Homeຂ່າວທ້ອງຖິ່ນເມືອງທ່າປາງທອງ ປັກດຳນາແຊງໄດ້ 380 ເຮັກຕາ ຄາດເກັບກ່ຽວ ຕົ້ນເດືອນເມສານີ້!

ເມືອງທ່າປາງທອງ ປັກດຳນາແຊງໄດ້ 380 ເຮັກຕາ ຄາດເກັບກ່ຽວ ຕົ້ນເດືອນເມສານີ້!

Published on

ຕາມການລາຍງານ ໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທ່າປາງທອງ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເມືອງທ່າປາງທອງ ໄດ້ຫັນເອົາພະນັກງານວິຊາການ ລົງປະສານສົມທົບກັບອຳນາດ ການປົກຄອງບ້ານ ແລະ ປະຊາຊົນ ໃນເຂດທີ່ມີເງື່ອນໄຂທຳການຜະລິດ ເພື່ອເກັບກຳຂໍ້ມູນ ໃນການຜະລິດລະດູແລ້ງ ແລະ ປູກເຂົ້ານາແຊງ ໃນກາງສົກປີນີ້ ຊຶ່ງຕາມແຜນການ ເມືອງທ່າປາງທອງ ມີແຜນການ ຈະຜະລິດລະດູແລ້ງ ໃຫ້ໄດ້ໃນ ເນື້ອທີ່ 700 ເຮັກຕາ. ໃນນັ້ນ ເນື້ອທີ່ປູກເຂົ້ານາແຊງມີ 500 ເຮັກຕາ, ສາມາດປະຕິບັດໄດ້ຕົວຈິງ 380 ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນຫຼາຍສົມຄວນ.ມາຮອດປະຈຸບັນ ແມ່ນສາມາດປັກດຳໄດ້ແລ້ວ 100% ຄາດວ່າຈະສາມາດເກັບກ່ຽວ ໃນລະຫວ່າງຕົ້ນເດືອນເມສາ 2016, ສ່ວນແນວພັນທີ່ຊາວກະສິກອນນຳໃຊ້ ແນວ ພັນເຂົ້າໂພນງາມ ແລະ ແນວພັນເຂົ້າປັບປຸງ ເພື່ອຍົກລະດັບສະມັດຖະພາບຜົນຜະລິດ ໃຫ້ໄດ້ຕາມຄາດໝາຍຄື 4 ໂຕນ/ເຮັກຕາ ໃນທົ່ວເມືອງມີຊົນລະປະທານ 1 ແຫ່ງ, ເປັນຊົນລະປະທານແບບນ້ຳໄຫຼເຂົ້າເອງ ສາມາດຫົດເນື້ອທີ່ ທຳການຜະລິດລະດູແລ້ງໄດ້ເຖິງ 2.000 ເຮັກຕາ. ນອກຈາກປູກເຂົ້ານາແຊງແລ້ວ ຊາວກະສິກອນພາຍ ໃນເມືອງທ່າປາງທອງ ຍັງໄດ້ສຸມໃສ່ປູກພືດຜັກຕ່າງໆ ເພື່ອສົ່ງຂາຍໃຫ້ກັບຕະຫຼາດເຊັ່ນ: ໝາກແຕງ, ພືດຕະກຸນຖົ່ວ ແລະ ພືດຜັກອື່ນໆຕື່ມອີກ ໃນເນື້ອທີ່ 200 ເຮັກຕາ ເພື່ອເຮັດໃຫ້ການ ປູກພືດລະດູແລ້ງ ໃນສົກປີນີ້ໄດ້ ຮັບການຈັດຕັ້ງປະຕິບັດທ່ວງທັນກັບລະດູການ ແລະ ຮັບປະກັນສະມັດຖະພາບຜົນຜະລິດ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...