Homeຂ່າວເຫດການພັນລະຍາ ລມຕ. ຕ່າງປະເທດອາຊຽນ ຢ້ຽມຢາມພື້ນຖານການຜະລິດ ຢູ່ນະຄອນຫລວງວຽງຈັນ

ພັນລະຍາ ລມຕ. ຕ່າງປະເທດອາຊຽນ ຢ້ຽມຢາມພື້ນຖານການຜະລິດ ຢູ່ນະຄອນຫລວງວຽງຈັນ

Published on

ວັນ​ທີ 27 ກຸມພາ 2016 ຄະນະ​ພັນ​ລະ​ຍາ​ບັນດາ​ທ່ານ​ລັດຖະ​ມົນຕີ​ຕ່າງປະເທດ​ອາ​ຊຽນ ແລະ ພັນ​ລະ​ຍາ​ເລຂາທິການໃຫຍ່​ອາ​ຊຽນ ເຊິ່ງ​ເດີນທາງ​ຕິດຕາມ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະຊຸມອາ​ຊຽນ​ວົງ​ແຄບ ທີ່ ​ສປປ ລາວ ເປັນ​ເຈົ້າພາບ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ສະຖານທີ່​ປະຫວັດສາດ ແລະ ຫ້າງ​ຮ້ານ​ຜະລິດ​ຕະ​ພັນຂອງ​ແມ່ຍິງ​ລາວ ທີ່​ນະຄອນຫຼວງວຽງ​ຈັນ ຄະນະ​ຕ້ອນຮັບ​ຝ່າຍລາວ​ ປະກອບ​ດ້ວຍ​ພັນ​ລະ​ຍາການ​ນຳ​ກະຊວງ​ການ​ຕ່າງ​ປະເທດ ແລະ ພະນັກງານ​ຍິງ​ຈາກກະຊວງ​ການ​ຕ່າງປະເທດ​ຈຳນວນ​ໜຶ່ງ.

ຄະນະ​ໄດ້​ເຂົ້າ​ຢ້ຽມ​ຊົມ​ພະທາດຫຼວງ ເປັນ​ສະຖານທີ່​ສັກກາລະ​ບູຊາ ເປັນ​ສັນຍະລັກ ແລະ ມໍລະດົກ​ອັນ​ລ້ຳ​ຄ່າ​ຂອງ​ປວງ​ຊົນລາວ ຫຼັງ​ຈາກ​ນັ້ນ​ຄະນະ​ໄດ້​ເຂົ້າຢ້ຽມ​ຊົມ​ຮ້ານ​ແພງ​ໄໝ​ລາວ ແລະ ຮ້ານພະ​ຄະເນດ ເຊິ່ງ​ເປັນ​ຮ້ານທີ່​ເຕັມ​ໄປ​ດ້ວຍ​ຜະລິດ​ຕະ​ພັນ ທີ່​ມີຄວາມ​ຫຼວງຫຼາຍ​ທາງ​ດ້ານ​ສີ​ໄມ້ລາຍ​ມື​ຂອງ​ແມ່ຍິງ​ລາວ ເຊິ່ງຄະນະ​ມີ​ຄວາມ​ເພິ່ງ​ພໍໃຈ ແລະ ໄດ້​ຊື້​ເຄື່ອງ​ຂອງ​ທີ່​ລະນຶກ​ຈາກຮ້ານ​ດັ່ງກ່າວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...