spot_img
Homeຂ່າວຕ່າງປະເທດຈອນ ແຄຣີ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ຍົກເລີກການຢ້ຽມຢາມກູບາ!

ຈອນ ແຄຣີ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ຍົກເລີກການຢ້ຽມຢາມກູບາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນາຜ່ານມານີ້ວ່າ ທ່ານ ຈອນ ແຄຣີ ລັດຖະມົນຕີການຕ່າງປະເທດ ແຫ່ງສະຫະລັດອາເມຮິກາ ໄດ້ຍົກເລີກແຜນການເດີນທາງຢ້ຽມຢາມ ສາທາລະນະລັດກູບາ ​ໃນກາງເດືອນມີນານີ້ ​ເພື່ອ​​ເຈລະຈາກ່ຽວ​ກັບ​ບັນຫາ​ສິດທິມະນຸດ​ ຊຶ່ງແຜນການດັ່ງກ່າວ ​ໄດ້ຖືກວາງອອກ​ໃນ​ສະພາບ​ການ​ທີ່​ສອງ​ຝ່າຍ ​ພວມ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ ນະຄອນຫລວງລາ​ຮາ​ວານ ປະເທດກູບາ ຂອງ​ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ຊຶ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 21-22 ມີນາທີ່ຈະມາເຖິງນີ້.

ກ່ອນ​ໜ້າ​ນັ້ນ, ​ໃນວາລະ​ອະພິ​ປາຍ​ຕໍ່​ລັດຖະສະພາ ແຫ່ງ ສະຫະລັດອາເມຣິກາ ເມື່ອວັນ​ທີ 23 ກຸມພາຜ່ານມາ ທ່ານ ຈອນ ແຄຣີ ໄດ້​ໃຫ້​ຮູ້​ວ່າ​ ທ່ານ​ອາດ​ຈະ​ໄປ​ຢ້ຽມຢາມກູ​ບາ​ໃນ​ອາທິດໜ້າ ​ເພື່ອ​ຈັດ​ຕັ້ງ​ການ​ເຈລະຈາ​ ກ່ຽວ​ກັບ​ສິດທິ​ມະນຸດ ກ່ອນ​ທີ່​ປະທານາທິບໍດີ ບາຣັກ ໂອບາມາ ຈະມາ​ຢ້ຽມຢາມ​ປະ​ເທດ​ນີ້​ ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...