spot_img
Homeຂ່າວພາຍ​ໃນຜູ້​ສະ​ໜັກ​ເລືອກ​ຕັ້ງ ສສຊ ເຂດ​ທີ 6 ລົງ​ຫາ​ສຽງຢູ່ 8 ເມືອງ

ຜູ້​ສະ​ໜັກ​ເລືອກ​ຕັ້ງ ສສຊ ເຂດ​ທີ 6 ລົງ​ຫາ​ສຽງຢູ່ 8 ເມືອງ

Published on

   ເລີ່ມ​ແຕ່​ວັນ​ທີ 26 ກຸມ­ພາ 2016 ຜ່ານ​ມາທາງ​ຄະ­ນະ​ຜູ້​ແທນ​ສະ­ໝັກເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ຊຸດທີVIII ເຂດ​ທີ 6 ແຂວງ​ຫຼວງ​ພະ​ບາງຈຳ­ນວນ 15 ທ່ານນຳ​ໂດຍ​ທ່ານນາງປາ­ນີຢາ​ທໍ່​ຕູ້, ປະ­ທານ​ສະ­ພາ​ແຫ່ງ​ຊາດຊຸດ​ທີ 7 ໄດ້​ລົງ​ເຄື່ອນ​ໄຫວ​ຫາ​ສຽງ​ຈຸດ​ທຳ​ອິດ​ຢູ່​ສະ­ໂມ­ສອນ​ຂອງ​ໂຮງ­ຮຽນ​ວິ​ທະຍາ​ໄລ​ກະ­ສິ­ກຳແລະ​ປ່າ­ໄມ້​ພາກ​ເໜືອເຂົ້າ​ຮ່ວມ​ຮັບ​ຟັງ​ການແນະ­ນຳ​ຕົວ​ຂອງ​ບັນ­ດາ​ຜູ້​ແທນ​ມີ​ບັນ­ດາ​ອຳ­ນາດ​ການ​ປົກ­ຄອງ​ບ້ານແລະ​ປະ­ຊາ­ຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ທີ່​ມາ​ຈາກບ້ານ​ປາກ​ເຊືອງ, ບ້ານ​ວຽງ​ສະ­ຫວັນ, ບ້ານ​ໂພນ​ງາມພ້ອມ​ດ້ວຍ​ນັກ­ຮຽນ​ນັກສຶກ​ສາ​ພາຍ​ໃນ​ວິ­ທະ­ຍາ­ໄລ​ກະ­ສິ­ກຳແລະປ່າ­ໄມ້​ພາກ​ເໜືອ.

    ໃນ​ພິ­ທີທ່ານອາ​ນຸ​ສິດສີ​ລິ​ວົງເລ­ຂາໜ່ວຍ​ພັກນາຍ­ບ້ານໆ​ປາກ​ເຊືອງ​ໄດ້ກ່າວ​ຕ້ອນ­ຮັບ​ບັນ­ດາ​ຜູ້​ສະ­ໝັກ​ເລືອກ​ຕັ້ງພ້ອມ​ທັງ​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະຕິ​ບັດ​ເຮັດ​ທົດ​ລອງ​ວຽກ​ງານ​ສາມ​ສ້າງບ້ານ​ປາກ​ເຊືອງແລະ​ລາຍ​ງານ​ການ​ລົງເກັບ​ກຳ​ຂໍ້​ມູນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງຊຶ່ງ​ກຸ່ມ​ພັດ­ທະ­ນາ​ບ້ານ​ປາກ​ເຊືອງປະກອບ​ມີ 6 ບ້ານແລະ 1 ສະ​ຖາ​ບັນ​ການສຶກ​ສາ, ໃນ​ນັ້ນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ 1.967 ຄົນ, ຍິງ 971 ຄົນ, ພ້ອມນີ້​ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ໜ່ວຍ​ປ່ອນ​ບັດເລືອກ​ຕັ້ງ​ກຸ່ມ​ພັດ­ທະ­ນາ​ປາກ​ເຊືອງ​ຍັງ​ໄດ້ກະ­ກຽມ​ເອ­ກະ­ສານ​ຕ່າງໆ​ທີ່​ກ່ຽວ­ຂ້ອງກັບ​ການ​ເລືອກ​ຕັ້ງ​ເພື່ອ​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ກຸ່ມ​ປາກ​ເຊືອງໄດ້​ຮັບ​ຮູ້ແລະ​ເຂົ້າ­ໃຈທັງ​ນີ້ກໍ​ເພື່ອ​ຮັບ­ປະ­ກັນ​ໃຫ້​ຜູ້​ໃຊ້​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ລົງ​ຄະ­ແນນ​ສຽງ​ຂອງ​ຕົນ​ເອງ​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ, ຈາກ​ນັ້ນ​ບັນ­ດາ​ຜູ້​ສະ­ໝັກສະ­ມາ­ຊິກ​ສະ­ພາ​ກໍ​ໄດ້​ຜັດ­ປ່ຽນ​ກັນ​ຂຶ້ນ​ໂຄສະ​ນາ​ຫາ​ສຽງ, ສະ­ເໜີ​ປະ­ຫວັດ​ການເຄື່ອນ​ໄຫວ​ວຽກ​ງານ​ໂດຍ​ຫຍໍ້​ຂອງ​ແຕ່ລະ​ທ່ານເພື່ອ​ເຮັດ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດເລືອກ​ຕັ້ງ​ກຳ​ແໜ້ນ​ປະ­ຫວັດ​ການ­ເຄື່ອນ­ໄຫວ​ວຽກ​ງານ​ໄດ້​ຮັບ​ຮູ້ແລະ​ເຂົ້າ­ໃຈ.

ໃນ​ວັນ​ດຽວ​ກັນບັນ­ດາ​ຜູ້​ແທນ​ກໍ​ໄດ້ເດີນ­ທາງ​ໄປ​ຫາ​ສຽງ​ຢູ່​ກຸ່ມ​ບ້ານ​ກອກຫວານໂດຍ​ທ່ານ​ນາຍ­ບ້ານໆ​ກອກຫວານ​ໄດ້​ລາຍ​ງານ​ການ​ເກັບ​ກຳ​ຂໍ້​ມູນເພື່ອ​ກະ­ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະມາ​ຊິກ​ສະ­ພາ​ຊຸດ​ທີ 8 ຮູ້​ວ່າກຸ່ມ​ກອກຫວານ​ປະ­ກອບ​ມີ 9 ບ້ານ, ຜູ້​ມີ​ສິດ​ປ່ອນບັດ​ແຕ່ 18 ປີ​ຂຶ້ນ​ໄປ​ມີ​ທັງ​ໝົດ 1.834 ຄົນ, ຍິງ 949 ຄົນແລະ​ໃນ​ວັນ​ທີ 27 ກຸມ­ພາຄະ­ນະ​ຜູ້​ແທນ​ໄດ້​ລົງ​ຫາ​ສຽງ​ຢູ່ສະ­ໂມ­ສອນ​ກອງ​ບັນ­ຊາ​ການ​ທະ­ຫານແຂວງ​ໂດຍ​ໃຫ້​ກຽດ​ກ່າວ​ຕ້ອນ­ຮັບ​ຂອງທ່ານພັນ​ເອກບຸນ​ຊູດວງ​ຄຳ​ມີຮອງເລ­ຂາ​ຄະ­ນະ​ພັກຫົວ­ໜ້າ​ການ­ເມືອງກອງ​ບັນ­ຊາ​ການ​ທະ­ຫານ​ແຂວງ​ຫຼວງພະ​ບາງພ້ອມ​ລາຍ​ງານ​ການ​ກະ­ກຽມ, ການ​ເກັບ​ກຳ​ຂໍ້​ມູນ​ອ້າຍ​ນ້ອງ​ຜູ້​ມີ​ສິດ​ປ່ອນບັດ​ຮູ້​ວ່າທົ່ວ​ກອງ​ບັນ­ຊາ​ການ​ທະ­ຫານໄດ້​ກຳ­ນົດ​ເອົາ 1 ຈຸດ, ມີ​ຜູ້​ໃຊ້​ສິດ​ທັງ​ໝົດ 4 ພັນ​ກວ່າ​ຄົນແລະ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ​ຄະ­ນະ​ຜູ້​ແທນ​ກໍ​ໄດ້​ລົງ​ຫາສຽງ​ຢູ່ປກສແຂວງໂດຍທ່ານພັນ​ເອກສົມ​ຈັນແກ້ວ​ຈັນ​ດາຫົວ­ໜ້າ​ກອງ​ບັນຊາ​ການປກສແຂວງໄດ້​ລາຍ​ງານ​ການ​ກະ­ກຽມ​ຕໍ່​ການ​ປ່ອນ​ບັດ​ວ່າປກສແຂວງໄດ້​ກຳ­ນົດ​ຢູ່ 5 ຈຸດ, ມີ​ຜູ້​ໃຊ້​ສິດ​ທັງ​ໝົດ 1.535 ຄົນ, ຍິງ 240 ຄົນ. ພ້ອມ​ນັ້ນ​ຄະ­ນະ​ຜູ້​ແທນ​ຍັງ​ຈະ​ໄດ້​ເດີນ­ທາງ​ໄປ​ຫາ​ສຽງ​ຢູ່ 7 ເມືອງ​ເໜືອ​ຄື: ເມືອງ​ປາກ​ອູ, ນ້ຳ​ບາກ, ງອຍ, ວຽງ​ຄຳ, ໂພນ​ທອງ, ພູ​ຄູນ, ເມືອງ​ນານແລະເມືອງ​ຊຽງ​ເງິນຕື່ມ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...