ເຂື່ອນ​ນໍ້າຄານ 3 ເລີ່ມ​ກັກ​ນໍ້າເພື່ອ​ຜະ­ລິດ​ກະ­ແສ​ໄຟ­ຟ້າ

0
1089

 

ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ຄານ 3 ເມືອງຊຽງ​ເງິນ​ແຂວງ​ຫຼວງ​ພະ​ບາງ ຊຶ່ງ​ເປັນ​ໂຄງ­ການ​ບູ​ລິ​ມະ​ສິດ​ຂອງ​ລັດ­ຖະ­ບານທີ່​ມອບ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ເປັນຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ແລະ​ຄຸ້ມ​ຄອງ, ຮອດ​ຂະ­ນະ​ນີ້ ແມ່ນ​ເລີ່ມກັກ​ນ້ຳ​ເຂົ້າ​ອ່າງ​ເພື່ອ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ແລ້ວ.

ພິ­ທີ​ກັກ​ນ້ຳ​ເຂົ້າ​ອ່າງ​ຢ່າງ​ເປັນ​ທາງ​ການ​ຈັດ​ຂຶ້ນ​ໃນ​ວັນທີ 4 ມີ­ນາ​ຜ່ານ​ມາ​ນີ້, ຢູ່​ເຂື່ອນ​ດັ່ງ­ກ່າວ   ໂດຍ​ການ​ເຂົ້າ​ຮ່ວມຂອງ ທ່ານ ດ.ຣ ບົວ​ຄົງ ນາມ​ມະ​ວົງຮອງ​ເຈົ້າ­ແຂວງ​ຫຼວງ​ພະ​ບາງ ທັງ​ເປັນປະ­ທານ​ຄະ­ນະ​ກຳ­ມະ­ການ​ຊຸກ­ຍູ້​ໂຄງການ, ທ່ານ ທອງ​ເພັດ ດ້ວງ​ເງິນ ຮອງ​ຜູ້​ອຳນວຍ​ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ, ທ່ານ ຟອງ​ປະ­ສິດ ເພັດ​ສີ​ສຸກ ຫົວໜ້າ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ສາ­ຂາ​ແຂວງ ຫຼວງ​ພະ​ບາງ, ພ້ອມ​ນີ້​ກໍ​ມີ​ວິ­ຊາ​ການ​ຜູ້​ຕາງໜ້າ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ໂຄງ­ການ ແລະ​ບັນ­ດາ​ທ່ານ​ການ​ນຳ​ໃນ​ນາມ​ຄະ­ນະ​ກຳ­ມະ­ການ​ຊຸກ­ຍູ້​ຂັ້ນ​ແຂວງ, ເມືອງ ແລະ ພະ­ນັກ­ງານ​ວິ­ຊາ​ການ​ຈາກ​ລັດ​ວິ​ສາ​ຫະກິດ​ໄຟ­ຟ້າ​ລາວ​ເຂົ້າ​ຮ່ວມ.

ການ​ກໍ່­ສ້າງ​ໂຄງ­ການ​ດັ່ງ­ກ່າວ ແມ່ນໄດ້​ຮັບ​ເງິນ​ກູ້​ຢືມ​ຈາກ​ທະ­ນາ­ຄານ​ຂອງ ສປ ຈີນ, ດອກ​ເບ້ຍ 2% ຕໍ່​ປີ, ມີ​ກຳ­ລັງຕິດ​ຕັ້ງ 60 ເມ​ກາ​ວັດ, ມູນ​ຄ່າ​ການ​ກໍ່­ສ້າງ 127,7 ລ້ານ​ໂດ​ລາ​ສະ­ຫະ­ລັດ, ໂດຍ​ບໍ​ລິສັດ​ຊີ​ໂນ​ໄຮ​ໂດຣ ສປ​ຈີນ ເປັນ​ຜູ້​ຮັບ​ເໝົາກໍ່­ສ້າງ, ໄລ­ຍະ​ການ​ກໍ່­ສ້າງ 42 ເດືອນ.
ລັກ­ສະ­ນະ​ເຂື່ອນ​ເປັນ​ເຂື່ອນ​ຄອນ​ຄຣິດອັດ​ແຮງ, ເນື້ອ­ທີ່​ອ່າງ​ໂຕ່ງ 7050 ກິ​ໂລຕາ​ແມັດ, ສາ­ມາດ​ກັກ​ເກັບ​ນ້ຳ​ໄດ້ 224 ລ້ານ​ແມັດ​ກ້ອນ,  ມີ 2 ເຄື່ອງ​ຈັກ ເຄື່ອງລະ 30 ເມ​ກາ​ວັດ, ສາ­ມາດ​ຜະ­ລິດ​ພະ­ລັງງານ​ໄດ້ 240 ຈີ​ກາ​ວັດ​ໂມງ​ຕໍ່​ປີ.

ແນວ­ໃດ​ກໍ​ດີ ຖ້າ​ເຂື່ອນ​ໄຟ­ຟ້າ​ນ້ຳ​ຄານ 3 ເລີ່ມ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ແລ້ວ, ຈະ​ສາມາດ​ຕອບ​ສະ­ໜອງ​ພະ­ລັງ­ງານ​ໄຟ­ຟ້າ​ໃຫ້ພາຍ​ໃນ​ປະ­ເທດ​ໂດຍ​ສະ­ເພາະ​ເຂດ​ພາກ ເໜືອ​ຂອງ​ລາວ ແລະ​ນຳ​ໃຊ້​ໄຟ­ຟ້າ​ໃນ​ເວລາ​ຂາດ­ແຄນ, ນອກ­ຈາກ​ນີ້​ຍັງ​ເປັນ​ອ່າງເກັບ​ນ້ຳ​ຊຶ່ງ​ສາ­ມາດ​ເປັນ​ບ່ອນ​ຫາ​ກິນ ແລະ​ແຮ​ນ້ຳ​ໄວ້​ໃຊ້​ໃນ​ລະ­ດູ­ແລ້ງ ເພື່ອ​ຍົກລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ ແລະ​ຖ້າ​ນ້ຳ​ຢູ່​ໃນ​ລະ­ດັບ ພ້ອມ​ທີ່​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໄດ້​ແລ້ວ​ຄາດວ່າ​ໃນ​ເດືອນ​ເມ­ສາຈະ​ເລີ່ມ​ເດີນ​ເຄື່ອງຈັກ​ຜະ­ລິດ​ກະ­ແສ​ໄຟ­ຟ້າ.

ທີ່ມາ:logo