Homeສຸຂະພາບ ແລະ ສີ່ງແວດລ້ອມການອອກກຳລັງກາຍສຳລັບຄົນບໍ່ມີເວລາ

ການອອກກຳລັງກາຍສຳລັບຄົນບໍ່ມີເວລາ

Published on

26_20140401142453. (1)

ຫຼາຍໆ ຄົນຈະໃຊ້ຄຳອ້າງວ່າ “ບໍ່ມີເວລາອອກກຳລັງກາຍ” ແຕ່ເພື່ອສຸຂະພາບ ແລະຮ່າງກາຍທີ່ແຂງແຮງຂອງເຮົາ ລອງມາໃຊ້ຊີວິດປະຈຳວັນຂອງທ່ານ ໃນການອອກກຳລັງກາຍເບິ່ງດຸ .

  1. ຕື່ນນອນ : ຂະຍັບຮ່າງກາຍ ຢຽດໂຕສຸດໆ ໃຫ້ຄາຍເສັ້ນ ຫາຍໃຈເລິກໆ ໃຫ້ສົດຊື່ນ .

  2. ຖູແຂ້ວ : ກາງຂາກວ້າງໆ ຢໍ້ແລ້ວຢືດ ຢໍ້ແລ້ວຢືດ .

 3. ອາບນ້ຳ : ໝຸນແອວໄປມາ ຊ້າຍແລ້ວຂວາ ຊ້າຍແລ້ວຂວາ .

 4. ເຖິງບ່ອນເຮັດວຽກ : ຍ່າງໄວໆ

 5. ນັ່ງເຮັດວຽກ : ຢຽດໂຕຕົງ ກຶງທ້ອງ ກຶງ-ປ່ອຍ  ກຶງ-ປ່ອຍ .

6. ຫຼັງພົກທ່ຽງ : ຍ່າງໄປຊື້ໝາກໄມ້ ໄວ້ເປັນຂອງວ່າງຍາມບ່າຍ .

 7. ເມື່ອເຮືອນ : ອາບນ້ຳອຸ່ນໆ ກົ້ມ-ເງີຍຫົວ ໝຸນຄໍ ແກ່ງແຂນ ບິດແອວ .

8. ເຂົ້ານອນ : ຫາຍໃຈເລິກໆ ໃຫ້ເຖິງທ້ອງ ປ່ອຍກາຍ ແລະໃຈໃຫ້ຜ່ອນຄາຍ ຫຼັບຕາລົງໃຫ້ສະບາຍ ຫາຍກັງວົນ .

ຖ້າເຮັດຢ່າງຈິ່ງຈັງ ແລະສະໝ່ຳສະເໝີ ວິທີອອກກຳລັງກາຍ ຄວບຄູ່ໄປກັບການໃຊ້ຊີວິດປະຈຳວັນ ຕັ້ງແຕ່ຕື່ນນອນ ຈົນເຂົ້ານອນ ຈະຊ່ວຍເສີມສ້າງກ້າມຊີ້ນ ລະບົບເຜົາຜານຈະດີຂື້ນ ຮ່າງກາຍຈະແຂງແຮງ ແລະຄວາມເມື່ອຍທັ້ງໝົດ ຈະລົດໄຂມັນທີ່ສະສົມ ຮູບຮ່າງສວຍງາມ ສະບາຍກາຍສະບາຍໃຈ ບໍ່ຕ່າງຈາກການອອກກຳລັງກາຍແບບປະຈຳວັນ .

 

ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...