spot_img
Homeຄລິບ-ວິດີໂອມາ​ໃໝ່​ແບບ​ສຸດ​ຍອດ ກັບ​ເຄື່ອງ​ດົນ​ຕີ​ ຈັກ​ກົນຂອງ​ຄວາມ​ແປກ​ໃໝ່​ ທີ່​ໃຜ​ເຫັນແລ້ວ​ຕ້ອງ ອຶ້ງ ! (ມີ​ຄລິບ)

ມາ​ໃໝ່​ແບບ​ສຸດ​ຍອດ ກັບ​ເຄື່ອງ​ດົນ​ຕີ​ ຈັກ​ກົນຂອງ​ຄວາມ​ແປກ​ໃໝ່​ ທີ່​ໃຜ​ເຫັນແລ້ວ​ຕ້ອງ ອຶ້ງ ! (ມີ​ຄລິບ)

Published on

  ​ເບິ່ງ​ແລ້ວ​ເວົ້າ​ໄດ້​ເລີຍ​ວ່າ ບໍ່​ທຳ​ມະ​ດາ​ແທ້ໆ ກັບ​ເຄື່ອງ​ດົນຕີ​ທີ່​ເປັນ​ຊຸດ​ສຸດ​ຍອດ​ເຄື່ອງ​ນີ້ ທີ່​ມີ​ຊື່ວ່າ Marble Machine ຖື​ໄດ້​ວ່າ

​ເປັນ​ນະ​ວັດຕະ​ກຳ​ເຄື່ອງ​ດົນຕີ​ທີ່​ມີ​ຮູບ​ລັກສະນະແປກ, ​ໃໝ່ ​ແລະ ບໍ່​ຄື​ໃຜ ມີ​ລະບົບ​ຂອງ​ການ​ຜະສົມ​ຜະສານສຽງ​ຈາກ​ເຄື່ອງ​ດົນຕີ​ຫຼາຍ​ຊະນິດ​ໄດ້​ແບບ​ລົງ​ຕົວ, ສຽງ​ມ່ວນ ​ແລະ ໜ້າ​ອັດສະຈັນ.

ເຄື່ອງດົນຕີ Marble Machine ເຄື່ອງນີ້ຖືກສ້າງຂຶ້ນໂດຍນັກດົນຕີຊາວສະວີເດນທີ່ມີຊື້ວ່າ Martin Molin ທີ່​ໃຊ້​ເວລາ​ດົນ​ກວ່າ 1 ປີ ​ໃນ​ການ​ສຶກສາ ​ແລະ ສ້າງ​ເຄື່ອງ​ດົນຕີ​ຊະນິດ​​ນີ້​ຂຶ້ນ​ມາ ​ໂຄງ​ສ້າງ​ຂອງ​ຕົວ​ເຄື່ອງ​ເຮັດ​ມາ​ຈາກ​ວັດຖຸ​ໄມ້​​ເນື້ອ​ດີ ປະກອບ​ເຂົາ​ກັບ​ເຄື່ອງ​ດົນຕີ​ຫຼາຍ​ກວ່າ 10 ຊະນິດ ພ້ອມ​ທັງ​ສາມາດ​ສ້າງ​ທຳນອງສຽງ ​ແລະ ຈັງ​ວະ​ຂອງ​ດົນຕີ​ໃນ​ໂທນ​ສຽງ​ຕ່າງໆ ​ໄດ້​ແບບ​ລະອຽດ ​ແລະ ໜ້າ​ອັດສະຈັນ ​ເຊິ່ງກົນ​ໄກ​ຫຼັກ​ທີ່​ເຮັດ​ໃຫ້​ເກີດ​ສຽງ​ນັ້ນ ​ເກີດຈາກ​ໜ່ວຍ​ແກ້ວ (Marble) ທີ່ຢູ່​ພາຍ​ໃນ​ຕົວ​ເຄື່ອງ​ຫຼາຍ​ກວ່າ 2,000 ໜ່ວຍ ​ເປັນ​ຕົວ​ເຄາະ​ກະທົບ​ກັບ​ເຄື່ອງ​ດົນ​ຕີ​ແຕ່ລະ​ຊະນິດ ​ແລະ ​ເຮັດ​ໃຫ້​ເກີດ​ເປັນ​ສຽງ​ຂຶ້ນ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່ Marble Machine ​ເຄື່ອງ​ດົນຕີ​ຈັກ​ກົນ​ສຸດ​ຍອດ​​ເຄື່ອງນີ້

ຫຼາຍໆ​ຄົນ​ໜ້າ​ຈະ​ຢາກ​ຟັງສຽງ​​ເຄື່ອງ​ຕົວ​ນີ້​ແລ້ວ ວ່າ​ຈະ​ສຸດ​ຍອດ​ສໍ່າ​ໃດ ລອງ​ມາ​ເບິ່ງ​ຄລິບວິ​ດີ​ໂອ​ການ​ຫຼິ້ນ​ເຄື່ອງ​ດົນຕີ​ຕົວ​ນີ້​ໄດ້​ເລີຍ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...