spot_img
Homeຂ່າວການພັດທະນາ20 ມີ­ນາ ຈົ່ງ​ພ້ອມ​ກັນ​ໄປ​ປ່ອນບັດ​ເລືອກ​ຄົນ​ດີ​ສູ່​ສະ­ພາ

20 ມີ­ນາ ຈົ່ງ​ພ້ອມ​ກັນ​ໄປ​ປ່ອນບັດ​ເລືອກ​ຄົນ​ດີ​ສູ່​ສະ­ພາ

Published on

   ອີກ​ບໍ່​ພໍ​ເທົ່າ­ໃດ​ວັນ​ຕໍ່­ໜ້າ​ນີ້ ຄື​ວັນ​ທີ 20 ມີ­ນາ ປະ­ຊາ­ຊົນ​ລາວ​ທຸກ​ເຜົ່າ​ທີ່​ມີເງື່ອນ­ໄຂ​ຄົບ​ຖ້ວນ​ໃນ​ທົ່ວ​ປະ­ເທດ​ກໍ​ຈະ​ພ້ອມ​ກັນ​ເຂົ້າ​ຄູ­ຫາ​ໄປ​ໃຊ້​ສິດ​ປະ­ຊາ​ທິປະ​ໄຕ​ຂອງ​ຕົນ​ປ່ອນ​ບັດ​ເລືອກ​ເອົາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ VIII ແລະ​ເລືອກ​ເອົາ​ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ-ນະ­ຄອນ­ຫຼວງ​ວຽງຈັນ (ສສຂ) ເຂົ້າ​ນັ່ງ​ຢູ່​ສະ­ພາ ເພື່ອ​ເຮັດ​ໜ້າ­ທີ່​ເປັນ​ຕົວ​ແທນ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ​ຕາມ​ທີ່​ລະ­ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ​ແຫ່ງ ສປປ ລາວ ແລະ​ວັນ​ດັ່ງ­ກ່າວ​ກາຍ­ເປັນ​ເຫດ­ການ​ທາງ​ດ້ານ​ການ­ເມືອງ​ທີ່​ສຳ­ຄັນ​ຍິ່ງໃນ​ປະ­ຫວັດ­ສາດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ ແລະ​ເປັນ​ປາງ​ບຸນ​ໃຫຍ່​ແຫ່ງ​ມະຫາ​ສາ­ມັກ­ຄີ​ຂອງ​ວົງ​ຄະ­ນະ​ຍາດ​ແຫ່ງ​ຊາດ​ລາວ​ເຮົາ.

   ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ເນື້ອ​ແທ້​ກໍແມ່ນ​ການ​ປັບ­ປຸງ​ລະ­ບົບ​ອຳ­ນາດ​ແຫ່ງລັດ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ, ເປັນ​ການ​ສືບ­ຕໍ່​ເຮັດ​ໃຫ້­ການ​ແບ່ງ​ງານ, ແບ່ງ​ຄວາມຮັບ­ຜິດ­ຊອບ​ລະ­ຫວ່າງ​ອົງ­ການ​ອຳ­ນາດ​ລັດ​ດ້ວຍ​ກັນ ແລະ​ລະ­ຫວ່າງ​ສູນ​ກາງກັບ​ທ້ອງ­ຖິ່ນ​ໃຫ້​ລະ­ອຽດ​ຈະ­ແຈ້ງ ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ຂອງ​ອົງ­ການ​ອຳນາດ​ລັດ​ມີ​ປະ­ສິດ­ທິ­ພາບ, ມີ​ຄວາມ​ສັກ­ສິດ ແລະ​ຮັບ­ປະ­ກັນ​ໃຫ້​ອຳ­ນາດ​ແຫ່ງ​ລັດຂອງ​ພວກ​ເຮົາ​ເປັນ​ອຳ­ນາດ​ລັດ​ທີ່​ມາ​ຈາກ​ປະ­ຊາ­ຊົນ ໂດຍ​ປະ­ຊາ­ຊົນ ແລະ​ເພື່ອ​ຜົນ​ປະ­ໂຫຍດຂອງ​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ, ທັງ​ເປັນການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແນວ­ທາງ​ປ່ຽນແປງ​ໃໝ່​ຂອງ​ພັກ​ກໍ​ຄື​ການ­ຈັດ­ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ­ໃຈ​ມະ­ຕິ​ກອງ​ປະ­ຊຸມໃຫຍ່ ຄັ້ງ​ທີ X ຂອງ​ພັກ ແລະ​ຍົກ​ສູງ​ຄຸນນະ​ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ການເມືອງ​ໃນ​ໄລ­ຍະ​ໃໝ່​ຂອງ​ອົງ­ການ​ຕົວແທນ​ທີ່​ມາ​ຈາກ​ການ​ເລືອກ​ຕັ້ງ​ໂດຍ​ກົງຂອງ​ປະ­ຊາ­ຊົນ ເພື່ອ​ເລືອກ­ເຟັ້ນ​ເອົາ​ບຸກຄະ­ລາ​ກອນ​ທີ່​ມີ​ມາດ­ຕະ­ຖານ​ເຂົ້າ​ເປັນ ສສຊ-ສສຂ ແລະ​ຍັງ​ເປັນ​ການ​ນຳ​ໃຊ້​ສິດ ປະ­ຊາ­ທິ­ປະ­ໄຕ​ເຂົ້າ​ໃນ​ການ​ເລືອກ​ຕັ້ງເອົາ​ຕົວ​ແທນ​ແຫ່ງ​ສິດ­ຜົນ­ປະ­ໂຫຍດ​ຂອງຕົນ​ຢ່າງ​ກວ້າງ­ຂວາງ ແລະ​ເລິກ­ເຊິ່ງ.

ທົ່ວ​ປະ­ເທດ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ແຕ່ລະ​ເຂດ​ເລືອກ​ຕັ້ງ​ມີ​ຈຳ­ນວນ​ທັງ​ໝົດ 3.988.000 ຄົນ, ຍິງ 2.006.000 ຄົນ, ໃນ​ນີ້ ຫຼາຍ​ກວ່າ​ໝູ່​ຢູ່​ແຂວງ​ສະ­ຫວັນນະ​ເຂດ​ມີ​ຈຳ­ນວນ 596.000 ຄົນ, ຮອງ​ລົງ​ມາ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ 592.000 ຄົນ, ໜ້ອຍ​ກວ່າ​ໝູ່​ຢູ່​ແຂວງ ໄຊ​ສົມ­ບູນ​ມີ 46.000 ຄົນ ແລະ​ມີ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ສສຊ ຊຸດ​ທີ VIII ຈຳນວນ​ທັງ​ໝົດ 211 ທ່ານ, ເລືອກ​ເອົາ 149 ທ່ານ ແລະ ສສຂ ທັງ​ໝົດ 508 ທ່ານ, ເລືອກ​ເອົາ 360 ທ່ານ, ຂະ­ນະ​ນີ້​ຜູ້ທີ່​ມີ​ສິດ​ປ່ອນ​ບັດ​ສາ­ມາດ​ເຫັນ​ໜ້າ​ຕາພ້ອມ​ຊີ­ວະ​ປະ­ຫວັດ, ຜົນ­ງານ​ການ​ເຄື່ອນໄຫວ​ຂອງ​ບັນ­ດາ​ຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ ສສຊ ແລະ ສສຂ ຜ່ານ​ສື່​ມວນ​ຊົນ, ຕິດໄວ້​ຕາມ​ສະ­ຖານ­ທີ່​ຕ່າງໆ ລວມ​ທັງ​ການລົງ​ພົບ​ປະ​ຫາ​ສຽງ​ຂອງ​ຜູ້​ສະ­ໝັກ​ຮັບເລືອກ​ຕັ້ງ​ນຳ​ອີກ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ຜູ້​ມີ​ສິດ​ປ່ອນ​ບັດ ທັງ­ຫຼາຍ​ຈົ່ງ​ພ້ອມ​ກັນ​ໄປ​ໃຊ້​ສິດ​ຂອງ​ຕົນຢ່າງ​ເຕັມ​ສ່ວນ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ໂດຍ​ອ່ານ​ໃຫ້​ຖີ່​ຖ້ວນ​ຫຼີກ­ເວັ້ນ​ການ​ເບິ່ງແບບ​ຜີວ​ເຜີນ ຊຶ່ງ​ມັນ​ບໍ່​ອາດ​ຂຶ້ນ​ກັບ​ຮູບຮ່າງ​ໜ້າ​ຕາ, ບໍ່​ຂຶ້ນ​ກັບ​ຢູ່​ເທິງ ຫຼື ລຸ່ມ ແຕ່ສິ່ງ​ສຳ­ຄັນ​ແມ່ນ​ເລືອກ​ເອົາ​ຜູ້­ດີ, ຜູ້​ບໍ່​ມີ​ບັນຫາ​ຕໍ່​ປະ­ເທດ​ຊາດ, ຕໍ່​ປະ­ຊາ­ຊົນ ສະ­ນັ້ນ ຕ້ອງ​ປະ­ຕິ­ບັດ​ເປັນ​ພົນ­ລະ­ເມືອງ​ລາວ​ທີ່​ມີອາ­ຍຸ​ແຕ່ 21 ປີ​ຂຶ້ນ​ໄປ; ມີ​ນ້ຳ­ໃຈ​ຮັກ​ຊາດ, ຮັກ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ, ຈົງ​ຮັກ​ພັກ­ດີ ແລະ​ຕັ້ງ​ຕໍ່​ບໍ­ລິ­ສຸດ​ຕໍ່​ປະ­ເທດຊາດ, ຖື​ເອົາ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນເປັນ​ກົກ, ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ, ມີ​ຄວາມ​ອົດ­ທົນ, ປະ­ຢັດ, ຊື່­ສັດ, ທ່ຽງ​ທຳ, ບໍ່​ອວດ­ອົ່ງ​ທະ​ນົງ​ຕົວ, ບໍ່​ສວຍ​ໃຊ້​ອຳ­ນາດເດັດ­ດ່ຽວ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ພະ­ຍາດ​ອາ­ຍາ​ສິດ, ເປັນ​ແບບ­ຢ່າງທີ່​ດີ​ໃນ​ການ​ປະ­ຕິ­ບັດ​ກົດ­ໝາຍ ແລະ​ບັນຫາ​ສຳ­ຄັນ​ອື່ນໆ​ອີກ.

ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ຍັງ​ມີ​ຂໍ້​ຫ້າມສຳ­ລັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ພຶດ­ຕິ​ກຳ​ດັ່ງ­ນີ້: ບິດ​ເບືອນ​ແນວ­ທາງ​ນະ­ໂຍ­ບາຍ ແລະ ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ; ໂຄ­ສະ­ນາ​ໃສ່​ຮ້າຍ​ປ້າຍ​ສີ​ທັບ​ຖົມ​ຜູ້​ສະໝັກ​ເລືອກ​ຕັ້ງ; ປັ່ນ​ປ່ວນ​ສ້າງ​ສະ­ຖາ­ນະ ການ​ກໍ່​ຄວາມ​ບໍ່​ສະ­ຫງົບ​ໃນ​ໜ່ວຍ​ເລືອກຕັ້ງ; ແຊກ​ແຊງ​ການ​ຂີດ​ບັດ​ລົງ​ຄະ­ແນນ ສຽງ​ຂອງ​ຜູ້​ອື່ນ ຫຼື ທຳ­ລາຍ​ບັດ​ເລືອກຕັ້ງ; ຂີດ​ບັດ​ລົງ​ຄະ­ແນນ​ບໍ່​ຖືກ­ຕ້ອງ​ຕາມລະ­ບຽບ​ຫຼັກ­ການ; ຮັບ ຫຼື ໃຫ້​ສິນ​ບົນ; ມີພຶດ­ຕິ​ກຳ​ອື່ນ​ທີ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ແລະ​ລະ­ບຽບ​ທີ່​ກ່ຽວ­ຂ້ອງ ພ້ອມ​ດຽວ​ກັນ ກໍ​ມີ​ຂໍ້​ຫ້າມ​ສຳ­ລັບ​ຜູ້​ຮັບ​ສະ­ໝັກ​ຮັບ​ເລືອກ ຕັ້ງ​ມີ​ພຶດ­ຕິ​ກຳ​ດັ່ງ­ນີ້: ໂຄ­ສະ­ນາ​ໃສ່​ຮ້າຍ ປ້າຍ​ສີ​ທັບ​ຖົມ​ຜູ້​ສະ­ໝັກ​ເລືອກ​ຕັ້ງ​ດ້ວຍ ກັນ; ໃຫ້​ສິນ​ບົນ​ຊື້​ຈ້າງ​ຈອບ​ອອຍ​ຜູ້​ມີ​ສິດເລືອກ​ຕັ້ງ​ດ້ວຍ​ຮູບ​ການ​ຕ່າງໆ; ໂຄ­ສະນາ​ຫາ​ສຽງ​ໃນ​ມື້​ເລືອກ​ຕັ້ງ; ເຂົ້າ​ຫຍຸ້ງ​ກ່ຽວ​ການ​ນັບ​ບັດ​ຄະ­ແນນ​ຂອງ​ຄະ­ນະຮັບ­ຜິດ­ຊອບ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ; ມີພຶດ­ຕິ​ກຳ​ທີ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ແລະ​ລະ­ບຽບ​ການ​ທີ່​ກ່ຽວ­ຂ້ອງ, ນອກ​ນີ້ ຍັງ​ມີ​ຂໍ້​ຫ້າມ​ສຳ­ລັບ​ຄະ­ນະ​ກຳ­ມະ­ການເລືອກ​ຕັ້ງ ແລະ​ຂໍ້​ຫ້າມ​ສຳ­ລັບ​ບຸກ­ຄົນການ­ຈັດ­ຕັ້ງ​ອື່ນ​ຢ່າງ​ເຂັ້ມ​ງວດ.

ການ​ເລືອກ​ຕັ້ງ ສສຊ ຊຸດ​ທີ VIII ແລະ​ສສຂ ສຸດ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ, ເມື່ອ​ເປັນ​ດັ່ງ­ນັ້ນ​ມັນ​ຈິ່ງ​ເລັ່ງ​ທວງ​ໃຫ້​ທົ່ວທັງ​ຊາດ ຈົ່ງ​ເພີ່ມ​ທະ​ວີ­ສະ­ຕິ​ລະ­ວັງ​ຕົວ​ໃຫ້ສູງ​ກວ່າ​ເກົ່າ, ຫັນ​ເອົາ​ວຽກ​ງານ​ການເລືອກ​ຕັ້ງ ສສຊ ແລະ ສສຂ ໃນ​ຄັ້ງ​ນີ້ ເປັນ​ພັນ­ທະ​ໜ້າ­ທີ່​ການ­ເມືອງ​ອັນ​ສູງ​ສົ່ງຂອງ​ຕົນ, ທຸກ​ສິ່ງ​ທຸກ​ຢ່າງ​ຮັບ­ປະ­ກັນ​ໃຫ້ການ​ເລືອກ​ຕັ້ງ​ບັນ­ລຸ 3 ຄາດ­ໝາຍ​ມີ 300% ຄື: ຕ້ອງ​ຮັບ­ປະ­ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃນ​ສັງ­ຄົມ, ບັນ­ຫາ 2: ຕ້ອງ​ຮັບ­ປະ­ກັນ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້ໃຊ້​ສິດ​ປ່ອນ​ບັດ​ຂອງ​ຕົນ​ດ້ວຍ​ຄວາມ​ສະໝັກ​ໃຈ, ບັນ­ຫາ​ສຸດ​ທ້າຍ ຕ້ອງ​ຮັບ​ປະກັນ​ການ​ລົງ​ຄະ­ແນນ​ສຽງ​ໃຫ້​ຖືກ­ຕ້ອງຕາມ​ກົດ­ໝາຍ, ສຳ­ລັບ​ການ​ປ່ອນ​ບັດເລືອກ​ຕັ້ງ​ແມ່ນ​ເລີ່ມ​ແຕ່​ເວ­ລາ 7:00 ໂມງ​ເຊົ້າ​ຫາ 17:00 ໂມງ​ແລງ​ຂອງ​ວັນ ອາ­ທິດວັນ​ທີ 20 ມີ­ນາ 2016 ຕ້ອງ​ໃຫ້ສຳ­ເລັດ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ, ໃນ​ກໍລະ​ນີ​ຈຳ­ເປັນ​ຄະ­ນະ​ຮັບ­ຜິດ­ຊອບ​ໜ່ວຍປ່ອນ​ບັດ​ເລືອກ​ຕັ້ງ​ອາດ​ຈະ​ຕົກ­ລົງ​ໄຂ​ພິທີ ຫຼື ອັດ​ພິ­ທີ​ໄວ ຫຼື ຊ້າ​ກວ່າ​ເວ­ລາ​ທີ່​ກຳ ນົດ​ໄວ້​ກໍ​ໄດ້ ໂດຍ​ອີງ­ໃສ່​ສະ­ພາບ​ການ​ຕົວຈິງ​ຂອງ​ແຕ່​ລະ​ບ່ອນ ແຕ່​ບໍ່​ໃຫ້​ໄຂ​ພິ­ທີກ່ອນ 5:00 ໂມງ​ເຊົ້າ ຫຼື ອັດ​ພິ­ທີ​ຢ່າງຊ້າ​ກ່ອນ 19:00 ໂມງ​ແລງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...