spot_img
Homeຂ່າວຕ່າງປະເທດອີ​ຢູ ສະກັດ​​ບໍລິສັດ​ຂ້າມ​ຊາດຫຼີກເວັ້ນພາສີ​

ອີ​ຢູ ສະກັດ​​ບໍລິສັດ​ຂ້າມ​ຊາດຫຼີກເວັ້ນພາສີ​

Published on

ກົດ​ໃໝ່​ຂອງ​ອີ​ຢູກຳນົດ​ໃຫ້​ສະມາຊິກ​ແລກປ່ຽນ​ຂໍ້​ມູນ​ການ​ຈ່າຍ​ພາສີ​ຂອງ​ບໍລິສັດ​ຂ້າມ​ຊາດ​ສະຫວ່າງ​ກັນ ຫຼັງ​ຈາກ​ມີ​ຄວາມ​ກັງວົນ​​ເພີ່​​ມຂຶ້ນ​ໃນ​ເລື່ອງພາສີທີ່​ລັດ​ສະພາ​ເອີ​ຣົບຄາດ​ວ່າ ສູງ​ເຖິງ​ປີລະ 70 ຕື້​ເອີ​ໂຣ.

ນອກ​ຈາກ​ກົດ​ໃໝ່​ຈະ​ບັງຄັບ​ໃຫ້​ບໍລິສັດ​ຂະໜາ​ດ​ໃຫຍ່​ຕ້ອງ​ເປີດ​ເຜີຍ​ລາຍ​​ໄດ້, ກຳ​ໄລ ​ແລະ ພາສີ ​ໃຫ້​ກັບ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ​ສະມາຊິກ​ອີ​ຢູທີ່​ດຳ​ເນີນ​ທຸລະ​ກິດ​ຢູ່ ຊຶ່ງ​ກົດ​ນີ້​ກ້າວໜ້າ​ໄປ​ກວ່າ​ຫຼັກການ​ຕໍ່ຕ້ານ​ການ​ເຄື່ອນ​ຍ້າຍ​ກຳ​ໄລ​ເພື່ອ​ຫຼີກເວັ້ນພາສີທີ່​ບໍ່​ບັງຄັບ​ໃຫ້​ໜ່ວຍ​ງານ​ລູກ​ຂອງ​ບໍລິສັດ​ຕ່າງປະ​ເທດສະ​ແດງ​ພາສີ​ຂອງ​ບໍລິສັດ​ແມ່ ​ແຕ່​ກົດ​ໃໝ່​ຂອງ​ອີ​ຢູ ຈະ​ມີ​ຜົນ​ກັບ​ບໍລິສັດ​ຕ່າງ​ຊາດ​ທີ່​ມີ​ບໍລິສັດ​ລູກ​ໃນ​ເຂດ​ອີ​ຢູອີກ​ດ້ວຍ.

ຢ່າງ​ໃດ​ກໍ​ຕາມ ​ເຖິງ​ວ່າ​ລັດຖະບານ​ເຢຍລະ​ມັນ ​ແລະ ອີ​ຢູບາງ​ປະ​ເທດ​ກັງ​ວັນ​ວ່າ ກົດ​ໃໝ່​ອາດ​ສ້າງ​ຄວາມ​ກັງວົນ​ໃຫ້​ກັບ​ນັກ​ລົງທຶນ​ຕ່າງປະ​ເທດ ​ແຕ່​ ປິ​ແອຣ ມອສ​ໂກ​ວິ​ຊີ ກຳມາ​ທິການ​ພາສີ​ເອີຣົບ ກຽມ​ສະ​ເໜີ​ໃຫ້​ພິຈາລະນາ​ກົດ​ໃໝ່​ນີ້​ໃນ​ອາທິດ​ໜ້າ ຂະນະ​ທີ່​ ​ເຈ​ໂຮມ ດິສ​ເຊ​ລ ​ໂບລ​ມ ປະທານ​ລັດຖະມົນຕີ​ການ​ເງິນ​ເອີຣົບ ຄາດ​ວ່າ ຈະ​ເລີ່​ມ​ໃຊ້​ກົດໝາຍ​ໃໝ່​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ເມສາ​ນີ້ ​ແຕ່​ຈະ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ທັງ 28 ປະ​ເທດ​ອີ​ຢູສາກ່ອນ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...