spot_img
Homeຄົມຄິດຄົມຄົນເຈັບແບບບໍ່ມີວັນຈົບ

ເຈັບແບບບໍ່ມີວັນຈົບ

Published on

ສິ່ງທີ່ເຮົາໜີບໍ່ພົ້ນຄືຄວາມຈິງ ແລະ ສຸດທ້າຍຕໍ່ໃຫ້ເຮົາໜີໄປສຸດຂອບຟ້າ ສຸດຂອບມະຫາສະໝຸດໄດ້ ມັນກໍ່ໜີໄດ້ພຽງຊົ່ວຄາວ ເພາະສຸດທ້າຍເຮົາກໍ່ຍອມຮັບຄວາມຈິງຢູ່ດີ ດັ່ງນັ້ນແລ້ວຢູ່ທີ່່ຕົວເຮົາເລືອກວ່າຈະເຈັບຊ້ຳແລ້ວຊ້ຳອີກ ດ້ວຍການບໍ່ຍອມຮັບຄວາມຈິງ ຫຼື ຈະຍອມປະເຊີນໜ້າກັບຄວາມເປັນຈິງ ແລະ ເຈັບພຽງຄັ້ງດຽວ ເພາະບາງຄັ້ງມັນອາດຈະບໍ່ເຈັບເທົ່າກັບເຮົາຄິດກໍ່ໄດ້ ເພາະມະນຸດເຮົາມັກຄິດກັງວົນກັບສິ່ງທີ່ມັນຍັງບໍ່ທັນເກີດ ຈົນເຮັດໃຫ້ຄວາມຄິດທີ່ວ່າຖ້າເຈັບມັນຈະເຈັບຫຼາຍ ແຕ່ຄວາມຈິງແລ້ວມັນຢູ່ທີ່ວ່າເຮົາຍອມຮັບມັນໄດ້ຫຼາຍພຽງໃດກໍ່ເຈັບໜ້ອຍເທົ່ານັ້ນ ແລະ ຫາຍໄວເທົ່ານັ້ນ

ຍອມຮັບວັນນີ້ ເຖິງວັນນີ້ອາດຍັງບໍ່ເຊົາແຕ່ມື້ຕໍ່ໄປຈະດີຂຶ້ນ ແລະ ວັນຕໍ່ໄປຈະດີຂຶ້ນເລື້ອຍໆ ແລະ ທີ່ສຸດມັນກໍ່ເຊົາເຈັບ ແຕ່ຫາກຝືນຄວາມຈິງມື້ອື່ນກະບໍ່ເຊົາ ເດືອນໜ້າກະບໍ່ເຊົາວັນໃດໆກໍ່ບໍ່ມີທາງເຊົາຈົນກາຍເປັນຄົນເຈັບແຕ່ບໍ່ຈົບ!!!

ໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...