spot_img
Homeຂ່າວເຫດການຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ VIII ເຂດເລືອກຕັ້ງທີ 12 ລົງໂຄສະນາຫາສຽງ ຢູ່ເມືອງນາກາຍ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ VIII ເຂດເລືອກຕັ້ງທີ 12 ລົງໂຄສະນາຫາສຽງ ຢູ່ເມືອງນາກາຍ

Published on

ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ທີ່ເມືອງນາກາຍ ຄື: ຈຸດບ້ານທົ່ງ-ເມືອງຫລວງ, ບ້ານຜາດ່າງ, ບ້ານຕານ, ເທສະບານເມືອງ, ບ້ານໜອງບົວຄຳ ແລະ ຈຸດບ້ານດອນ, ໂດຍໃຊ້ເວລາສອງວັນແຕ່ວັນທີ 29 ກຸມພາ ຫາ 1 ມີນານີ້.

ເມືອງນາກາຍປະກອບມີ 31 ບ້ານ, ແບ່ງອອກເປັນ 6 ເຂດ ຄື: ເຂດນາກາຍ ປະກອບມີ 10 ບ້ານ, ເຂດນາວາງ 3 ບ້ານ, ເຂດທ່າໃຜ່ບ້ານ 4 ບ້ານ, ເຂດເຕີງ 6 ບ້ານ, ເຂດເມືອງຫລວງ 4 ບ້ານ ແລະ ເຂດນາຕານ 4 ບ້ານ. ໃນນີ້ມີຜູ້ມີສິດປ່ອນບັດເລືອກຕັ້ງຈຳນວນ 16 ພັນຄົນ, ຍິງ 8.149 ຄົນ ແບ່ງອອກເປັນ 24 ໜ່ວຍປ່ອນບັດເລືອກຕັ້ງ. ການລົງເຄື່ອນໄຫວຂອງ ຄະນະຜູ້ແທນຢູ່ເມືອງນາກາຍ ໃນແຕ່ລະຈຸດ, ປະຊາຊົນໄດ້ຮັບຟັງການສະເໜີໂຕ ແລະ ການເຄື່ອນໄຫວ ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ພ້ອມດຽວກັນ ກໍໄດ້ຮັບຟັງການໂອ້ລົມຂອງຜູ້ລົງສະໝັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ, ພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງສະມາຊິກສະພາແຫ່ງຊາດ, ເຊິ່ງເຮັດໜ້າທີ່ເປັນຕົວແທນແຫ່ງສິດ, ຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດແຫ່ງລັດ, ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການ ເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະ ໄອຍະການປະຊາຊົນ.

ໃນໂອກາດທີ່ໄດ້ພົບປະກັບປະຊາຊົນ ບັນດາຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ຊາດຊຸດທີ XIII ຍັງໄດ້ຮຽກຮ້ອງມາຍັງ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ພ້ອມກັນມາໃຊ້ສິດຂອງຕົນເອງ, ພ້ອມທັງເລືອກເອົາຜູ້ມີມາດຖານ, ເງື່ອນໄຂຄົບຖ້ວນສົມບູນເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເຮັດໃຫ້ບັ້ນເລືອກຕັ້ງດໍາເນີນໄປດ້ວຍຜົນສຳເລັດ, ຮັບປະກັນໄດ້ຄວາມສະຫົງບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

 

ແຫລ່ງຂ່າວ:

ລພນ

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...