Homeຂ່າວພາຍ​ໃນວັດພູຈໍາປາສັກ ຖືກຄັດເລືອກເປັນສະຖານທີ່ທ່ອງທ່ຽວຍອດນິຍົມ

ວັດພູຈໍາປາສັກ ຖືກຄັດເລືອກເປັນສະຖານທີ່ທ່ອງທ່ຽວຍອດນິຍົມ

Published on

ແຫຼ່ງ​ມໍ­ລະ­ດົກ​ໂລກ​ວັດ​ພູ​ຈຳປາ​ສັກ​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເປັນສະ­ຖານ­ທີ່​ທ່ອງ​ທ່ຽວ​ຍອດ​ນິ­ຍົມ 2 ປີ​ຊ້ອນ​ຄື: ປີ 2015-Œ2016, ໂດຍ ເວັບ​ໄຊ ສປ ຈີນ ທີ່​ມີ​ສຳ­ນັກ­ງານ​ຕັ້ງ ຢູ່​ນະ­ຄອນ­ຫຼວງ​ປັກ​ກິ່ງ​ເປັນ​ຜູ້​ຄັດເລືອກ.

     ຫ້ອງ­ການ​ມໍ­ລະ­ດົກ​ໂລກ​ວັດ​ພູຈຳ­ປາ​ສັກ​ແຈ້ງ​ໃຫ້​ຮູ້​ຫວ່າງ​ບໍ່​ດົນ​ມາ ນີ້​ວ່າ: ມໍ­ລະ­ດົກ​ໂລກ​ວັດ​ພູ​ພ້ອມ​ພື້ນ​ທີ່ວັດ­ທະ­ນະ­ທຳ​ຈຳ­ປາ​ສັກ​ໄດ້​ຮັບ​ການຄັດ​ເລືອກ​ໃຫ້​ເປັນ​ສະ­ຖານ­ທີ່​ທ່ອງທ່ຽວ​ຍອດ​ນີ​ຍົມ​ປະ­ຈຳ​ປີ 2015 ແລະ2016 (2 ປີ​ຕິດ­ຕໍ່​ກັນ), ໂດຍ​ເວັບ​ໄຊ ສປ ຈີນ.

ໃນ​ແຕ່​ລະ​ປີ​ເວັບ​ໄຊ​ດັ່ງ­ກ່າວ​ຈະ​ດຳ­ເນີນ​ການ​ຄັດ​ເລືອກ​ສິ່ງ​ທີ່​ເອີ້ນ​ວ່າທາງ​ເລືອກ​ສູງ​ສຸດ (Top Choice) ໂດຍ​ແບ່ງ​ອອກ​ເປັນ 4 ປະ­ເພດ​ຄື: ສະຖານ​ທີ່​ທ່ອງ​ທ່ຽວ​ຍອດ​ນິ­ຍົມ, ໂຮງແຮມ, ຮ້ານ​ອາ­ຫານ ແລະ​ຮ້ານ​ຄ້າ, ໃນ​ນັ້ນ ມໍ­ລະ­ດົກ​ໂລກ​ວັດ​ພູ​ຈຳ­ປາ​ສັກ ພ້ອມ​ພື້ນ​ທີ່​ວັດ­ທະ­ນະ­ທຳ​ຈຳ­ປາ​ສັກ ໄດ້​ຮັບ​ຄັດ​ເລືອກ​ໃຫ້​ເປັນ​ສະ­ຖານ­ທີ່ ທ່ອງ​ທ່ຽວ​ຍອດ​ນິ­ຍົມ ປະ­ຈຳ​ປີ 2015Œ2016, ໂດຍ​ໃຫ້​ຫຼຽນ​ໄຊ ເປັນ​ເຄື່ອງ­ໝາຍ​ຢັ້ງ­ຢືນ ແລະ​ສິ່ງ​ດັ່ງກ່າວ​ໄດ້​ສະ­ແດງ​ອອກ​ໃຫ້​ເຫັນ​ເຖິງ ຄວາມ​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ ໃນ​ທົ່ວ​ໂລກ​ທີ່​ມີ​ຕໍ່​ບັນ­ດາ​ແຫຼ່​່ງ​ສະ ຖານ​ບູ­ຮານ, ວັດ­ຖຸ­ບູ­ຮານ, ທີ່​ນອນ​ໃນ ພື້ນ​ທີ່​ມໍ­ລະ­ດົກ​ໂລກ​ຂອງ​ພວກ​ເຮົາ ຊຶ່ງ​ແມ່ນ​ໝາກ­ຜົນ ແລະ​ຜົນ­ງານ ຂອງ​ການ​ເອົາ­ໃຈ­ໃສ່​ໃນ​ການ​ຄຸ້ມ ຄອງ​ປົກ​ປັກ​ຮັກ­ສາ​ຂອງ​ອຳ­ນາດການ​ປົກ­ຄອງ​ທຸກ​ຂັ້ນ​ນັບ​ແຕ່​ສູນ​ກາງລົງ​ເຖິງ​ທ້ອງ­ຖິ່ນ, ແມ່ນ​ກຽດ­ຕິ­ຍົດ ອັນ​ໜື່ງ​ທີ່​ພວກ​ເຮົາ​ຄວນ​ພາກ­ພູມ​ໃຈ ເຊີດ​ຊູ ແລະ​ເສີມ​ຂະ­ຫຍາຍ​ໃຫ້​ດີ​ຍິ່ງໆ ຂຶ້ນ.

ຢ່າງ­ໃດ​ກໍ​ຕາມ ສປປ ລາວ ເຮົາ​ມີແຫຼ່ງ​ມໍ­ລະ­ດົກ​ໂລກ 2 ແຫ່ງ​ທີ່​ຖືກ​ຮັບຮອງ​ເອົາ​ຈາກ​ອົງ­ການ​ອຸຍ​ເນັດ​ສະ​ໂກ, ໃນ​ນັ້ນ​ມີ​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະບາງ ແລະ​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຈຳ­ປາ ສັກ ຊຶ່ງ​ແຕ່​ລະ​ປີ​ມໍ­ລະ­ດົກ​ໂລກ 2  ແຫ່ງ​ໄດ້​ດຶງ​ດູດ ແລະ​ສ້າງ​ລາຍຮັບ​ທີ່​ສຳ­ຄັນ​ເຂົ້າ​ປະ­ເທດ, ເຫັນໄດ້​ໃນ​ປີ 2015 ຜ່ານ​ມາ​ມີ​ນັກທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ­ຢາມ​ປະ ເທດ​ລາວ​ທັງ​ໝົດ​ປະ­ມານ 4 ລ້ານກວ່າ​ຄົນ ແລະ​ສາ­ມາດ​ສ້າງ​ລາຍຮັບ​ໄດ້​ສູງ​ເຖິງ 670 ລ້ານ​ໂດ​ລາສະ­ຫະ­ລັດ.

 

ຂ່າວຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...