spot_img
Homeຂ່າວຕ່າງປະເທດຫວຽດນາມ​ພົບ​ ເດັກ​ແຝດ​ລູກຄົນ​ລະ​ພໍ່

ຫວຽດນາມ​ພົບ​ ເດັກ​ແຝດ​ລູກຄົນ​ລະ​ພໍ່

Published on

​ເດັກ​ແຝດ ​ສສ ຫວຽດນາມ ​ມີ​ພໍ່​ຄົນ​ລະ​ຄົນຈາກ​ການກວດ​ດີ​ເອັນ​ເອ​ໃນ​ຫ້ອງ​ທົດ​ລອງຜູ້​ຊ່ຽວຊານ​ຊີ້​ເປັນ​ກໍລະນີ​ທີ່​ພົບ​ໄດ້​ຍາກ​ທີ່​ສຸດ​ຂອງ​ໂລກ.​

   ​ໃນ​ວັນ​ທີ 8 ມີນາ​ທີ່​ຜ່ານ​ມາ ມີ​ລາຍ​ງານ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ ພົບ​ເດັກ​ແຝດ​ທີ່​ມີ​ພໍ່​ຄົນ​ລະ​ຄົນ ຈາກ​ການກວດ​ດີ​ເອັນ​ເອຂອງ​ສາມີ​ພັນ​ລະ​ຍາ​ຊາວ​ຫວຽດນາມ(ບໍໍ່ເປີດ​ເຜີຍ​ຊື່)​ຢູ່ແຂວງ​ຮ້ວາ​ບິ້ງ ພ້ອມ​ລູກ​ແຝດ​ໂດຍ​ຜູ້​ຊ່ຽວຊານ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເນື່ອງ​ຈາກ​ຍາດ​ພີ້​ນ້ອງ​ຂອງ​ຝ່າຍ​ຊາຍ​ສັງ​ເກດ​ເຫັນ​ວ່າ ​ເດັກນ້ອຍ​ທັງ​ສອງ​ຄົນ​ມີ​ຮູບ​ຮ່າງ​ໜ້າ​ຕາ​ແຕກ​ຕ່າງ​ກັນ ​ແລະ ປາກົດ​ວ່າ​ເດັກ​ທັງ​ສອງ​ເປັນ​ລູກ​ແມ່​ດຽວ​ກັນ​ແຕ່​ຄົນ​ລະ​ພໍ່. ທ່ານ ​ເລີ ດິນ ລອງ ປະທານ​ສະມາຄົມ​ພັນທຸ​ສາດ​ຫວຽດນາມ​ກ່າວ​ວ່າ ການກວດ​ພິສູດ​ໃນ​ຫ້ອງ​ທົດ​ລອງ​ຂອງ​ສູນ​ວິ​ໄຈ​ພັນທຸ​ກຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ພົບ​ວ່າ ​ເດັກ​​ແຝດ​ຄູ່​ນີ້​ມີ​ພໍ່​ຄົນ​ລະ​ຄົນ​ກັນ ຂະນະ​ທີ່​ຜົນ​ກວດ​ກໍ່​ຢືນຢັນ​ເຊັ່ນ​ກັນ​ວ່າ ພັນ​ລະ​ຍາ​ຂອງ​ເຂົາ​ເປັນ​ແມ່​ໂດຍ​ສາຍ​ເລືອດ​ຂອງ​ເດັກ​ທັງ​ສອງ​ຄົນ“ກໍລະນີ​ນີ້​ບໍ່​ພຽງ​ເກີດ​ຂຶ້ນ​ໄດ້​ຍາກສະ​ເພາະ​ຫວຽດນາມ ​ແຕ່​ທົ່ວ​ໂລກ” ຊຶ່ງ​ເດັ​ກ ​ແຝດຄູ່​ນີ້​ມີ​ແມ່​ຄົນ​ດຽວ​ກັນ​ແຕ່​ຄົນ​ລະ​ພໍ່ ກໍລະນີ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໄຂ 2 ໜ່ວຍ​ຈາກ​ແມ່​ຄົນ​ດຽວ​ກັນ ​ໄດ້​ຮັບ​ປະສົມ​ພັນ​ໂດຍ​ອະສຸຈິ​ຈາກ​ຜູ້​ຊາຍ 2 ຄົນ ​ໃນ​ລະຫວ່າງ​ມີ​ແພດ​ສຳພັນ​ຄົນ​ລະ​ຄັ້ງ ພາຍ​ໃນ​ໄລຍະ​ຕົກ​ໄຂ່​ໄລຍະ​ດຽວ​ກັນ.

ປະຈຸ​ບັນ​ເດັກ​​ແຝດ​ອາຍຸ​ໄດ້ 2 ປີ ​ເປັນ​ແພດ​ດຽວ​ກັນ ​​ເກີດຫ່າງ​ກັນ​ພຽງ​ບໍ່​ທໍ່​ໃດ​ຊົ່ວ​ໂມງ ​ແຕ່​ຮູບ​ຮ່າງ​ໜ້າ​ຕາ​ເດັກ​ແຕກ​ຕ່າງ​ກັນ ​ໂດຍ​ຄົນ​ໜຶ່ງ​ຮູບ​ຮ່າງ​ອ້ວນ ຜົນ​ເປັນ​ລ​ອນ, ສ່ວນ​ອີກ​ຄົນ​ໜຶ່ງ​ຮູ​ບຮ່າງ​ຜອມ ​ເສັ້ນ​ຜົມ​ຊື່, ຊຶ່ງ​ອີກ​ໜຶ່ງ​​ແຝດ​ທີ່​ຫາ​ໄດ້​ຍາກ​ແບບ​ດຽວ​ກັນ​ນີ້ ​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ໃນ​ປີ​ທີ່​ຜ່ານ​ມາ(ຕາມ​ຂ່າວ​ຕ່າງປະ​ເທດ).

ຂ່າວຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...