spot_img
Homeວັນນະກຳ“ ວິນັດ” ແມ່ນຊາຍຄົນນື່ງທີ່ຂ້ອຍເອີ້ນວ່າທີ່ຮັກ

“ ວິນັດ” ແມ່ນຊາຍຄົນນື່ງທີ່ຂ້ອຍເອີ້ນວ່າທີ່ຮັກ

Published on

“ ວິນັດ” ແມ່ນຊາຍຄົນນື່ງທີ່ຂ້ອຍເອີ້ນວ່າທີ່ຮັກ ແຕ່ລະມື້ຕ້ອງຕື່ນແຕ່ເດິກແຕ່5ໂມງເຊົ້າອາບນໍ້າອາບໃນ ໄປວຽກໄປການຮອດຈົນຮອດ10ໂມງຄໍ່າ ເຮັດວຽກຢູ່ພະແນກຫ້ອງອາຫານຂອງໂຮງແຮມແຫ່ງນື່ງ ເຮັດຫມົດທຸກຢ່າງ ຕັ້ງແຕ່ຊ່ວຍຄົວ ຕັ່ງໂຕະອາຫານເຊົ້າ ເກັບຖ້ວຍເກັບບ່ວງ ຮັບອໍເດີ້ ຂຽນບີນ ຮັບເງີນຈົນເຖີງທໍາຄວາມສະອາດຫ້ອງອາຫານ ຫນັກເອົາເບົາສູ້ ຂະຫຍັນຂັນແຂງ ຮອດຫ້ອງເຊົ່າກໍ່10ໂມງຄໍ່າ ລະຍັງມາຫົດຜັກຫົດຫຍ້າ ປູກຜັກກີນເອງ ກວ່າຈະໄດ້ນອນແຕ່ລະມື້11-12ໂມງຄໍ່າ …

ໄດ້ເງີນເດືອນ3ລ້ານປາຍ ຫາໄດ້ເທົ່າໃດ ສົ່ງໃຫ້ພໍ່ໃຫ້ແມ່ ບໍ່ເຄີຍຈົ່ມ ຫວັງຢາກໃຫ້ພໍ່ແມ່ສະບາຍບັ້ນປາຍຂອງຊິວິດເກັບເລັກເກັບນ້ອຍ ບໍ່ຫມີ່ນເງີນຫນ້ອຍ ຈົນສາມາດປຸກເຮືອນໄດ້ເປັນຫລັງໃຫ້ພໍ່ແມ່ອ້າຍນ້ອງໄດ້ຢູ່ອາໃສ

ວັນທີ02/03/2016 ຂ້ອຍແລະເລົາພາກັນຂັບລົດມາຢາມບ້ານຢູ່ກາສີ ຂົນດອກຟືນດອກໄຟພັດລົມ ຫວັງຈະມາຕິດຕັ້ງ ເພື່ອໃຫ້ບ້ານເຮືອນ ແລ້ວກ່ອນປີໃຫ່ມລາວ ເພື່ອຈະຂື້ນເຮືອນໃຫ່ມ ຢາກເຮັດຫ້ອງນອນໃຫ້ພໍ່ໄດ້ນອນສະບາຍໃນບັ້ນປາຍຊີວິດ

ພໍ່ສາຍຕາຟ້າມົວແນມເບີ່ງຫນ້າລູກຊາຍ ກໍາມືລູກແຫນ້ນ ນໍ້າຕາໃຫລ ປາກບໍ່ໄດ້ ນອນເທີງເຊື່ອຜືນເກົ່າໆ ຂະຢັບໂຕບໍ່ໄດ້ຊື່ສານດ້ວຍສາຍຕາ ວ່າດີໃຈຫລາຍລູກຊາຍມາຢາມບ້ານໃນຮອບ 6 ເດືອນ ລູກແນມເບີ່ງອ້ອມຫ້ອງນອນພໍ່ ແລະສັນຍາວ່າ: ລູກຈະຫາເງີນມາແຕ່ງຫ້ອງງາມໆ ໃຫ້ພໍ່ຢູ່ເດີ້ …

ວັນທີ03/03/2016 ລູກຍ່າງເຂົ້າມາລາພໍ່ ວ່າລູກຕ້ອງກັບວຽງ ເພື່ອເຮັດວຽກຫາເງີນພໍ່ກໍາມືລູກແຫນ້ນ ສົ່ງສັນຍານວ່າ ພໍ່ບໍ່ຢາກໃຫ້ລູກກັບເລີຍນໍ້າຕາພໍ່ໃຫລຍ້ອຍຕາມຄອງແກ້ມ ແຕ່ລູກກໍ່ບໍ່ສາມາດເຮັດຕາມຄວາມປະສົງຂອງພໍ່ ເພາະວຽກງານໄດ້ລໍຖ້າ…

ຫລັງຈາກລໍ້າລາພໍ່ແລ້ວ ພວກຂ້ອຍກໍ່ຂັບລົດອອກຈາກກາສີ ລົດໄດ້ເຄື່ອນຕົວລົງຮອດວັງວຽງ ສຽງໂທຮລະສັບກໍ່ດັ່ງຂື້ນຈາກຜູ້ເປັນແມ່ ສຽງແມ່ສະອື້ນສັ່ນຄອນ ແລະບອກລູກຊາຍໄປວ່າ : ລູກເອີ່ຍຍຍຍ ພໍ່ເຈົ້າໄດ້ສີ້ນໃຈລະເດີ້

ຜູ້ເປັນລູກ ບໍ່ສາມາດກັ້ນນໍ້າຕາໃວ້ໄດ້…ໃຫລຍ່າວປານສາຍຝົນຂ້ອຍແລະເລົາກໍ່ຂັບລົດກັບຄືນມາກາສີ ພໍໄດ້ເຫັນຫນ້າພໍ່ກ່ອນຕອກຝາໂລງ ຫລຽວເບີ່ງຂ້າງໆ ເຫັນແມ່ນັ່ງກອດເຂົ່າ ຍັບໂຕເຂົ້າປອບລູກຊາຍ ວ່າພໍ່ເຈົ້າເພີ່ນດີໃຈແລ້ວທີ່ໄດ້ເຫັນຫນ້າເຈົ້າ ເພີ່ນຈື່ງໃປເຈົ້າຢ່າໄດ້ຮ້ອງໃຫ້ເສຍໃຈໃປເລີຍ ແຕ່ນໍ້າຕາແມ່ພັດໃຫລບໍ່ຢຸດ

ລູກຊາຍຫລຽວແນມຢູ່ມູມບ້ານ ດອກພືນ ດອກໄຟ ຊອງດູດອາກາດ ຍັງວ່າງກອງກັນຢູ່ ຍັງບໍ່ມີໂອກາດໄດ້ໃສ່ໃຫ້ຫ້ອງນອນພໍ່ …ປະໂຫຍກສຸດທ້າຍທີ່ລູກຢາກເວົ້າກັບພໍ່ ຜູ້ບໍ່ສາມາດຮັບຮູ້ຫຍັງໄດ້ ແຕ່ລູກກໍ່ຢາກບອກພໍ່ວ່າ : ພໍ່ຫລັບໃຫ້ສະບາຍເດີ້ ລູກຮັກພໍ່ ພໍ່ບໍ່ຕ້ອງຫ່ວງແມ່ ລູກຈະດູແລແມ່ເອງ ???
———————————————————–
ສີ່ງໃດທີ່ລູກເຮັດໄດ້ໃຫ້ພໍ່ກັບແມ່ຈົ່ງເຮັດ ຢ່າເຮັດຕອນທີ່ເພື່ນຈາກໄປແລ້ວ ເພາະເພີ່ນບໍ່ສາມາດຮັບຮູ້ໄດ້ … ຂຽນໂດຍ : Guide Na Uni

 

ທີ່ມາຈາກ ປະກາດ Pakaad

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...