spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ໄຊເສດຖາ ມ້າງ​​​ແກ໊ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ ຢູ່​ບ້ານ​ໜອງ​ບົວທອງ!

ປກສ ໄຊເສດຖາ ມ້າງ​​​ແກ໊ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ ຢູ່​ບ້ານ​ໜອງ​ບົວທອງ!

Published on

ທ່ານ ພັທ ຄຳ​ເກິ່ງ ຈັນ​ສຸລິ​ມາດ ຫົວໜ້າກອງ​ບັນຊາ​ການ ປກສ ​ເມືອງ​ໄຊ​​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຖະ​ແຫລ​ງກ່ຽວ​ກັບ​ ການ​​ມ້າງ​​ກຸ່ມ​ແກ້ງ​ຄ້າຂາ​ຍຢາ​ເສບ​ຕິດ​ລາຍ​ໃຫຍ່ ຢູ່​ບ້ານ​ໜອງ​ບົວທອງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ວ່າ: ​​ໃນ​ລະຫວ່າງ​ເດືອນ​ກຸມພາຜ່ານ​ມາ, ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ ​ມີ​ກຸ່ມ​ແກ້ງ​ຊື້​ຂາຍ​ຢາ​ເສບ​ຕິດລາຍໃຫຍ່ຢູ່​ບ້ານ​ດັ່ງ​ກ່າວ, ​ເຈົ້າ​ໜ້າ​ທີ່​ຈຶ່ງ​ລົງ​ເກັບ​ກຳ​ຂໍ້ມູນ​ຫລັກ​ຖານ​ຂອງ ​ອຳນາດ​ການ​ປົກຄອງ​ບ້ານ ​ແລະ ຕົກ​ມາ​ຮອດ​ວັນ​ທີ 2 ມີນານີ້, ​ເວລາ​ປະມານ 13 ​ໂມງ ຈຶ່ງໄດ້ນຳກຳລັງ ​ລົງ​ມ້າງ​ເປົ້າ​ໝາຍ​ດັ່ງກ່າວ, ຢູ່​​ເຮືອນ​ຫ້ອງ​ເຊົ່າ 2 ຊັ້ນ ຜ່ານ​ການ​ກວດ​ຄົ້ນຫ້ອງ​ທີ 1: ພົບ​ຜູ້​ຖືກ​ຫາ ຈຳນວນ 2 ຄົນ ຊື່​ ທ້າວ ວັນນະ​ແສງ (ຕ້ຳ), ອາຍຸ 24 ປີ ​ແລະ ທ້າວ ມະ​ໄລ​ກັນ (ກຶ້ມ) ອາຍຸ 22 ປີ.  ທັງ​ສອງ​ເປັນ​ສອງອ້າຍນ້ອງ​, ພາຍ​ໃນ​ຫ້ອງພົບ​ຂອງ​ກາງ​ຢາ​ເສບ​ຕິດ ປະເພດຢາ​ບ້າ 964 ​ເມັດ, ຢາ​ໄອ້ 2 ຖົງ​ນ້ອຍ, ປືນ​ສັ້ນ​ 1 ກະບອກ, ​ເງິນ​ກີບ 4,3 ລ້ານ​ກີບ, 5.500 ບາດ ສະກຸນເງິນ​ໄທ, ລົດຈັກ 1 ຄັນ, ລົດ​ໃຫຍ່ 1 ຄັນ.

ຫລັງ​ຈາກ​ນັ້ນ ​ເຈົ້າ​ໜ້າ​ທີ່​ໄດ້​ເຂົ້າ​ກວດ​​ຫ້ອງ​ທີ 2: ພົບ​ຜູ້​ຖືກ​ຫາຈຳນວນ 2 ຄົນ ຊື່​ ນາງ ບົວ​ສະຫວັນ (ນ້ອຍ), ອາຍຸ 29 ປີ, ​ເຈົ້າ​ຂອງ​ຫ້ອງ ​ແລະ ທ້າວ ຄຳ​ສອນ (​ແຫລ້), ອາຍຸ 39 ປີ ຢູ່​ບ້ານ​ນາ​ແຮ່ ​ເມືອງ​ສີ​ໂຄດ​ຕະບອງ ພາຍ​ໃນ​ຫ້ອງ​ນອນ ພົບ​ຂອງ​ກາງ​ເປັນ​ຢາ​ບ້າ​ ຈຳນວນ 24 ຖົງ, ຢາ​ໄອ້ 3 ຖົງ​ນ້ອຍ ​ແລະ ພົບ​ຢາບ້າໃນ​ຕູ້​ເຊັບຕື່ມອີກ 3 ​ມັດເຄິ່ງ, ​ເງິນ​ 9 ລ້ານ​ກີບ ​ແລະ ​31.500 ບາດ​, ພ້ອມ​ນັ້ນ ຍັງ​ພົບ​ປືນ​ສັ້ນ 3 ກະບອກ, ພ້ອມ​ລູກ​ປືນຈຳນວນໜຶ່ງ.

ຜ່ານ​ການ​ສືບສວນ-ສອບ​ສອນ ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ ໄດ້​ເຄື່ອນ​ໄຫວ​ຊື້​ຂາຍ​ຢາ​ເສບ​ຕິດ​ແທ້ ​ແລະ ຂອງ​ກາງ​ທີ່​ເຈົ້າ​ໜ້າ​ທີ່​ກວດ​ພົບ​ ກໍ​ເປັນ​ຂອງ​ພວກ​ກ່ຽວ​ແທ້, ພ້ອມ​ນີ້ ​ເຈົ້າ​ໜ້າ​ທີ່​ຈະ​ໄດ້​ສືບ​ຕໍ່​ເປີດ​ກວ້າງ ​ເພື່ອ​ນຳ​ຈັບ​ກຸມ​ກຸ່ມ​ແກ້ງຮ່ວມຂະບວນການ ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...