Homeຂ່າວຕ່າງປະເທດ​ເອມິ​ເຣດ ​ທຳລາຍ​ສະຖິຕິບິນ​ລວດ​ດຽວ 14.200 ກິ​ໂລ​ແມັດ​ ​ໄກ​ທີ່​ສຸດ​ໃນ​​ໂລກ

​ເອມິ​ເຣດ ​ທຳລາຍ​ສະຖິຕິບິນ​ລວດ​ດຽວ 14.200 ກິ​ໂລ​ແມັດ​ ​ໄກ​ທີ່​ສຸດ​ໃນ​​ໂລກ

Published on

ສຳນັກງານ​ເອ​ເອຟພີ ລາຍ​ງານ​ວ່າ ​ເມື່ອ​ວັນ​ທີ 2 ມີ​ນາ ​​ເຮືອບິນ​ໂດຍ​ສານ​​ແອ​ບັສ A380 ຂອງ​ສາຍ​ການບິນ​ເອມີ​ເຣສ ລົງຈອດ​ທີ່​ສະໜາມ​ບິນ​ໃນ​ເມືອງ​ໂອ໊ກ​ແລນ ​ເກາະ​ຕອນ​ເໜືອ​ຂອງ​ນິວ​ຊີ​ແລນ ດ້ວຍ​ການ​ທຳລາຍ​ສະຖິຕິ​ໃໝ່​ດ້ວຍ​ການ​​ເປັນ​ຖ້ຽວ​ບິນ​ໂດຍສານ​ພານິດ ຕາມ​ຕາຕະລາງ​ບິນ​ທີ່​ທຳ​ການບິນລວດ​ດຽວ ທີ່​ມີ​ໄລຍະ​ທາງ​ໄກ​ທີ່​ສຸດ​ໃນ​ໂລກ.

ຖ້ຽວ​ບິນ​ດັ່ງກ່າວ ​ໄດ້​ທຳ​ການບິນ​ຈາກ​ນະຄອນຫຼວງ​ດູ​​ໄບຂອງ​ສະຫະລັດ​ອາຣັບ​ເອມິ​ເຣດ ​ໄປ​ຍັງ​ເມືອງ​ໂອ໊ກ​ແລນຂອງ​ນິວຊີ​ແລນ ​ໄລຍະ​ທາງ​ທັງ​ໝົດ 14.200 ກິ​ໂລ​ແມັດ ​ແລະ​ຜູ້​ໂດຍສານ​ຕ້ອງ​ໃຊ້​ເວລາ​ຢູ່​ເຮືອບິນ​ເຖິງ 17 ຊົ່ວ​ໂມງ 15 ນາທີ.

​ໂດຍ​ໄດ້​ທຳລາຍ​ສະຖິຕິ​ບິນ​ໄກ​ລວດ​ດຽວ​ຂອງ​ສາຍ​ການບິນ​ແຄວນ​ຕັສ ທີ່​ເຄີຍ​ບິນ​ຈາກ​ນະຄອນຫຼວງ​ຊິດ​ນິ ອົດ​ສະຕຣາລີ ​ໄປ​ຍັງ​ເມືອງ​ດັລລັສ ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ປີ 2014 ຊຶ່ງ​ມີ​ໄລຍະ​ທາງ 13.800 ກິ​ໂລ​ແມັດ.

​ແນ​ວ​ໃດ​ກໍ​ຕາມ ທາງ​ສາຍ​ການບິນ​ເອມີ​ເຣດ​ໄດ້​ກຽມທຳລາຍສະຖິຕິ​ຄັ້ງ​ໃໝ່​ອີກ ​ໂດຍ​ໄດ້​ກຽມ​ເປີດ​ເສັ້ນທາງບິນ​ລວດ​ດຽວສາຍ​ໃໝ່ ຈາກ​ດູ​ໄບ​ໄປ​ຍັງ​ນະຄອນຫຼວງ​ປາ​ນາມາ​ ​ປ​ະ​ເທດ​ປາ​ນາມາ ທີ່​ຄາດ​ວ່າ​ຈະ​ໃຊ້​ເວລາ​ບິນ​ເຖິງ 17 ຊົ່ວ​ໂມງ 35 ນາທີ ​ໂດຍ​ກຳນົດ​ວ່າ​ຈະ​ເລີ່​ມ​ໃນ​ໄລຍະ​ທ້າຍ​ເດືອນ​ມີນາ​ນີ້ ​ແຕ່​ຫຼ້າ​ສຸດ ​ເມື່ອ​ວັນ​ທີ 3 ມີນາ ທາງ​ສາຍ​ການບິນ​ເອມິ​ເຣດ​ໄດ້​ເລື່ອນ​ແຜນການບິນ​ໄປ​ເປັນ​ຊ່ວງ​ທ້າຍ​ປີ​ນີ້ ຫຼື​ຕົ້ນ​ປີໜ້າ​ແທນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...