spot_img
Homeຂ່າວການພັດທະນາຜູ້ຮັບເໝົາກໍ່ສ້າງເຜີຍ ໂຄງການຟື້ນຟູທາງເລກ 9 ຄາດສໍາເລັດປີ 2016 ນີ້!

ຜູ້ຮັບເໝົາກໍ່ສ້າງເຜີຍ ໂຄງການຟື້ນຟູທາງເລກ 9 ຄາດສໍາເລັດປີ 2016 ນີ້!

Published on

ຂປລ. ທ່ານ ເຄນຄຳ ສີລາຊາ ປະທານໃຫຍ່ ບໍລິສັດ ຄູນໄຊພັດທະນາກໍ່ສ້າງ ຈຳກັດ ຜູ້ຮັບເໝົາໂຄງການຟື້ນຟູທາງເລກ 9 ສັນຍາ 2 ກ່າວລາຍງານວ່າ: ມາຮອດປະຈຸບັນ, ທາງບໍລິສັດ ຄູນໄຊພັດ ທະນາ ຈຳກັດ ພວກເຮົາ ແມ່ນພວມຂຸ້ນຂ້ຽວ ໃນການກໍ່ສ້າງສ້ອມແປງທາງເລກ 9 ເຊິ່ງມີຄວາມຍາວຕາມສັນຍາທັງໝົດ 100,6 ກິໂລແມັດ, ເຊິ່ງໄດ້ແບ່ງອອກເປັນ 2 ຕອນ ຄື: ຕອນທີ 1 ເລີ່ມແຕ່ເມືອງພະລານໄຊ (ກິໂລແມັດ ທີ 105+800) ຫາບ້ານເຊທ່າມວກ (ກິໂລແມັດ ທີ 149+800), ມີຄວາມຍາວ 44 ກິໂລແມັດ; ສ່ວນຕອນທີ 2 ເລີ່ມແຕ່ເມືອງເຊໂປນ (ກິໂລແມັດ 185+000)ຫາ ບ້ານແດນສະຫວັນ (ກິໂລແມັດ 241+600), ມີລວງຍາວ 56,6 ກິໂລແມັດ. ໂດຍໄດ້ເລີ່ມລົງມື ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ມາແຕ່ເດືອນພຶດສະພາ ປີ 2014 ເປັນຕົ້ນມາ ແລະ ຄາດວ່າພາຍໃນປີ 2016 ຈະສໍາເລັດສົມບູນ.

ໂຄງການກໍ່ສ້າງດັ່ງກ່າວ, ລວມມູນຄ່າ 319 ຕື້ກວ່າກີບ, ເຊິ່ງໄດ້ຮັບທຶນກໍ່ສ້າງ ຈາກກອງທຶນບູລະນະຮັກສາທາງຫລວງ 70% ແລະ ງົບປະມານຂອງລັດ 30%. ໂດຍມີບໍລິສັດ CaRol ຈາກປະ ເທດຍີ່ປຸ່ນ ແນະນຳທາງດ້ານເຕັກນິິກ, ລັດວິສະຫະກິດວິສາວະກຳຄົມມະນາຄົມ ຮ່ວມກັບ ລັດວິສາຫະກິດສຳຫລວດອອກແບບ ແລະ ວິໄຈວັດສະດຸກໍ່ສ້າງ ເປັນບໍລິສັດທີ່ປຶກສາ.

ສຳລັບໜ້າວຽກທີ່ໄດ້ເຮັດແມ່ນວຽກງານຍົກຍ້າຍສິ່ງກີດຂວາງ, ວຽກສ້ອມແປງຟື້ນຟູ ແລະ ລະບົບລະບາຍນ້ຳ, ເຊິ່ງມາຮອດ ເດືອນມັງກອນ 2016, ການຈັດຕັ້ງປະຕິບັດໂຄງການແມ່ນມີຫລາຍໜ້າວຽກ ມີຄວາມຄືບໜ້າພໍສົມ ຄວນປະເມີນໄດ້ແມ່ນ 50,19%, ລື່ນແຜນການ 2,24%, ສາມາດຂຸດຮື້ໜ້າທາງເກົ່າໄດ້ 189.104,4 ຕາແມັດ, ກໍ່ສ້າງຊັ້ນຮອງພື້ນທາງໄດ້ 66 ພັນກວ່າແມັດກ້ອນ, ກໍ່ສ້າງຊັ້ນຟື້ນທາງ 46 ພັນກວ່າແມັດກ້ອນ, ສີດກັນຊຶມໄດ້ 180.641 ຕາແມັດ, ປູຢາງອັດສະຟານຊັ້ນ 1 ໄດ້ 284.218 ຕາແມັດ, ປູຢາງອັດສະຟານຊັ້ນ 2 ບັນລຸໄດ້ແລ້ວ 216.875 ຕາແມັດ, ນອກຈາກນີ້, ກໍຍັງມີປູຢາງອັດ ສະຟານ ທັບໜ້າທາງເກົ່າອີກຈຳນວນໜຶ່ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...