ພະແມ່ສີເມືອງຖືເປັນຫນຶ່ງໃນສິ່ງທີ່ຄົນທົ່ວໄປໃຫ້ການເຄົາລົບນັບຖື ໂດຍສະເພາະຊາວນະຄອນຫລວງວຽງຈັນຄົນບໍ່ມີໃຜທີ່ບໍ່ຮູ້ຈັກວັດສີເມືອງ. ວັດດັ່ງກ່າວມີມາໄດ້ຫລາຍຮ້ອຍປີ ຕາມຕໍານານເລົ່າວ່າ(ຂໍເລົ່າຫຍໍ້ໆ)ກ່ອນທີ່ຊາວບ້ານຈະວາງຫລັກເມືອງທີ່ວັດແຫ່ງນີ້ໄດ້ມີການປ່າວປະກາດຫາຜູ້ທີ່ຍອມເສຍສະຫລະຊີວິດເພື່ອມາເປັນເຈົ້າທີ່ເຈົ້າທາງຄຸ້ມຄອງ ໃນທີ່ສຸດກໍມີຜູ້ຍິງຖືພາຄົນຫນຶ່ງຊືນາງສີ ອາສາທີ່ຈະໂດດລົງຂຸມ ພ້ອມກັບມ້າສີຂາວໂຕຫນຶ່ງ ຫລັງຈາກນັ້ນຊາວກົ່ນສິ່ງທີ່ພວກເຮົາປາກົດເຫັນວ່າເປັນຫີນກ້ອນໃຫຍ່ໆຢູ່ໃນກາງວັດທັບນາງ ແລະມ້າ ນີ້ຄືສາເຫດທີ່ຫີນກ້ອນນັ້ນຖືກຜູກດ້ວຍຜ້າສີແດງ(ແທນໃຫ້ເລືອດນາງສີ) ແລະຜູກດ້ວຍຜ້າສີຂາວ(ແທນໃຫ້ມ້າຂາວໂຕນັ້ນ). ພະແມ່ສີເມືອງມີຄວາມເຂັດຍຳ ແຕ່ລະປີຜູ້ຄົນຈະນິຍົມມາບະບົນ ດ້ວຍການຖວາຍຂອງບູຊາ ມີທູບ,ທຽນ, ຫມາກພ້າວ,ດອກໄມ້…(ຕາມທີ່ວັດກຽມໄວ້ໃຫ້) ໃນນີ້ຈະຂໍບະສິ່ງໃດກໍໄດ້ຕົວຢ່າງ “ຂໍໃຫ້ປີນີ້ທຸລະກິດຂ້ານ້ອຍຈະເລີນກ້າວຫນ້າ” , “ຂໍໃຫ້ໄດ້ເຮັດວຽກໃນບ່ອນທີ່ປາຖະຫນາ” ຫລັງຈາກນັ້ນຫນຶ່ງປີກໍກັບມາແກ້ບະ ແຕ່ສິ່ງຫນຶ່ງທີ່ຫ້າມຂໍຄືເລື່ອງຄວາມຮັກ! ຢ່າໄດ້ໄປບະໄປບົນເລື່ອງນີ້ເດັດຂາດ ເພາະພະແມ່ສີເມືອງເພິ່ນບໍ່ເພິ່ງພໍໃຈ ເນື່ອງຈາກຄາວເມື່ອເພິ່ນຍັງມີຊີວິດ ເພິ່ນຜິດຫວັງເລື່ອງຄວາມຮັກ ແລະຊີວິດຄອບຄົວກໍບໍ່ມີຄວາມສຸກ. ນີ້ກໍແມ່ນຄວາມເຊື່ອສ່ວນບຸກຄົນ! ແຕ່ຖ້າໃຜຢາກໄປເຄົາລົບບູຊາພະແມ່ສີເມືອງ, ໄປສ່ຽງຊີ, ປ່ອນບາດສະຫວັນ…ກໍໄປໄດ້ທຸກເມື່ອ ແຕ່ເອື້ອຍນ້ອງຍິງຢ່າລືມນຸ່ງສິ້ນເດີ! ຖືເປັນການໃຫ້ຄວາມເຄົາລົບສະຖານທີ່ສັກສິດ ແລະຮັກສາວັດທະນະທຳຮີດຄອງປະເພນີລາວ.