Homeອຸບັດເຫດແລະປາກົດການຫຍໍ້ທໍ້ຖະ­ແຫຼງ​ຜົນ​ແກ້​ໄຂ​ກຸ່ມ​ເປົ້າ​ໝາຍ​ຄ້າ​ອາ­ວຸດ​ເສິກ ຈັບ​ຜູ້​ຖືກ​ຫາ​ໄດ້ 20 ຄົນ

ຖະ­ແຫຼງ​ຜົນ​ແກ້​ໄຂ​ກຸ່ມ​ເປົ້າ​ໝາຍ​ຄ້າ​ອາ­ວຸດ​ເສິກ ຈັບ​ຜູ້​ຖືກ​ຫາ​ໄດ້ 20 ຄົນ

Published on

ວັນ​ທີ 4 ມີ­ນາ​ນີ້, ຢູ່​ຫ້ອງ​ຕຳ­ຫຼວດ ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ພັທ ຄຳ​ແພງ ໄຊ​ຍະ​ລາດ ຮອງ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ, ໄດ້​ຖະ­ແຫຼງ​ກ່ຽວກັບ​ຜົນ​ການ​ຈັບ​ກຸ່ມ​ເປົ້າ​ໝາຍ​ທີ່​ກໍ່​ຄວາມບໍ່​ສະ­ຫງົບ​ໃນ​ຕົວ​ເມືອງ, ໂດຍ​ການ​ນຳເຂົ້າ​ອາ­ວຸດ​ເສິກ ແລະ​ວັດ­ຖຸ​ລະ­ເບີດ​ຈຳນວນ​ຫຼາຍ ເພື່ອ​ກໍ່​ຄວາມ​ບໍ່​ສະ­ຫງົບ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​ວ່າ: ພາຍ­ຫຼັງ​ໄດ້​ຮັບແຈ້ງ­ວ່າ​ມີ​ການ­ເຄື່ອນ­ໄຫວ

ຂອງ​ກຸ່ມ​ຄົນ​ບໍ່​ດີ, ມີ​ການ​ນຳ​ເຂົ້າ​ອາ­ວຸດ​ເສິກ​ຈຳ­ນວນ​ບໍ່​ໜ້ອຍ ເພື່ອ​ມາ​ຈຳ­ໜ່າຍໃຫ້​ກຸ່ມ​ຄົນ​ບໍ່​ດີ​ທີ່​ອາ​ໃສ​ຢູ່​ໃນ​ນະ­ຄອນ­ຫຼວງວຽງ​ຈັນ, ດັ່ງ­ນັ້ນ ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ແຕ່ງ­ຕັ້ງ​ເຈົ້າ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ລົງ​ເກັບ​ກຳ​ຂໍ້​ມູນ​ນຳ​ມາ​ວິ­ເຄາະ​ຢ່າງ​ຊັດ​ເຈນ. ນັບ​ແຕ່​ເດືອນ​ມີ​ຖຸ​ນາ 2015 ຈົນ​ເຖິງ​ວັນ​ທີ 24 ພະ­ຈິກ 2015 ຈິ່ງ​ສາ­ມາດ​ຈັບ​ກຸ່ມ​ເປົ້າ​ໝາຍ​ໄດ້​ທັງ​ໝົດ 12 ຄົນ, ຍິງ 5 ຄົນ, ໃນ​ນັ້ນ ມີ​ສັນຊາດ​ໄທ 9 ຄົນ, ຍິງ 4 ຄົນ ແລະ​ຮອດວັນ​ທີ 28 ພະ­ຈິກ 2015 ສາ­ມາດ​ຈັບເປົ້າ​ໝາຍ​ໄດ້​ຕື່ມ​ອີກ 8 ຄົນ, ຍິງ 4 ຄົນ ລວມ​ທັງ​ໝົດ​ເປັນ 20 ຄົນ, ຍິງ 9 ຄົນ, ພ້ອມ​ນີ້ ຍັງ​ສາ­ມາດ​ຢືດ​ຂອງ​ກາງ​ໄດ້​ຄື: ປືນ​ຊະ­ນິດ​ຕ່າງໆ 28 ກະ­ບອກ, ໃນ​ນັ້ນ ປືນ​ເຫຼັກ​ຍາວ 17 ກະ­ບອກ, ປືນ​ສັ້ນ 11 ກະ­ບອກ, ໝາກ​ແຕກ 24 ໜ່ວຍ, ລູກປືນ​ຊະ­ນິດ​ຕ່າງໆ​ເກືອບ 700 ລູກ ແລະ ກະ­ສອບ​ລູກ​ປຶນ​ມີ​ແກັບ 53 ກະ­ສອບ, ໂຄງ​ໃສ່​ປືນ​ສັ້ນ​ສຳ­ລັບ​ຍິງ​ໄກ 3 ຊຸດ, ກ້ອງ​ສ່ອງ​ສຳ­ລັບ​ຕິດ​ປືນ 3 ໜ່ວຍ, ສິ້ນສ່ວນ​ປະ­ກອບ​ປືນ​ສັ້ນ 13 ອັນ, ໜ້າ​ເຮັດດ້ວຍ​ເຫຼັກ 1 ອັນ, ງ້າວ 3 ດວງ, ຢາ​ໄອ້ 1 ຖົງ​ໃຫຍ່ ແລະ 19 ຖົງ​ນ້ອຍ, ຢາ​ບ້າ 119 ເມັດ ແລະ​ເຄື່ອງ​ວັດ­ຖຸ​ອື່ນໆ​ອີກ​ເປັນ​ຈຳ­ນວນ​ຫຼາຍ.

ເຈົ້າ​ໜ້າ­ທີ່ໃຫ້​ຮູ້​ວ່າ: ຜ່ານ​ການ​ສືບສວນ-ສອບ​ສວນ ພວກ​ກ່ຽວ​ໄດ້​ຮັບ​ສາລະ​ພາບ​ວ່າ​ໄດ້​ຮ່ວມ​ກັນ​ຊື້​ຂາຍ, ຂົນ­ສົ່ງ, ຄອບ​ຄອງ​ອາ­ວຸດ​ເສິກ ແລະ​ມີ​ຢາ​ເສບ​ຕິດໄວ້​ໃນ​ຄອບ​ຄອງ​ຄື​ປະ­ເພດ​ຢາ​ໄອ, ຢາ​ບ້າ ແລະ​ຂອງ​ກາງ​ທີ່​ເຈົ້າ​ໜ້າ­ທີ່​ກວດ​ພົບ​ນັ້ນເປັນ​ຂອງ​ພວກ​ກ່ຽວ​ແທ້. ພ້ອມ​ນີ້ ເຈົ້າ​ໜ້າທີ່​ຍັງ​ຈະ​ສືບ­ຕໍ່​ເປີດ​ກວ້າງ​ດຳ­ເນີນ​ການ​ສືບສວນ-ສອບ​ສວນ ເກັບ​ກຳ​ຂໍ້​ມູນ​ຫຼັກ​ຖານຂະ­ຫຍາຍ​ຜົນ​ໄປ​ຫາ​ກຸ່ມ​ແກ້ງ​ເຄືອ​ຂ່າຍທີ່​ຍັງ​ເຫຼືອ​ເພື່ອ​ນຳ​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...