spot_img
Homeນານາສາລະອາຫານ 8 ຢ່າງທີ່ບໍ່ຄວນອຸ່ນຊ້ຳ ສ່ຽງ! ອັນຕະລາຍຕໍ່ສຸຂະພາບ

ອາຫານ 8 ຢ່າງທີ່ບໍ່ຄວນອຸ່ນຊ້ຳ ສ່ຽງ! ອັນຕະລາຍຕໍ່ສຸຂະພາບ

Published on

ຂໍ້ມູນຈາກສຳນັກງານມາດຕະຖານອາຫານເຜີຍວ່າ ການຈະກິນອາຫານໃຫ້ປຶດໄພ ຈະຕ້ງເຮັດໃຫ້ສຸກ ສະອາດ ຫຼີກລ່ຽງການປົນເປື້ອນ ແຕ່ສິ່ງສຳຄັນທີ່ສຸດແມ່ນການປຸງແຕ່ງອາຫານໃຫ້ສຸກກ່ອນກິນ ແຕ່ການໃຫ້ຄວາມຮ້ອນແກ່ອາຫານຫຼາຍກ່ວາ 1 ຄັ້ງ ຫຼື ອຸ່ນຊ້ຳແລ້ວຊ້ຳອີກ ຈະເຮັດໃຫ້ອາຫານເປັນພິດໄດ້ ໂດຍສະເພາະອາຫານດັ່ງຕໍ່ໄປນີ້:1296093904ຜັກຊະນາລີ ຈະເຮັດໃຫ້ສານໄນເຕຣດທີ່ຢູ່ໃນຊານາລີກາຍເປັນຜິດເມື່ອຖືກຄວາມຮ້ອນຊ້ຳ.

b.l,k,,mkl001

ໄຂ່ຕົ້ມ ຈະເຮັດໃຫ້ໂປຕຣີນໃນໄຂ່ປ່ຽນສະພາບ ອາດເຮັດໃຫ້ຜູ້ກິນບໍ່ສະບາຍໄດ້.

1442399332-pantiptalk-o (1)

ຜັກຫົມ ເປັນຄືກັນກັບຜັກຊານາລີ ເມື່ອຖືຄວາມຮ້ອນຊ້ຳໆສານໄນເຕຣດຈະການເປັນຜິດ ແລະ ທັງຍັງມີຄຸນສົມບັດເປັນສານກໍ່ມະເຮັງໄດ້ອີກດ້ວຍ.

b.l,k,,mkl002

ເຫັດ ບໍ່ຄວນນຳມາອຸ່ນຊ້ຳໆ ເພາະຈະເຮັດໃຫ້ສານອາຫານປະເພດໂປຕຣິນໃນເຫັດເສື່ອມສະພາບ ກໍ່ໃຫ້ເກີດອັນຕະລາຍຕໍ່ກະເພາະອາຫານ.

veg05

ມັນຝຣັ່ງ ເມື່ອນຳໄປອຸ່ນຊ້ຳຈະເຮັດໃຫ້ການຈະເລີນເຕີບໂຕຂອງເຊື້ອໂບທູລິນຳ ຫາກໄດ້ຮັບຄວາມຊ້ຳຈະເກີດເປັນພິດໄດ້.

1305015789421

ຊີ້ນໄກ່ ເມື່ອນຳໄປອຸ່ນຈະເຮັດໃຫ້ໂປຕີຣນຂອງເນື້ອໄກ່ທີ່ຊັບຊ້ອນປ່ຽນສະພາບເຮັດໃຫ້ບາງຄົນກິນເຂົ້າໄປເກີດບັນຫາທາງເດີນອາຫານ.

ຜັກບີທູຣດ ເປັນຜັກທີ່ປະກອບດ້ວຍສານໄນເຕຣດເມື່ອນຳໄປອຸ່ນຊ້ຳຈະເຮັດໃຫ້ເກີດເປັນຜິດ ຈະເຮັດໃຫ້ສ່ຽງກັບການປວດທ້ອງ.

Philips_HD3030

ເຂົ້າກິນ ສຳລັບເຂົ້ານັ້ນການອຸ່ນເຂົ້າບໍ່ໄດ້ເກີດອາຫານເປັນພິດໂດຍກົງ ແຕ່ມັນຂຶ້ນຢູ່ກັບການເກັບເຂົ້າສານວ່າສະອາດປອດໄພ ຫຼື ບໍ່ ຫາກເຂົ້າສານມີສະປໍຂອງແບັດທີເຣຍ ເມື່ອຫູງສຸກແລ້ວເຊື້ອກໍ່ຍັງບໍ່ຕາຍ ແລະ ສາມາດຈະເລີນເຕີບໂຕໄດ້ ຖ້າຖືກປະໄວ້.

 

ຂໍ້ມູນຈາກ http://kaijeaw.com/

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...