂົ້າຫອມນຸ່ມໜ້າຮັບປະທານ

Published on

ມື້­ນີ້​ແມ່​ບ້ານ​ຄົນ​ໃດ​ທີ່​ມີ ຄວາມ​ກັງ­ວົນ​ເລື່ອງ​ຂອງ​ການ​ຫຸງເຂົ້າ​ແລ້ວ​ບູດ​ໄວ ຊຶ່ງ​ຫຼາຍ​ຄົນ​ນັ້ນ ຄິດ​ວ່າ­ການ​ທີ່​ເຮົາ​ເຄີຍ​ປະ​ເຂົ້າ​ໃຫ້ ບູດ​ຄາ​ໝໍ້​ຄັ້ງ​ໜຶ່ງ​ແລ້ວ​ຄັ້ງ​ຕໍ່​ໄປ​ເຂົ້າ​ທີ່​ຫຸງ​ນັ້ນ​ກໍ​ຢູ່​ໄດ້​

ບໍ່​ດົນ​ເປັນ​ອັນ​ບູດ ອີກ​ຄັ້ງ​ເຫດ​ທີ່​ເປັນ​ແບບ​ນີ້​ເພາະ​ມີ ເຊື້ອ​ສະ​ປໍ​ຂອງ​ຈຸ​ລິນ​ຊີ​ທີ່​ເຮັດ​ໃຫ້​ອາ ຫານ​ບູດ​ເສຍ​ຕົກ​ຄ້າງ​ຢູ່​ໃນ​ໝໍ້​ຫຸງ ເຂົ້າ ເຖິງ​ວ່າ​ເຮົາ​ນຳ​ໝໍ້​ຫຸງ​ເຂົ້າ​ມາ​ລ້າງ​ໃຫ້​ສະ­ອາດ​ດ້ວຍ​ນ້ຳ​ຢາ​ແລ້ວ ເຊື້ອ​ຈຸ​ລິນ​ຊີ​ເຫຼົ່າ​ນີ້​ກໍ​ຍັງ​ຖືກ​ກຳ­ຈັດ​ອອກ​ໄປ​ບໍ່​ໝົດ ດັ່ງ­ນັ້ນ​ຕໍ່​ໄປ​ນີ້​ບໍ່​ຕ້ອງ ກັງ­ວົນ​ອີກ​ຕໍ່​ໄປ​ເພາະ​ຜູ້​ຂຽນ​ມີ​ເຄັດ​ລັບ​ຫຸງ​ເຂົ້າ​ບໍ່​ໃຫ້​ບູດ​ມາ​ຝາກ​ກັບ 3 ວິ­ທີ​ຕໍ່​ໄປ​ນີ້:

  • ວິ­ທີ​ທີ1: ເວ­ລາ​ຫຸງ​ເຂົ້າ​ໃຫ້​ໃສ່ ນ້ຳ​ສົ້ມ​ສາຍ​ຊູ​ລົງ​ໄປ​ພ້ອມ ຫຼື ຈະ ເປັນ​ນ້ຳ­ໝາກ​ນາວ​ສົດ​ກໍ​ໄດ້ 1 ບ່ວງ ກາ­ເຟ​ແລ້ວ​ກໍ​ກົດ ຫຸງ​ຕາມ​ປົກ­ກະ­ຕິ ພຽງ​ເທົ່າ​ນີ້​ເຂົ້າ­ຫຸງ​ຂອງ​ທ່ານ​ກໍ​ຈະ ນຸ່ມ​ສວຍ​ງາມ ແລະ​ຫອມ​ໜ້າ​ຮັບ ປະ­ທານ​ແລ້ວ.
  • ວິ­ທີ​ທີ 2: ນຳ​ໝໍ້​ທີ່​ຫຸງ​ເຂົ້າ​ທີ່ ມັກ​ຈະ​ເຮັດ​ໃຫ້​ເຂົ້າ​ບູດ​ນັ້ນ​ໃສ່​ເກືອ ປະ­ມານ 1 ບ່ວງ​ແກງ​ປະ­ສົມ​ກັບ ນ້ຳ​ຈົນ​ເກືອບ​ເຕັມ​ໝໍ້​ແຊ່​ປະ​ໄວ້​ປະ ມານ 1-2 ຊົ່ວ­ໂມງ ເມື່ອ​ຄົບ​ແລ້ວ ກໍ​ລ້າງ​ໝໍ້​ໃຫ້​ສະ­ອາດ​ນຳ­ໄປ​ຫຸງ​ຄື ເກົ່າ​ຄັ້ງ​ຕໍ່​ໄປ​ຈະ​ລ້າງ​ໝໍ້​ໃສ່​ເກືອ​ປະ­ສົມ​ໄປ​ອີກ​ແລ້ວ​ກໍ​ລ້າງ​ຕາມ​ປົກ­ກະ­ຕິ​ປະ­ມານ 2-3 ຄັ້ງ ໝໍ້​ທີ່​ຫຸງ​ເຂົ້າ ແລ້ວ​ບູດ​ກໍ​ຈະ​ເຊົາ​ບູດ​ອີກ​ຕໍ່​ໄປ.
  • ວິ­ທີ​ທີ3: ໃຫ້​ເຮັດ​ຄວາມ​ສະ ອາດ​ໝໍ້​ຫຸງ​ເຂົ້າ​ດ້ວຍ​ນ້ຳ​ຢາ​ລ້າງ ຖ້ວຍ ແລະ​ນ້ຳ​ສະ­ອາດ​ຕາມ​ປົກ​ກະ ຕິ​ກ່ອນ 1 ຄັ້ງ ຈາກ​ນັ້ນ​ຕື່ມ​ນ້ຳ​ສະ ອາດ​ລົງ​ໄປ​ໃນ​ໝໍ້​ຫຸງ​ເຂົ້າ​ປະ­ມານ 2 ຖ້ວຍ​ຕວງ ແລ້ວ​ກໍ​ກົດ​ປຸ່ມ​ຫຸງ ປົກ­ກະ­ຕິ​ເປັນ​ໄລ­ຍະ​ເວ­ລາ 15 ນາ ທີ (ສຳ­ລັບ​ໝໍ້​ຫຸງ​ເຂົ້າ​ຂະ­ໜາດ​ຄົວ ເຮືອນ) ຈະ​ສາ­ມາດ​ຊ່ວຍ​ທຳ­ລາຍ ເຊື້ອ​ຈຸ​ລິນ​ຊີ​ທີ່​ຕົກ​ຄ້າງ​ຢູ່​ໄດ້ ແລະ ຊ່ວຍ​ແກ້​ບັນ­ຫາ​ເຂົ້າ​ບູດ​ເສຍ​ງ່າຍ ກວ່າ​ປົກ­ກະ­ຕິ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...