Homeຂ່າວການພັດທະນາໃກ້​ສຳ­ເລັດ​ແລ້ວ​ ຂົວ​ຂ້າມ​ນໍ້າເຊ​ໂດນ ຄາດ​ເປີດ​ນຳ​ໃຊ້​ກ່ອນ​ປີ​ໃໝ່​ລາວ

ໃກ້​ສຳ­ເລັດ​ແລ້ວ​ ຂົວ​ຂ້າມ​ນໍ້າເຊ​ໂດນ ຄາດ​ເປີດ​ນຳ​ໃຊ້​ກ່ອນ​ປີ​ໃໝ່​ລາວ

Published on

   ໂຄງ­ການ​ກໍ່­ສ້າງ​ຂົວ​ເຊ​ໂດນ 3 ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ມາ​ຮອດປະ­ຈຸ​ບັນ​ສຳ­ເລັດ​ແລ້ວ 96% ເຫຼືອ​ພຽງ​ໜ້າວຽກ​ຈຳ­ນວນ​ໜຶ່ງ ແລະ​ຄາດ​ວ່າ​ຈະ​ໄດ້​ເປີດການ​ນຳ​ໃຊ້​ກ່ອນ​ປີ​ໃໝ່​ລາວທີ່​ຈະ​ມາ​ເຖິງໃນ​ເດືອນ​ໜ້າ​ນີ້.

   ອີງ​ຕາມ​ການ​ລາຍ​ງານ​ຂອງ ທ່ານ ບຸນທະ­ວີ ວິ​ສຸດ­ທິ​ວົງ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງຂົວ​ຂ້າມ​ນ້ຳ​ເຊ​ໂດນ 3, ໃຫ້​ຮູ້​ວ່າ: ໂຄງ­ການແມ່ນ​ການ​ລົງ­ທຶນ​ກ່ອນ 100% ຂອງ​ບໍ​ລິ ສັດ​ລາວ​ເວີນ ຊຶ່ງ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ໃນ ມູນ​ຄ່າ 14,82 ລ້ານ​ໂດ​ລາ​ສະ­ຫະ­ລັດ, ຊຶ່ງມາ​ຮອດ​ປະ­ຈຸ​ບັນ​ການ​ກໍ່­ສ້າງ​ສຳ­ເລັດ 96%,  ໜ້າ​ວຽກ​ທີ່​ຍັງ​ເຫຼືອ​ກຳ­ລັງ​ຂຸ້ນ­ຂ້ຽວ​ສືບ­ຕໍ່ແມ່ນ​ວຽກ​ຕົບ­ແຕ່ງ​ປະ­ດັບ​ປະ­ດາ, ສ້າງຮາວ, ປູ​ທາງ​ອັດ​ສະ​ຟານ​ໜ້າ​ຂົວ, ກັນເຈື່ອນ, ເສົາ​ໄຟ ແລະ​ທາງ​ເຂົ້າ​ຂົວ​ເລັກ​ນ້ອຍ ຊຶ່ງ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ ແລະ​ເປີດ​ການນຳ​ໃຊ້​ກ່ອນ​ປີ​ໃໝ່​ລາວທີ່​ຈະ​ມາ​ເຖິງ​ໃນເດືອນ​ໜ້າ​ນີ້.

ຫົວ­ໜ້າ​ໂຄງ­ການ​ກ່າວ​ຕື່ມ​ວ່າ: ຂົວ​ເຊໂດນ​ທີ່​ສ້າງ​ໃໝ່​ນີ້​ເປັນ​ຂົວ 4 ເລັນ, ມີ​ລວງ ກ້ວ​າງ 17 ແມັດ, ລວງ​ຍາວ 220 ແມັດ, ມີ​ທາງ​ຄົນ​ຍ່າງ​ເບື້ອງ​ລະ 1 ແມັດ, ຊຶ່ງ​ແມ່ນຂົວ​ຍຸດ​ທະ​ສາດ​ທີ່​ສຳ­ຄັນ​ໃນ​ການ​ກະ­ກຽມ ເພື່ອ​ພັດ­ທະ­ນາ​ຕົວ​ເມືອງ​ປາກ​ເຊ ໃຫ້​ເປັນ ນະ­ຄອນ​ໃນ​ອະ­ນາ­ຄົດ​ອັນ​ໃກ້​ນີ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...