spot_img
Homeວິທະຍາສາດ-ວິທະຍາການການຍ່າງດ້ວຍຕີນເປົ່າ ຈະເຮັດໃຫ້ທ່ານມີສຸຂະພາບດີ.

ການຍ່າງດ້ວຍຕີນເປົ່າ ຈະເຮັດໃຫ້ທ່ານມີສຸຂະພາບດີ.

Published on

วิทยาศาสตร์บอกว่าการเดินเท้าเปล่าจะทำให้คุณมีสุขภาพดี

ການວິໃຈທາງວິທະຍາສາດໄດ້ເປີດເຜີຍເຖິງປະໂຫຍດຂອງການຍ່າງຕີນເປົ່າ ເຊິ່ງວິທີດັ່ງກ່າວນີ້ ຈະເຮັດໃຫ້ພະລັງງານໄຫລເຂົ້າສູ່ຮ່າງກາຍ ແລະ ຈະກະຈາຍໄປທົ່ວຮ່າງກາຍເມື່ອທ່ານສຳພັດກັບດິນໂດຍກົງ ການດູແລຮັກສາຮ່າງກາຍແລະ ຂະບວນການຢັບຢັ້ງຮອຍຮ່ຽວຂອງຜິວໜັງຈະຂຶ້ນຢູ່ກັບການຄວບຄຸມອະນຸມູນອິດສະຫຼະ, ອະນຸມູນອິດສະຫຼະຈະອອກລິດເມື່ອເຊວຂອງທ່ານເຊື່ອມສະພາບລົງບໍ່ວ່າຈະເກີດຈາກຂະບວນການຮ່າງກາຍເຖົ້າແກ່ ຫຼື ປັດໃຈພາຍນອກອື່ນໆເຊັ່ນ: ອາຫານບໍ່ມີຄຸນນະພາບ, ການດື່ມສິ່ງມືນເມົາ ຫຼື ໃຊ້ຢາເສບຕິດ, ລວມເຖິງພຶດຕິກຳການບໍ່ອອກກຳລັງກາຍ, ສານຕ້ານອະນຸມນອິດສະຫຼະ ຫຼື ໂມເລກຸນ ທີ່ສາມາດປ້ອງກັນຂະບວນການດັ່ງກ່າວ ແລະ ພົບໄດ້ໃນອາຫານຫຼາກຫຼາຍຊະນິດໃນຮູບແບບຂອງວິຕາມິນຕ່າງໆ.

ການຢ່າງຕີນເປົ່າເທິງພື້ນດິນ ຈະເຮັດໃຫ້ຮູ້ສຶກດີ ເນື່ອງຈາກວ່າມັນຈະຊ່ວຍເກັບຮັກສາສົມດູນດ້ານບວກ ແລະ ດ້ານລົບຂອງຮ່າງກາຍ ພະລັງຈາກພື້ນດິນຈະເຄື່ອນທີ່ຜ່ານຮ່າງກາຍ ແລະ ເຮັດໃຫ້ພະລັງງານພາຍໃນຮ່າງກາຍມີຄວາມເປັນກາງ ຊ່ວຍຮັກສາເຊວທີ່ເສຍຫາຍ ປ້ອງກັນຄວາມເສຍຫາຍຂ້າງຄຽງຂອງເນື້ອເຍື້ອທີ່ຢູ່ຮອບບາດແຜ ຊ່ວຍຮັກສາແຜເກົ່າ ແລະ ລຸດການອັກເສບແຜລົງໄດ້.

 

ຮຽບຮຽງໂດຍ: ປັອກເລັກ

ທີ່ມາຈາກ http://www.teenee.com/

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...