spot_img
Homeຂ່າວທ້ອງຖິ່ນອັດ​ຕະ​ປື ມີ​ທຸ­ລະ​ກິດເອ­ກະ​ຊົນ 4 ພັນ​ກວ່າຫົວ­ໜ່ວຍ

ອັດ​ຕະ​ປື ມີ​ທຸ­ລະ​ກິດເອ­ກະ​ຊົນ 4 ພັນ​ກວ່າຫົວ­ໜ່ວຍ

Published on

 

ໃນ​ວັນ​ທີ 25 ກຸມ­ພາ 2016 ໄດ້ມີ​ກອງ​ປະ­ຊຸມ​ສະ­ຫຼຸບ​ວຽກ​ງານ​ປັບ­ປຸງທຸ­ລະ​ກິດ​ສົກ 2015 ແລະ​ວາງ​ທິດ​ທາງແຜນ­ການ​ສົກ 2016 ຢູ່​ແຂວງ​ອັດ​ຕະ​ປືທີ່​ຫໍ​ປະ­ຊຸມ​ໃຫຍ່​ຂອງ​ແຂວງ ໂດຍ​ການເປັນ​ປະ­ທານ​ຂອງ​ທ່ານ ອຸ່ນ​ຫຼ້າ ໄຊ​ຍະສິດ ຮອງ​ເຈົ້າ­ແຂວງໆ​ອັດ​ຕະ​ປື ແລະ​ເຂົ້າຮ່ວມ​ໂດຍ​ທ່ານ ເລື່ອມ ສົນ​ສີ­ວິ­ໄລ ຮອງປະ­ທານ ຄະ­ນະ​ປັບ­ປຸງ​ທຸ­ລະ​ກິດ​ແຫ່ງ​ຊາດ ມີ​ບັນ­ດາ​ຫົວ­ໜ້າŒຮອງ​ຫົວ­ໜ້າ​ພະ​ແນກການ​ອ້ອມ​ຂ້າງ​ແຂວງຫົວ­ໜ່ວຍ​ທຸ­ລະ​ກິດ ຜູ້​ປະ­ກອບ​ການ​ເຂົ້າ​ຮ່ວມ.

ໃນ​ກອງ​ປະ­ຊຸມ​ທ່ານ ວົງ​ໄຊ ມະ­ນີ​ວົງ ຫົວ­ໜ້າ​ຫ້ອງ­ການ​ປັບ­ປຸງ​ທຸ­ລະ​ກິດ​ໄດ້ກ່າວ​ວ່າ: ຕະ­ຫຼອດ​ໄລ­ຍະ 1 ປີ­ຜ່ານ­ມາວຽກ​ງານ​ປັບ­ປຸງ​ທຸ­ລະ​ກິດ​ຢູ່​ແຂວງ​ອັດຕະ​ປື ໄດ້​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວນັບ​ມື້ ນັບ​ຫຼາຍ​ຂຶ້ນ ໂດຍ​ສະ­ເພາະ​ບັນ­ດາ​ວິ​ສາຫະ​ກິດ​ລັດ ພາຍ​ໃນ​ແຂວງ​ມີ​ທັງ​ໝົດ 6 ແຫ່ງ ແລະ​ໄດ້​ຂຶ້ນ​ທະ­ບຽນ​ນຳ​ພະ​ແນກອຸດ­ສາ­ຫະ­ກຳŒການ​ຄ້າ​ແຂວງ ມີ 2 ຫົວໜ່ວຍ, ທຸ­ລະ​ກິດ​ເອ­ກະ​ຊົນ 4.233 ຫົວໜ່ວຍ, ແຂວງ​ຄຸ້ມ​ຄອງ 1,34 ພັນ​ກວ່າຫົວ­ໜ່ວຍ, ເສດ­ຖະ­ກິດ​ຄອບ­ຄົວ​ມີ 10 ບ້ານ, 338 ຄອບ­ຄົວ, ເສດ­ຖະ­ກິດ​ຮ່ວມ​ມື​ປະ­ຊາ­ຊົນ ມີ 5 ຫົວ­ໜ່ວຍ 36 ບ້ານ​ມີ 39 ກອງ​ທຶນມີ​ສະ­ມາ­ຊິກ 3,44 ພັນ​ຄົນ ມີ​ທຶນ​ທັງ​ໝົດ 5,6 ຕື້​ກວ່າ​ກີບ, ໃນ​ນີ້ ທະ­ນາ­ຄານ​ບ້ານ ມີ 32 ບ້ານ ມີ​ກຸ່ມ​ຜະ­ລິດ​ເປັນ​ສິນ­ຄ້າ​ຈຳ ນວນ 2 ບ້ານ ແລະ​ກອງ​ທຶນ​ຫຼຸດ­ຜ່ອນຄວາມ­ທຸກ​ຍາກ​ມີ 3 ບ້ານ, ກອງ​ທຶນ​ພັດ ທະ​ນາ​ແມ່­ຍິງ​ມີ 1 ກອງ​ທຶນ,  ມີ​ສະ­ມາ­ຊິກ 14 ຄົນ ມີ​ທຶນ 7 ລ້ານ​ກວ່າ​ກີບ, ກອງ​ທຶນຝາກ​ປະ­ຢັດ​ຂັ້ນ​ບ້ານ 1 ກອງ​ທຶນ​ມີ​ສະ​ມາຊິກ 55 ຄົນ ມີ​ທຶນ​ທັງ​ໝົດ 30 ລ້ານ​ກວ່າກີບ, ມີ​ຄອບ­ຄົວ​ຕົວ​ແບບ 61 ຄອບ­ຄົວ ແລະ 1 ກຸ່ມ​ປະ­ເພດ​ລ້ຽງ­ສັດ ມີ 6 ຄອບຄົວ​ມີ​ເງິນ 8 ຮ້ອຍ​ລ້ານ​ກວ່າ​ກີບ, ປະ­ເພດປູກ­ຝັງ​ມີ 41 ຄອບ­ຄົວ ມີ​ເງິນ 1,70 ລ້ານກວ່າ​ກີບ, ປະ­ເພດ​ຫັດ­ຖະ­ກຳ​ມີ 1 ກຸ່ມ 14 ຄອບ­ຄົວ​ມີ​ເງິນ 84 ລ້ານ​ກີບ ພ້ອມ​ນີ້​ຍັງໄດ້​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ລົງ​ເກັບ​ກຳ​ຂໍ້​ມູນ​ໂຮງ­ງານ​ເຟີ​ນີ​ເຈີທີ່​ບໍ່​ມີ​ໃບ​ອະ­ນຸ­ຍາດ 41 ແຫ່ງ ແລະ​ໂຕະ ຊອຍ 33 ແຫ່ງ.

ພ້ອມ​ນີ້ ທ່ານ ວົງ​ໄຊ ມະ­ນີ​ວົງ ຍັງ​ໄດ້ຜ່ານ​ທິດ​ທາງ​ແຜນ­ການ ສົກ​ປີ 2015Œ 2016 ເພື່ອ​ເຮັດ​ໃຫ້​ວຽກ​ງານ​ປັບ­ປຸງ​ທຸລະ​ກິດ​ຢູ່​ແຂວງ​ອັດ​ຕະ​ປື ໄດ້​ມີ​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ປະເທດ​ຊາດ ເວົ້າ​ລວມ​ເວົ້າ​ສະ­ເພາະ​ກໍ​ຄືແຂວງ​ອັດ​ຕະ​ປື ໃຫ້​ເຕີບ​ໃຫຍ່​ຂະ­ຫຍາຍຕົວ ແລະ​ເຂັ້ມ­ແຂງ​ຂຶ້ນ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...