Homeນານາສາລະພົບໂຣກໃໝ່ໂຫດຮ້າຍກ່ວາໂຣກເອດສ໌ ໃສ່ຖົງຢາງປ້ອງກັນຍັງເກີດ

ພົບໂຣກໃໝ່ໂຫດຮ້າຍກ່ວາໂຣກເອດສ໌ ໃສ່ຖົງຢາງປ້ອງກັນຍັງເກີດ

Published on

ເຮົາເອີ້ນໄວຣັດກຸ່ມນີ້ວ່າ Human papillomaviruses (HPVs) ເຊິ່ງມີຫຼາຍກ່ວາຮ້ອຍຊະນິດ
ເນື່ອງຈາກເຊື້ອໄວຣັດນີ້ບາງຊະນິດອາດເຮັດໃຫ້ເກີດລັກສະນະຄືຫູດຈິ່ງເອີ້ນວ່າ papillomaviruses ຫູດນີ້ສາມາດເກີດໄດ້ທີ່ມື, ຕີນ, ຄໍ ແລະ ຍັງເກີດໄດ້ທີ່ອະໄວຍະວະເພດ.
ຫູດທີ່ອະໄວຍະວະເພດເປັນໂຣກຕິດຕໍ່ທາງເພດສຳພັນເຊິ່ງເກີດຈາກເຊື້ອ HPV ໄດ້ຫຼາຍກ່ວາຮ້ອຍຊະນິດ ຄົນສ່ວນຫຼາຍໄດ້ຮັບເຊື້ອຫູດ ຈະບໍ່ມີອາການ ແລະ ບໍ່ສາມາດຫາຍດີເອງໄດ້ ແຕ່ຫູດບາງຊະນິດສາມາດຢູ່ໄດ້ເປັນປີໂດຍບໍ່ສະແດງອາການ ເປັນສາເຫດຂອງການເກີດມະເຮັງ.
ເຊື້ອໄວຣັດຫູດຈະອາໃສຢູ່ເຊວຜິວທີ່ເອີ້ນວ່າ Sqamous cell ເຊິ່ງພົບໄດ້ໃນສ່ວນເທິງຂອງຜິວໜັງ, ປາກມົດລູກ, ຊ່ອງຄອດ, ຮູທະວານໜັກ, ສ່ວນປາຍຂອງອະໄວຍະວະເພດຊາຍ, ປາກ ແລະ ຄໍ.
ການຕິດເຊື້ອ human papillomaviruses(HPV) ເຮັດໃຫ້ເກີດໂຣກຫັຍງໄດ້ແນ່ ເນື່ອງຈາກເຊື້ອນີ້ຕິດຕໍ່ທາງເພດສຳພັນຈິ່ງເຮັດໃຫ້ໂຣກນີ້ເປັນກັນຫຼາຍໃນໄວຈະເລີນພັນ ໂຣກທີ່ພົບຈາກການຕິດເຊື້ອນີ້ໄດ້ແກ່: ຫູດທີ່ອະໄວຍະວະເພດ ແລະ ມະເຮັງປາກມົດລູກ. 
ໂຣກອື່ນໆໄດ້ແກ່ແຜເປັນທີ່ອະໄວຍະວະເພດທັງຊາຍ ແລະ ຍິງ.
ເຊື້ອ (HPVs) ທີ່ເຮັດໃຫ້ເກີດມະເຮັງໄດ້ໜ້ອຍ ມີເຊື້ອໄວຣັດຫູດບາງຊະນິດຈະມີໂອກາດເປັນມະເຮັງໄດ້ໜ້ອຍໄດ້ແກ່ HPVs type 6 ແລະ 11 ເຮັດໃຫ້ເກີດໂຣກຫູດທີ່ເອີ້ນວ່າ condyloma acuminatum
ເຊື້ອ (HPVs) ທີ່ເຮັດໃຫ້ເກີດມະເຮັງໄດ້ຫຼາຍ ຫາກວ່າເຊື້ອຫູດອະໄວຍະວະເພດ ຫຼື ທະວານໜັກເຊິ່ງເກີດຈາກເຊື້ອຂ້າງລຸ່ມຈະເຮັດໃຫ້ເກີດມີການປ່ຽນແປງຂອງເຊວຄ່ອນຂ້າງຫຼາຍເຮັດໃຫ້ໂອກາດເກີດເປັນມະເຮັງສູງ ເຊື້ອດັ່ງກ່າວໄດ້ແກ່ຊະນິດ HPV-16, HPV-18, HPV-31, HPV-35, HPV-39, HPV-45, HPV-51, HPV-52, HPV-58
ບໍ່ວ່າເຊື້ອHPV ຊະນິດທີ່ມີຄວາມສ່ຽງຕໍ່ມະເຮັງຈະສູງ ຫຼື ຕ່ຳຮ່າງກາຍກໍ່ສາມາດກຳຈັດອອກໝົດພາຍໃນສອງປີປະມານ 90% ຂອງຄົນທີ່ຕິດເຊື້ອ.
ນອກຈາກເຊື້ອ HPV ຈະເຮັດໃຫ້ເກີດມະເຮັງປາກມົດລູກແລ້ວ ເຊື້ອນີ້ຍັງສາມາດເຮັດໃຫ້ເກີດມະເລັງໄດ້ອີກຫຼາຍແຫ່ງ ປະມານ 50% ຂອງຜູ້ປ່ວຍມະເຮັງຈະມີສ່ວນສຳພັນກັບການຕິດເຊື້ອ HPV.
ມະເຮັງອະໄວຍະວະເພດຊາຍ
ມະເຮັງຊ່ອງຄອດ
ມະເຮັງທໍ່ຍ່ຽວ
ມະເຮັງທີ່່ຕ່ອມທອນຊິລ ມະເຮັງທີ່ລີ້ນ
hpv1
ຜູ້ຊາຍຈະເປັນມະເຮັງເກີດຈາກເຊື້ອ HPV ຫຼືບໍ່?.
ດັ່ງທີ່ຮູ້ກັນວ່າການຕິດເຊື້ອ HPV ຕິດຕໍ່ທາງເພດສຳພັນ ດັ່ງນັ້ນຜູ້ຊາຍກໍ່ມີສິດຕິດເຊື້ອນີ້ຄືກັນກັບແມ່ຍິງ ແຕ່ການວິໄຈອາດຈະຍາກກ່ວາແມ່ຍິງ ເນື່ອງຈາກບໍ່ສະແດງອາການ ນອກຈາກນັ້ນກໍ່ຍັງພົບວ່າການຕິດເຊື້ອບາງສາຍພັນຂອງ HPV ຈະເຮັດໃຫ້ເກີດມະເຮັງທີ່ອະໄວຍະວະເພດ ແລະ ຮອບທະວານໜັກ.
ການຕິດເຊື້ອ HPV ຮັກສາໄດ້ ຫຼື ບໍ່?.
ປະມານ 70% ຂອງຜູ້ປ່ວຍຮ່າງກາຍຈະມີພູມຕ້ານທານ ແລະ ກຳຈັດເຊື້ອອອກຈາກຮ່າງກາຍພາຍໃນໜຶ່ງປີ ແລະ ປະມານ 90% ຈະກຳຈັດອອກໝົດໃນສອງປີ ເຮົາຍັງບໍ່ມີຢາໃຊ້ໃນການຮັກສາການຕິດເຊື້ອ HPV ທີ່ເຮົາຮັກສາຄືຮັກສາເຊລ໌ທີ່ເກີດຈາກການປ່ຽນແປງຈາກການຕິດເຊື້ອເຊັ່ນການກຳຈັດຫູດອອກ
ການປ້ອງກັນການຕິດເຊື້ອ HPV
ການປ້ອງກັນການຕິດເຊື້ອ HPV ທີ່ດີຄືການຫຼີກລ່ຽງ ຫຼື ສຳພັດຜູ້ທີ່ຕິດເຊື້ອເຊິ່ງມີວິທີດັ່ງຕໍ່ໄປນີ້:
– ສີດວັກຊີນປ້ອງກັນການຕິດເຊື້ອ HPV ເຊິ່ງສາມາດປ້ອງກັນການຕິດເຊື້ອໄດ້ບາງຊະນິດ.
– ບໍ່ຊຳຊ່ອນທາງເພດ ຄວນມີຄູ່ນອນພຽງຄົນດຽວ.
– ການໃຊ້ຖົງຢາງອານາໄມກໍ່ພໍປ້ອງກັນໄດ້ແຕ່ບໍ່ທັງໝົດ ເນື່ອງຈາກການຖູໄຖຂອງຜິວໜັງກ່ອນສວມຖົງຢາງກໍ່ສາມາດຕິດເຊື້ອ HPV ໄດ້ ແລະ ຖົງຢາງກໍ່ບໍ່ສາມາດຄຸມອະໄວຍະວະເພດຊາຍໄດ້ທັງໝົດ
ການຕິດຕໍ່ຂອງເຊື້ອ HPV
ການຕິດເຊື້ອ HPV ຕິດຈາກການຮ່ວມເພດບໍ່ວ່າຈະເປັນທາງຊ່ອງຄອດ ຫຼື ທາງທະວານໜັກ ບໍ່ໄດ້ຕິດຕໍ່ທາງເລືອດ ຫຼື ຕິດຕໍ່ທາງຜິວໜັງ, ການຕິດຕໍ່ຈາກແມ່ຫາລູກ ຫຼື ການຕິດຕໍ່ຈາກປາກໄປອະໄວຍະວະ ຫຼື ການສຳພັດພາຍນອກໂດຍບໍ່ໄດ້ຮ່ວມເພດມັກຈະບໍ່ຕິດຕໍ່.
ການຕິດຕໍ່ເຊື້ອ HPV ແລະ ການເກີດມະເຮັງປາກມົດລູກ
ປະມານ 90% ຂອງມະເຮັງປາກມົດລູກຈະມີຄວາມສຳພັນກັບການຕິດເຊື້ອ HPV
ປະມານ 70% ຂອງເຊື້ອ HPV ຈະເປັນຊະນິດ types 16 or 18
ຜູ້ຊ່ວຍທີ່ເປັນ Precancerous ຫຼາຍກ່ວາ 50% ຈາກການຕິດເຊື້ອ types 16 or 18
ເຖິງແມ່ນວ່າມະເຮັງປາກມົດລູກຈະເກີດການຕິດເຊື້ອ HPV ແຕ່ຜູ້ປ່ວຍຕິດເຊື້ອ HPV ສ່ວນໃຫຍ່ຈະຫາຍດີ ແລະ ມີພູມຕ້ານໃນ 6-12 ເດືອນ.

ຂໍ້ມູນຈາກ http://thbnk-news.blogspot.com/

ແປ ແລະ ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...