Homeເກັບຕົກ-ເລື່ອງແປກໃນລາວມີແລ້ວ ລູກໝາເກີດມາໜ້າຄືຊ້າງ!

ໃນລາວມີແລ້ວ ລູກໝາເກີດມາໜ້າຄືຊ້າງ!

Published on

ເລື່ອງນີ້ແປກບໍ່ໜ້ອຍໜ້າກັບເລື່ອງ ໝູເກີດມາໜ້າຄືຊ້າງ ຂອງກຳປູເຈ້ຍເລີຍ ເພາະລາວເຮົາກໍ່ມີ ລູກໝາເກີດມາໜ້າຄືຊ້າງ 

ໃນວັນທີ 4 ມີນາ 2016 ທີ່ຜ່ານມາ ຊາວບ້ານ ທີ່ ບ້ານທາງຄົບ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ພາກັນຫລັງໄຫລໄປເບິ່ງໝາທີ່ເກີດ ລູກໝາອອກມາມີໜ້າຕາຄ້າຍຊ້າງ.

ເຊິ່ງທາງທີມງານພວກເຮົາກໍ່ຍັງບໍ່ທັນຮູ້ລາຍລະອຽດທີ່ຖ້ວນເທື່ອ ເພາະຂ່າວນີ້ພວກເຮົາກໍ່ເອົາມາຈາກເຟສບຸກຂອງທ່ານ ໂຈເຊບ ຟີແມນ ເຊິ່ງເພິ່ນຫາກໍ່ໂພສພຽງ 3 ຊົ່ວໂມງທີ່ຜ່ານມາ ແລະ ຖືກແຊກັນຫຼາຍໃນໂລກໂຊຊ້ຽວ ພວກເຮົາເລີຍບໍ່ພາດທີ່ຈະຂໍແບ່ງບັນຂໍ້ມູນດັ່ງກ່າວມານຳສະເໜີໃຫ້ແຟນໆຂອງລາວໂພສຕ໌ໄດ້ຮັບຮູ້, ໄດ້ເຫັນວ່າບ້ານເຮົາກໍ່ມີສັດແຫກປະຫຼາດຄືບ້ານເພິ່ນຄືກັນ.

ສ່ວນຕອນນີ້ຍັງບໍ່ຮູ້ແນ່ຊັດວ່າລູກໝາໂຕນີ້ຍັງມີຊີວິດຢູ່ ຫຼື ບໍ່? ແລະ ໃຜເປັນເຈົ້າຂອງ? ຫາກມີລາຍລະອຽດເພີ່ມເຕີມກ່ຽວກັບເລື່ອງນີ້ ພວກເຮົາບໍ່ພາດທີ່ຈະມານຳສະເໜີໃຫ້ທຸກທ່ານຮູ້ແນ່ນອນ! ແຕ່ກໍ່ຫວັງວ່າລູກໝາໂຕນີ້ຍັງຄົງມີຊີວິດລອດຢູ່.

27

288

29

 

ຂໍ້ມູນຈາກ ເຟສບຸກ Joseph Freeman

ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...