Homeຂ່າວການສຶກສາບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ມີອາຄານຮຽນຫຼັງໃໝ່

ບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ມີອາຄານຮຽນຫຼັງໃໝ່

Published on

ພໍ່ແມ່ປະຊາຊົນ ກໍຄືຄູ-ອາຈານ ຕະຫຼອດເຖິງນ້ອງນ້ອຍນັກຮຽນຊັ້ນປະຖົມສົມບູນບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ຕ່າງກໍໄດ້ສະແດງຄວາມດີອົກດີໃຈ ພາຍຫຼັງທີ່ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ໄດ້ລົງທຶນສ້າງອາຄານຮຽນຫຼັງໃໝ່ທີ່ຖາວອນ ແລະ ມອບໃຫ້ນໍາໃຊ້ຢ່າງເປັນທາງການແລ້ວ.

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 01 ມີນາ 2016 ຜ່ານມາ ທີ່ໂຮງຮຽນບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານພ້ອມຕັດແຖບຜ້າຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈໍາປາສັກ ມີທ່ານຮອງເຈົ້າເມືອງບາຈຽງຈະເລີນສຸກ ທ່ານປະທານສະມາຄົມນັກທຸລະກິດຍິງຂອງແຂວງ ພ້ອມດ້ວຍບັນດາທ່ານແຂກຜູ້ໃຫຽ່ທີ່ກ່ຽວຂ້ອງ ບັນດານັກທຸລະກິດພາຍໃນແຂວງ ແລະ ບັນດາຄູອາຈານ- ນັກຮຽນ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາງ ແກ່ນຈັນ ບຸດດາວົງ ປະທານສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ໄດ້ໃຫ້ຮູ້ວ່າ ເພື່ອສົ່ງເສີມ ແລະ ຊຸກຍູ້ການສຶກສາຮໍ່າຮຽນໃຫ້ແກ່ລູກຫຼານ ໃຫ້ມີກໍາລັງໃຈ ແລະ ຕັ້ງໜ້າສຶກສາຮໍ່າຮຽນ ກາຍເປັນໜໍ່ແໜງອັນປະເສີດຂອງປະເທດຊາດ ຈິ່ງໄດ້ຕັດສິນໃຈຮວບຮວມເອົາບັນດາວັດຖຸ ແລະ ປັດໄຈຈາກພາກສ່ວນຕ່າງໆໃນສັງຄົມ ແລະ ອອກແຮງປຸກລະດົມດ້ວຍຫຼາຍຮູຍຫຼາຍແບບເພື່ອຊອກແຫຼ່ງທຶນ ນັບທັງພາກລັດ-ພາກທຸລະກິດມາກໍ່ສ້າງໂຮງຮຽນຈົນສໍາເລັດ 100% ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2015 ແລະ ສໍາເລັດການກໍ່ສ້າງໃນຕົ້ນເດືອນກຸມພາ 2016 ທີ່ຜ່ານມາ ໂດຍໄດ້ຮັບການອຸປະຖໍາອອກແບບຈາກບໍລິສັດສະຖາປັດ ທີ່ປຶກສາສໍາຫຼວດອອກແບບ ແລະ ໄດ້ຮັບການມອບເໝົາກໍ່ສ້າງຈາກບໍລິສັດ ລາວອີນເຕີ ຈໍາກັດຜູ້ດຽວ ປະມານ 666 ລ້ານກວ່າກີບ ໂຮງຮຽນຫຼັງດັ່ງກ່າວນີ້ປະກອບມີ 6 ຫ້ອງຮຽນ ແລະ 4 ຫ້ອງນໍ້າ ນອກຈາກການກໍ່ສ້າງໂຮງຮຽນແລ້ວ ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ຍັງໄດ້ລະດົມທຶນຈາກພາກສ່ວນອື່ນໆ ເພື່ອປະກອບສ່ວນເຂົ້າໃນການຊື້ໂຕະ ຕັ່ງ ເສົາຫຼັກທຸງ ກະດານ ພັດລົມ ຄອມພິມເຕີ້ ແລະ ອຸປະກອນອື່ນໆໃຫ້ແກ່ໂຮງຮຽນ ຮວມມູນຄ່າທັງໝົດ 700 ກວ່າລ້ານກີບ ເພື່ອມອບໃຫ້ແກ່ໂຮງຮຽນເພື່ອຈະໄດ້ມີອຸປະກອນທີ່ຈໍາເປັນໃນການນໍາໃຊ້.
ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...