Homeຂ່າວການສຶກສາມັດທະຍົມສົມບູນ ໂພນທັນ ຈັດກິດຈະກໍາປຸກຈິດສໍານຶກເພື່ອສະແດງອອກເຊິ່ງຄວາມກະຕັນຍູຮູ້ຄຸນ

ມັດທະຍົມສົມບູນ ໂພນທັນ ຈັດກິດຈະກໍາປຸກຈິດສໍານຶກເພື່ອສະແດງອອກເຊິ່ງຄວາມກະຕັນຍູຮູ້ຄຸນ

Published on

ໃນຕອນບ່າຍວັນທີ 04 ມີນາ 2016 ບັນດາຜູ້ມີຄຸນະວຸດ ຜູ້ອາວຸໂສ ການນໍາເມືອງໄຊເຊດຖາ ແລະ ຄູ-ອາຈານ ພ້ອມດ້ວຍຜູ້ປົກຄອງ ແລະ ນ້ອງນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນ ໂພນທັນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ພ້ອມກັນຈັດກິດຈະກໍາເພື່ອລະນຶກເຖິງບຸນຄຸນບັນພະບຸລຸດ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 106 ປີ ຂຶ້ນຢູ່ທີ່ເດີ່ນໂຮງຮຽນດັ່ງກ່າວ.

ເຂົ້າຮ່ວມໃນພິທີຄັ້ງນີ້ ມີພະອາຈານໃຫຽ່ ດຣ.ມະຫາ ເວດ ມະເສໄນ ຮອງປະທານ ແລະ ຜູ້ປະຈໍາການສູນກາງອົງການພຸດທະສາສະໜາສໍາພັນລາວ ພະອາຈານໃຫຽ່ ບຸນສີ ວົງພູມີ ຄະນະປະຈໍາສູນກາງອົງການພຸດທະສາສະໜາສໍາພັນລາວ ທັງເປັນປະທານໂຄງການເມດຕາທັມ ທ່ານ ບຸນປີງ ປັນຍາຈິດ ຮອງເຈົ້າເມືອງໆໄຊເຊດຖາ ທ່ານ ອາຈານ ອ້ອມເພັງ ບ່າວວັນຄໍາ ຜູ້ອໍານວຍການໂຮງຮຽນ ມສ. ໂພນທັນ ມີພະເຖລານຸເຖລະ ຄູ ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຈໍານວນຫຼວງຫຼາຍ.

ໃນໂອກາດຈັດກິດຈະກໍາສໍາຄັນນີ້ ທ່ານ ອ້ອມເພັງ ບ່າວວັນຄໍາ ຜູ້ອໍານວຍການໂຮງຮຽນ ມສ. ໂພນທັນ ໄດ້ໃຫ້ຮູ້ວ່າ ໂຮງຮຽນ ມສ. ໂພນທັນ ເຖິງຈະເປັນສະຖາບັນລະດັບສາມັນທີ່ຍັງຖືວ່າເປັນແຫ່ງໃໝ່ ເນື່ອງຈາກຫາກໍໄດ້ຮັບອະນຸມັດຈາກເຈົ້າຄອງນະຄອນຫຼວງວຽງຈັນ ແລະ ໄດ້ໄຂການຮຽນ-ການສອນ ເມື່ອວັນທີ 01 ກັນຍາ 2014 ຜ່ານມາ ແຕ່ວ່າ ຄູ ອາຈານ ພາຍໃນໂຮງຮຽນກໍໄດ້ຖ່າຍທອດຄວາມຮູ້ຕາມ 5 ຫຼັກມູນການສຶກສາ ເພື່ອປູກຈິດສໍານຶກໃຫ້ນັກຮຽນມີຈັນຍາທໍາ ຄຽງຄູ່ວິຊາຄວາມຮູ້ອັນເປັນພື້ນຖານຂອງຄວາມສໍາເລັດໃນຊີວິດ ແລະ ກິດຈະກໍາທາງວັດທະນະທໍາ ໂດຍສະເພາະແມ່ນການສະແດງອອກເຖິງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ພໍ່ແມ່ ຕໍ່ຄູ-ອາຈານ ຕໍ່ພະນັກງານ ອາວຸໂສບໍານານ ກໍຄືທ່ານຜູ້ນໍາແມ່ນນຶ່ງໃນບົດຮຽນກ່ຽວກັບຄຸນສົມບັດສຶກສາ ທີ່ ມສ. ໂພນທັນ ຕັ້ງໜ້າສິດສອນທັງທິດສະດີ ແລະ ພາກປະຕິບັດໂຕຈິງ.

ສໍາລັບກິດຈະກໍາຄັ້ງນີ້ ປະກອບມີການຕັ້ງກອງບຸນເພື່ອອຸທິດໄປເຖິງຜູ້ມີບຸນຄຸນຕາມປະເພນີດີງາມຂອງລາວເຮົາ ແລະ ມີການຟັງທໍາມະເທສະໜາ ໂດຍພະອາຈານໃຫຽ່ ດຣ. ມະຫາ ເວດ ມະເສໄນ ແລະ ພະອາຈານໃຫຽ່ ບຸນສີ ວົງພູມີ ຈາກນັ້ນ ກໍມີພິທີຂໍຂະມາຕໍ່ຄູບາ-ອາຈານ ເພື່ອລະນຶກເຖິງບຸນຄຸນຍິ່ງໃຫຽ່ ທັງເປັນການຂໍອະໄພໃນສິ່ງທີ່ເຫຼົ່າສິດເຄີຍລ່ວງເກີນ ເຊິ່ງຖືເປັນອີກນຶ່ງວັດທະນະທໍາດີງາມຄູ່ສັງຄົມລາວ.

ຂໍ້ມູນຈາກ http://www.vtetoday.la/

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...