spot_img
Homeຂ່າວພາຍ​ໃນພົບ​ກະ­ດູກ​ຄົນ​ບູ­ຮານ​ທີ່​ທົ່ງ​ໄຫ​ຫີນ 1

ພົບ​ກະ­ດູກ​ຄົນ​ບູ­ຮານ​ທີ່​ທົ່ງ​ໄຫ​ຫີນ 1

Published on

 

ໃນ​ວັນ​ທີ 29 ກຸມ­ພາຜ່ານ​ມາ ອົງ­ການ​ມໍ­ລະ­ດົກ​ໂລກ ແລະ​ຊ່ຽວ­ຊານອົດ​ສະ​ຕາ​ລີ ໄດ້​ຄົ້ນ​ພົບ​ກະ­ດູກ​ຄົນ​ບູ­ຮານຢູ່​ທົ່ງ​ໄຫ​ຫີນ 1 ບ້ານ​ອຸ ເມືອງ​ແປກ​ແຂວງຊຽງ​ຂວາງ, ຫຼ້າ​ສຸດ​ໄດ້​ນຳ­ໄປ​ໄວ້​ຢູ່​ຫໍ​ມູນເຊື້ອ​ແຂວງ ເພື່ອ​ວິ­ເຄາະ​ວິ­ໄຈ​ຫາ​ຄວາມ ຈິງ​ແລ້ວ​ສະ­ເໜີ​ຂັ້ນ​ເທີງ​ຮັບ​ຊາບ.

ທ່ານ ສີ­ວິ­ໄລ ອຸ­ດົມ​ສຸກ ຮອງ​ຫົວ­ໜ້າພະ​ແນກ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ (ຖວ​ທ) ແຂວງ​ຊຽງ ຂວາງ​ໄດ້​ໃຫ້​ສຳ­ພາດ​ທາງ­ໄກ​ຕໍ່​ນັກ​ຂ່າວ ໜັງ­ສື­ພິມ​ພວກ​ເຮົາ​ໃນ​ຕອນ​ເຊົ້າ​ວັນ​ທີ 2 ມີ­ນາ​ຜ່ານ​ມາ​ນີ້​ວ່າ: ໃນ​ວັນ​ທີ 29 ກຸມ­ພາ 2016 ອົງ­ການ​ມໍ­ລະ­ດົກ​ໂລກ ແລະ​ຊ່ຽວຊານ​ຈາກ​ອົດ​ສະ​ຕາ​ລີ ໄດ້​ລົງ​ສຳ​ຫຼວດທົ່ງ​ໄຫ​ຫີນ 1 ທີ່​ບ້ານ​ອຸ ເມືອງ​ແປກ ເພື່ອຕ້ອງ­ການ​ຢືນ­ຢັນ​ເອົາ​ທົ່ງ​ໄຫ​ຫີນ​ເຂົ້າ​ເປັນມໍ­ລະ­ດົກ​ໂລກ​ແຫ່ງ​ທີ​ສາມ​ຂອງ ສປປ ລາວ, ແຕ່​ໃນ​ຂະ­ນະ​ທີ່​ສຳ​ຫຼວດ​ນັ້ນ​ໄດ້​ຂຸດຄົ້ນ​ປະ­ມານ 3-4 ເທື່ອ, ລວງ​ເລິກ​ເທື່ອ​ລະປະ­ມານ 70 ຊັງ​ຕີ​ແມັດ, ໂດຍ​ເທື່ອ​ທີ 4 ກໍພົບ​ເຫັນ​ກະ­ດູກ​ຄົນເປັນ​ລັກ­ສະ­ນະ​ຫົວກະ​ໂຫຼກ ອ້ອມ​ຮອບ​ດ້ວຍ​ໄຫ​ຫີນ​ນ້ອຍ, ຄາດ​ຄະ­ເນ​ເບື້ອງ​ຕົ້ນ​ວ່າ​ອາດ​ເປັນ​ກະ­ດູກ​ຄົນ​ບູ­ຮານ​ແຕ່​ບໍ່​ແນ່​ໃຈ​ວ່າ​ຈະ​ເປັນ​ຄົນ​ສະ­ໄໝ​ໃດ.

ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ ຖວ​ທ ຍັງ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະ­ຈຸ​ບັນ​ບັນ­ດາ​ກະດູກ​ທີ່​ຄົ້ນ​ພົບແມ່ນ​ໄດ້​ນຳ­ໄປ​ເກັບ​ໄວ້​ທີ່​ຫໍ ມູນ­ເຊື້ອ​ແຂວງ, ໂດຍ​ຂັ້ນ​ຕອນ​ຕໍ່​ໄປ​ແມ່ນຈະ​ນຳ­ໄປ​ວິ­ເຄາະ​ວິ­ໄຈ ແລ້ວ​ສະ­ເໜີ​ໃຫ້​ຂັ້ນເທິງ​ຮັບ​ຊາບ, ສ່ວນ​ຂຸມ​ທີ່​ຂຸດ​ພໍ້​ກະ­ດູກນັ້ນ​ແມ່ນ​ຈະ​ໄດ້​ມີ​ການ​ຖົມ​ໃຫ້​ຢູ່​ຄື​ສະ­ພາບ​ເກົ່າ​ໃນ​ວັນ​ທີ 2 ມີ­ນາ 2016, ຂະ­ນະ​ທີ່ ໄລ­ຍະ​ຜ່ານ​ມາ​ຢູ່​ທົ່ງ​ໄຫ​ຫີນ ກໍ​ເຄີຍ​ຄົ້ນພົບ​ກະ­ດູກ​ຄົນ​ບູນ​ຮານມາ​ແລ້ວ ແຕ່​ຜູ້​ຄົ້ນ​ພົບ​ແມ່ນ​ຊ່ຽວ­ຊານ​ຈາກປະ­ເທດ​ຝຣັ່ງ​ໃນ​ສະ­ໄໝ ປີ 1930.

ຢ່າງ­ໃດ​ກໍ​ຕາມ ການ​ລົງ​ສຳ​ຫຼວດ​ທົ່ງໄຫ​ຫີນ​ຂອງ​ອົງ­ການ​ມໍ­ລະ­ດົກ​ໂລກ ແລະ ຊ່ຽວ­ຊານ​ອົດ​ສະ​ຕາ​ລີ​ໃນ​ເທື່ອ​ນີ້ ນອກຈາກ​ຈະ​ພົບ​ເຫັນ​ກະ­ດູກ​ຄົນ ເປັນ​ລັກ​ສະນະ​ຫົວ​ກະ​ໂຫຼກ​ແລ້ວ, ຍັງ​ໄດ້​ຄົ້ນ​ພົບ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຈະ​ນຳ­ໄປ​ວິ­ເຄາະ​ວິ­ໄຈ​ຫາ​ມູນ​ເຫດ​ທີ່­ແທ້​ຈິງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...