Homeຂ່າວທ້ອງຖິ່ນຜູ້ສະໝັກ ສສຊ ເຂດ 1 ສືບຕໍ່ເຄື່ອນໄຫວໂຄສະນາຫາສຽງ ຢູ່ເມືອງສີໂຄດຕະບອງ

ຜູ້ສະໝັກ ສສຊ ເຂດ 1 ສືບຕໍ່ເຄື່ອນໄຫວໂຄສະນາຫາສຽງ ຢູ່ເມືອງສີໂຄດຕະບອງ

Published on

ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ສືບຕໍ່​ເຄື່ອນ​ໄຫວ​ໂຄສະນາຫາ​ສຽງ ພົບ​ປະການ​ນຳ ແລະ ພໍ່​ແມ່​ປະຊາຊົນ​ຢູ່​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ວັນ​ທີ 28 ກຸມພາ 2016 ໄດ້​ແບ່ງ​ອອກເປັນ 3 ຈຸ ຈຸ​ທີ 1 ນຳ​ໂດຍ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ຕອນ​ເຊົ້າ​ລົງ​ພົບ​ປະ​ອຳນາດ​ການປົກຄອງ ພໍ່​ແມ່​ປະຊາຊົນ ກຸ່ມ​ໜອງ​ໜ້ຽວ ຢູ່​ວັດ​ບ້ານ​ໜອງແຕ່ງ ແລະ ກຸ່ມ​ໜອງດ້ວງ ວັດ​ບ້ານ​ຈອມ​ໄຕ ສ່ວນ​ຈຸ 3 ນຳ​ໂດຍ​ທ່ານ ​ຮສ.​ດຣ. ທອງ​ສະລິດ ມັງ​ໜໍ່​ເມກ ຕອນ​ເຊົ້າ​ລົງ​ສະໂມ​ສອນ​ເມືອງ​ສີ​ໂຄດ​ຕະບອງ ຕອນ​ບ່າຍ​ລົງ​ກຸ່ມ​ໜອງ​ບຶກ ຢູ່​ວັດໜອງ​ບຶກ​ໃຕ້.

ສະເພາະ​ຈຸ​ທີ 2 ນຳ​ໂດຍທ່ານ ​ດຣ. ອານຸພາບ ຕຸ​ນາ​ລົມ ລົງ​ກຸ່ມ​ບ້ານ​ໃໝ່ ຢູ່​ວັດ​ບ້ານຕາດ​ທອງ ໂດຍ​ມີ​ທ່ານ ບຸນ​ມີ ໄຊ​ຍະ​ວົງ ຮອງ​ເຈົ້າເມືອງ​ສີ​ໂຄດຕະບອງ ອຳນາດ​ການ​ປົກຄອງໃຫ້ການ​ຕ້ອນຮັບ ເຊິ່ງ​ຂໍ້​ມູນ​ເບື້ອງຕົ້ນ ​ທົ່ວ​ເມືອງມີ​ຈຳນວນ​ທັງ​ໝົດ 121.000 ຄົນ ຜູ້​ທີ່​ມີ​ອາຍຸ 18 ປີຂຶ້ນ​ໄປ ທີ່​ມີ​ສິດ​ໄປ​ປ່ອນ​ບັດ​ເລືອກຕັ້ງ ຈຳນວນ 81.000 ກວ່າ​ຄົນ ແລະ ແບ່ງ​ອອກ​ເປັນ 102 ໜ່ວຍເລືອກ​ຕັ້ງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...