ຜົນການທົດສອບໂດຍມະຫາວິທະຍາໄລແຄັມບຣິດພົບວ່າ ຜູ້ທີ່ເປັນໂຣກອ້ວນມີຄວາມຈຳຕໍ່ເຫດການສະເພາະ ຫຼື ປະສົບການທີ່ເກີດຂຶ້ນໃນອະດີດສັ້ນກ່ວນຄົນທີ່ຈ່ອຍ ເຊິ່ງສົ່ງຜົນຕໍ່ນິໃສໃນການກິນອາຫານໄດ້.
ການທົດສອບດັ່ງກ່າວໄດ້ທົດສອບກັບຄົນຫ້າສິບຄົນ ເຊິ່ງມີດັດສະນີມວນກາຍ ຫຼື ບີເອັມໄອຕັ້ງແຕ່ 18 (ລະດັທີ່ດີຕໍ່ສຸຂະພາບ) ໄປຈົນເຖິງ 51 (ເປັນໂຣກອ້ວນຫຼາຍ) ໂດຍໃຫ້ທຸກຄົນເຊື່ອງວັດຖຸຕ່າງໆໃນເວລາຕ່າງກັນ ແລະ ໃນສາກທີ່ຕ່າງກັນໃນຈໍຄອມພິວເຕີ ຫຼັງຈາກນັ້ນຜູ້ຮ່ວມທົດສອບຈະຕ້ອງຄິດໃຫ້ອອກວ່າ ຕົນເຊື່ອງວັດຖຸຫຍັງໄວ້ບ່ອນໃດ ແລະ ເວລາໃດ? ຜົນປະກົດວ່າຜູ້ທີ່ເປັນໂຣກອ້ວນເຮັດຄະແນນໄດ້ຕ່ຳກ່ວາຄົນທີ່ຈ່ອຍເຖິງ 15 ເປີເຊັນ ເຊິ່ງບົ່ງບອກວ່າຄົນທີ່ມີຄ່າບີເອັມໄອສູງ ຈະມີຄວາມຊົງຈຳຕໍ່ເຫດການທີ່ແມ້ນຢຳ ແລະ ຊັດເຈນລຸດລົງ ແຕ່ທັງນີ້ບໍ່ໄດ້ໝຍຄວາມວ່າ ຄົນອ້ວນຈະຂາດຄວາມຈຳເລີຍ ຫຼື ເປັນໂຣກຄວາມຈຳເຊື່ອມແຕ່ຢ່າງໃດ ເພາະຄວາມຈຳໃນເລື່ອງທົ່ວໆໄປ ບໍ່ໄດ້ຮັບຜົນກະທົບໃນກໍລະນີນີ້.
ຜົນການສຶກສາຄັ້ງນີ້ໄດ້ຕີພິມເຜີຍແຜ່ໃນວາລະສານ Quarterly Journal of Experimental Psychology ຍັງລະບຸວ່າ ຄວາມຊົງຈຳທີ່ບໍ່ຊັດເຈນຕໍ່ອາຫານທີ່ຫາກໍ່ກິນເຂົ້າໄປອາດນຳໄປສູ່ການກິນຫຼາຍເກີນໄປ ແລະ ເກີດໂຣກອ້ວນໄດ້ ຂະນະດຽວກັນນັ້ນຜູ້ກິນອາຫານພ້ອມກັບເບິ່ງໂທລະພາບໄປນຳມີແນວໂນ້ມຈະກິນອາຫານຫຼາຍກ່ວາປົກກະຕິ ຫຼື ຮູ້ສຶກຫິວໄວຂຶ້ນ ສ່ວນຜູ້ທີ່ມີອາການຄວາມຈຳເສື່ອມຈະກິນອາຫານຊ້ຳອີກໃນໄລຍະເວລາສັ້ນໆ.
ຂໍ້ມູນຈາກ http://www.teenee.com/
ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌