Homeຂ່າວຕ່າງປະເທດກອງທັບຈີນ ເປີດໂຕອູ່ກຳປັ່ນລອຍນ້ຳແຫ່ງທຳອິດ ສາມາດສ້ອມແປງເຮືອສູ້ຮົບ ຢູ່ກາງທະເລເລີຍ!

ກອງທັບຈີນ ເປີດໂຕອູ່ກຳປັ່ນລອຍນ້ຳແຫ່ງທຳອິດ ສາມາດສ້ອມແປງເຮືອສູ້ຮົບ ຢູ່ກາງທະເລເລີຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ມີນານີ້ວ່າ ກອງທັບເຮືອຈີນ ໄດ້ເປີດໂຕ ອູ່ສ້ອມແປງກ່ຳປັ່ນ ລອຍນ້ຳເຄື່ອນທີ່ (self-propelled floating dock) ແຫ່ງທຳອິດຂອງປະເທດ ຊື່ ອູ່ກ່ຳປັ່ນຫົວຊວນ ເລກ 1 (Huachuan No.1) ຊຶ່ງສາມາດເດີນທາງອອກໄປສ້ອມແປງ ກຳປັ່ນສູ້ຮົບທີ່ຖືກເສຍຫາຍ ທີ່ຢູ່ຫ່າງໄກຈາກຊາຍຝັ່ງ ໃຫ້ສາມາດກັບຄືນມາມີປະສິດທິພາບ ໃນການສູ້ຮົບຢ່າງເຕັມກຳລັງພາຍໃນເວລາວ່ອງໄວ ແລະ ຖືກອອກແບບມາ ເພື່ອນຳໃຊ້ໃນພື້ນທີ່ສູ້ຮົບທາງທະເລໂດຍສະເພາະ ຊຶ່ງນັບເປັນຄວາມພະຍາຍາມຂອງກອງທັບຈີນ ໃນການພັດທະນາສັກກະຍະພາບກອງທັບເຮືອ ໃຫ້ມີຄວາມທັນສະໄໝ.

ໜັງສືພິມ PLA Daily ກະບອກສຽງຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ລະບຸວ່າ ອູ່ກຳປັ່ນລອຍນ້ຳ ຖືເປັນນະວັດຕະກຳໃໝ່ ທີ່ຈະຊ່ວຍໃຫ້ການສ້ອມແປງກຳປັ່ນສູ້ຮົບຂະໜາດໃຫຍ່ໆ ບໍ່ຈຳເປັນຕ້ອງເພິ່ງພາອູ່ສ້ອມແປງຢູ່ຊາຍຝັ່ງສະເໝີໄປ ແຕ່ຈະສາມາດເຮັດໄດ້ ເຖິງແມ່ນຈະຢູ່ກາງທະເລ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...